Home ຂ່າວໜ້າໜຶ່ງ ກະຊວງ ຖວທ ປາຖະກະຖາມູນເຊື້ອວັນກຳມະກອນສາກົນ ຄົບຮອບ 137 ປີ

ກະຊວງ ຖວທ ປາຖະກະຖາມູນເຊື້ອວັນກຳມະກອນສາກົນ ຄົບຮອບ 137 ປີ

0

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ປາຖະກະຖາມູນເຊື້ອວັນກຳມະກອນສາກົນ ຄົບຮອບ 137 ປີ ໃນວັນທີ 10 ພຶດສະພາ ນີ້ ທີ່ກອງສິລະປະກອນແຫ່ງຊາດ, ໂດຍໃຫ້ກຽດຂຶ້ນປາຖະກະຖາຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນກຳມະບານລາວ, ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ແລະ ສະມາຊິກກຳມະບານອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ ເປັນວັນກຳມະກອນສາກົນ ທີ່ໄດ້ໝູນວຽນມາອີກວາລະໜຶ່ງ ຊຶ່ງປີນີ້ຄົບຮອບ 137 ປີ ເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງສຳລັບຊົນຊັ້ນກຳມະກອນໃນທົ່ວໂລກ ເພາະເປັນມື້ແຫ່ງການເຕົ້າໂຮມພະລັງ ຂອງຊົນຊັ້ນກຳມະກອນ ຕໍ່ສູ້ກັບຊົນຊັ້ນນາຍທຶນ ເພື່ອທວງເອົາຜົນປະໂຫຍດອັນຊອບທຳຂອງຕົນຢູ່ໃນທົ່ວໂລກ ຊຶ່ງໃນປີ 1764 ໄດ້ເກີດມີຂະບວນຕໍ່ສູ້ດຸເດືອດຂອງກຳມະກອນ ຢູ່ປະເທດອັງກິດ ເພື່ອທວງເອົາຜົນປະໂຫຍດ ແລະ ແລກເອົາຄ່າແຮງງານ ຫຼື ເງິນເດືອນທີ່ບໍ່ໄດ້ຮັບຄວາມເອົາໃຈໃສ່ ດ້ານສະຫວັດດີການສັງຄົມແຕ່ຢ່າງໃດ ເຮັດໃຫ້ຊີວິດການເປັນຢູ່ຂອງກຳມະກອນ ມີຄວາມຫຍຸ້ງຍາກລຳບາກ ຈຶ່ງໄດ້ມີຂະບວນລຸກຮືຂຶ້ນຂອງກຳມະກອນໄດ້ແຜ່ລາມເປັນບໍລິເວນກວ້າງໄປທົ່ວໂລກ. ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີຂະບວນນັດຢຸດງານຄັ້ງໃຫຍ່ຂອງກໍາມະກອນໃນໂຮງຈັກ, ໂຮງງານ ຈຳນວນ 5.000 ກວ່າແຫ່ງ ໃນອາເມຣິກາ ໂດຍໄດ້ທວງໃຫ້ນາຍທຶນຕ້ອງຍອມຫຼຸດຜ່ອນເວລາເຮັດວຽກມື້ໜຶ່ງບໍ່ໃຫ້ເກີນ 8 ຊົ່ວໂມງ, 8 ຊົ່ວໂມງໃຫ້ໄດ້ພັກຜ່ອນ ແລະ 8 ຊົ່ວໂມງ ໃຫ້ໄດ້ມີໂອກາດຮໍ່າຮຽນ, ທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງກຳມະກອນ, ຈາກສະພາບການຄືແນວນັ້ນ, ໃນວັນທີ 14 ພຶດສະພາ 1889 ກອງປະຊຸມໃຫຍ່ກອມມູນິດສາກົນ ຄັ້ງທີ II ໄດ້ເປີດຂຶ້ນຢູ່ປາຣີ ປະເທດຝຣັ່ງ ຊຶ່ງໄດ້ຕົກລົງຮັບຮອງເອົາ ວັນທີ 1 ພຶດສະພາ ໃຫ້ກາຍເປັນ ປາງບຸນໃຫຍ່ອັນສຳຄັນຂອງຊົນຊັ້ນກຳມະກອນໃນທົ່ວໂລກ ແລະ ໄດ້ມີການສະຫຼອງເປັນປະຈຳທຸກໆປີ.

ໃນໂອກາດນີ້ ທ່ານ ຄຳຫຼ້າ ຍອຍສາຍຄຳ ປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຖວທ ໄດ້ຂຶ້ນຜ່ານບົດສະຫຼຸບແຜນການເຄື່ອນໄຫວວຽກງານກຳມະບານໃນໄລຍະ 1 ປີຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າຂອງກະຊວງ ຖວທ ຕື່ມອີກ.

ຂ່າວ-ພາບ, ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version