Home ຂ່າວໜ້າໜຶ່ງ ກອງປະຊຸມຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ

ກອງປະຊຸມຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ

0

ກະຊວງແຮງງານ ແລະ ສະຫັວດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ ປີ 2023 ຂຶ້ນໃນວັນທີ 10 ພຶດສະພາ ນີ້ ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງ ຮສສ; ປະທານຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ, ມີບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ສະມາ ຄົມຄົນພິການ ເຂົ້າຮ່ວມ.

ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ສີ່ເອກະສານທີ່ສໍາຄັນຄື: 1. ຮ່າງຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ; 2. ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປະສານງານແຫ່ງຊາດວຽກງານຄົນພິການ; 3. ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄົນພິການໄລຍະຜ່ານມາ ແລະ ທິດທາງແຜນການປີ 2023 ແລະ 4. ຜ່ານຮ່າງດໍາລັດວ່າດ້ວຍກອງທຶນຄົນພິການ.

ຊຶ່ງໄລຍະຜ່ານມາ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິຄົນພິການໃນປີ 2009, ໄດ້ເຂົ້າຮ່ວມ ແລະ ຮັບຮອງຖະແຫຼງການຂອງພາກພື້ນ ແລະ ສາກົນ ກ່ຽວກັບຄົນພິການ ເປັນຕົ້ນ ຖະແຫຼງການບາຫຼີກ່ຽວກັບການເສີມຂະຫຍາຍບົດບາດ ແລະ ການມີສ່ວນຮ່ວມຂອງຄົນພິການໃນປະຊາຄົມອາຊຽນໃນປີ 2011, ຖະແຫຼງການລັດຖະມົນຕີກ່ຽວກັບທົດສະວັດຂອງຄົນພິການໃນຂົງເຂດອາຊີ ແລະ ປາຊີຟິກ ປີ 2013-2022, ຖະແຫຼງການຈາກາຕາກ່ຽວກັບທົດສະວັດຄົນພິການໃນຂົງເຂດອາຊີ ແລະ ປາຊີຟິກ ປີ 2023-2032; ໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍຄົນພິການໃນປີ 2018, ຮັບຮອງ ແລະ ປະກາດໃຊ້ນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດ ເພື່ອຄົນພິການໃນ 2020, ນອກນັ້ນ, ຍັງມີນິຕິກໍາ, ນະໂຍບາຍ, ຍຸດທະສາດອື່ນຂອງຂະ ແໜງການກ່ຽວຂ້ອງທີ່ໄດ້ກໍານົດເພື່ອຄົນພິການດ້ວຍ, ສົນທິສັນຍາ, ຖະແຫຼງການ, ນິຕິກໍາ, ຍຸດທະສາດ, ແຜນງານຕ່າງໆເຫຼົ່ານັ້ນ ແມ່ນເປັນການສົ່ງເສີມ, ພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຄົນພິການໃຫ້ມີຄວາມເທົ່າທຽມກັບຄົນອື່ນ, ແນໃສ່ເສີມສ້າງໃຫ້ຄົນພິການມີຊີວິດການເປັນຢູ່ທີ່ດີ, ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງໝົດນັ້ນ ແມ່ນເພື່ອເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ຂ່າວ-ພາບ: ຍຸພິນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version