Home ຂ່າວຕ່າງປະເທດ ສິງກະໂປ ວາງແຜນອອກກົດໝາຍຕ້ານອາຊະຍາກຳອິນເຕີເນັດ

ສິງກະໂປ ວາງແຜນອອກກົດໝາຍຕ້ານອາຊະຍາກຳອິນເຕີເນັດ

0

ສຳນັກ​ຂ່າວ AFP ເມື່ອບໍ່ດົນມານີ້ ລັດຖະບານສິງກະ​ໂປ ສະ​ເໜີ​ຮ່າງ​ກົດໝາຍ​ໃໝ່ຕໍ່​ສະພາ ຊຶ່ງ​ຈະ​ອະນຸຍາດໃຫ້​ເຈົ້າໜ້າທີ່ ທາງ​ການ ສາມາດລົບ​ແອບ​ພຣີເຄຊັນຕ່າງໆ ​ໄດ້ ​ເພື່ອ​ຊ່ວຍ​ໃຫ້​​ເຈົ້າໜ້າ​ທີ່ຕຳຫລວດມີ​ອຳນາດຫລາຍ​ຂຶ້ນ​ກວ່າ​ເກົ່າ ​​ໃນ​ການ​ຕໍ່​ສູ້ ຕ້ານ​ອາ​ຊະ​ຍາ​ກຳ ​ແລະ ການ​ສໍ້ໂກງທາງ​ອິນເຕີເນັດ (ອອນ​ລາຍ) ລວມທັງ​ຮຽກຮ້ອງ​ໃຫ້ຜູ້​ໃຫ້​ບໍລິການອອນ​ລາຍປິດ​ການ​ໃຊ້​ງານຕາມ​ທີ່​ລະບຸ​ໄວ້​ໃນ​ກົດໝາຍ​ໃໝ່ວ່າ​ດ້ວຍອັນຕະລາຍທາງ​ອາ​ຊະ​ຍາ​ກຳອອນ​ລາຍ ຊຶ່ງ​ເປັນຄວາມ​ພະຍາຍາມ​ຢ່າງ​ຈິງ​ຈັງ ຂອງສິງກະ​ໂປ​ ທີ່​ໃຫ້​ຄວາມ​ສຳຄັນໃນ​ການ​ຕ້ານ​ອາ​ຊະ​ຍາ​ກຳຢ່າງຮອບດ້ານ ຫລັງ​ຈາກມີ​ຄະດີ​ສໍ້​ໂກງ​ ​ແລະ ອາ​ຊະ​ຍາ​ກຳທາງ​ອອນ​ລາຍທັງ​ໝົດ 33.669 ຄະດີ​ເພີ່ມ​ຂຶ້ນ 25,2%​ ຈາກ​ປີ 2021.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version