Home ຂ່າວພາຍໃນ ກອງປະຊຸມ ທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ບຸກຄົນ ຄະນະບໍລິຫານງານພັກ ເມືອງໄຊພູທອງ ສະໄໝທີ V.

ກອງປະຊຸມ ທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ບຸກຄົນ ຄະນະບໍລິຫານງານພັກ ເມືອງໄຊພູທອງ ສະໄໝທີ V.

0

ວັນທີ 4 ພຶດສະພາ 2023 ນີ້ ເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ເປີດກອງປະຊຸມ ທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ບຸກຄົນ ຄະນະບໍລິຫານງານພັກເມືອງໄຊພູທອງ ສະໄໝທີ V .ໂດຍການເປັນປະທານຮ່ວມ ຂອງສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດພັກ-ພະນັກງານ, ສະຫາຍ ນາງ ດາວວອນ ໄຊສຸລຽນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊພູທອງ ມີຄະນະກວດກາພັກ-ລັດແຂວງ, ບັນດາທ່ານ ຄະນະບໍລິຫານງານພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງ ແລະ ເລຂາໜ່ວຍພັກບ້ານ-ນາຍບ້ານທົ່ວເມືອງເຂົ້າຮ່ວມ.

ໂອກາດດັ່ງກ່າວ,ສະຫາ ຍນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ກໍ່ໄດ້ຂື້ນຜ່ານບົດລາຍງານການເມືອງໂດຍຫຍໍ້,ພ້ອມທັງຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ທາງຄະນະບໍລິຫານງານພັກເມືອງໄຊພູທອງຍາດມາໄດ້ ໃນໄລຍະຜ່ານມາ.

ໂອກາດດັ່ງກ່າວ,ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດພັກ-ພະນັກງານ ກໍໄດ້ໃຫ້ທິດຊີ້ນຳໆພາ ໂດຍສະເພາະແມ່ນການຄັດເລືອກເອົາບັນດາພະນັກງານຮຸ່ນສືບທອດຕໍ່ໄປ ຕ້ອງມີຄຸນທາດການເມືອງໜັກແໜ້ນ ,ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ຄວາມສາມັກຄີພາຍນອກ, ມີຄວາມໄວ້ວາງໃຈຂອງພໍ່ແມ່ປະຊາຊົນ ແລະ ໃຫ້ເອົາໃຈໃສ່ຕື່ມທາງດ້ານຄວາມຮູ້ – ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ, ໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈໃນການນໍາພາລວມ ແລະ ບຸກຄົນ ໃນຄະນະ ພັກ ແມ່ນຈະຕ້ອງໄດ້ມີຄວາມຮັບຜິດຊອບສູງ, ກໍາແໜ້ນຫຼັກການຂອງພັກ ຮັກສາໄດ້ 3 ລັກສະນະໃນການປັບປຸງ-ກໍ່ສ້າງ ຂອງພັກ ແລະ ເບິ່ງຢ່າງພາວະວີໄສທາງດ້ານການຊີ້ນໍາ ນໍາພາລວມຂອງຄະນະພັກ, ຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງ ໃນການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ແຜນການທີ່ວາງອອກ, ໃນການຂຽນຄໍາເຫັນ ເຫດຜົນຕ່າງໆ ຕ້ອງອີງໃສ່ຄວາມເປັນຈິງ, ຄວາມຮັບຜິດຊອບ ຂອງແຕ່ລະສະຫາຍ, ຫຼີກລ້ຽງການໃສ່ຮ້າຍປ້າຍສີ ແລະ ໃຫ້ຂໍ້ມູນທີ່ບໍ່ມີມູນຄວາມຈິງ ເພື່ອໂຄນລົ້ມໂຈມຕີ ເຊິ່ງກັນ ແລະ ກັນ.

ຈາກນັ້ນ ຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ຂື້ນຜ່ານລະບຽບການທາບທາມ ແລະ ແນະນຳວິທີການທາບທາມ ໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້ຢ່າງລະອຽດຈະແຈ້ງ ທັງມາດຖານເງື່ອນໃນແຕ່ລະດ້ານຄື: ດ້ານຄຸນທາດການເມືອງ ຢືດໝັ້ນສັງຄົມນິຍົມມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຕໍ່ລະບອບປະຊາທິປະໄຕປະຊາຊົນ ຢ່າງໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າວຽກທີ່ໄດ້ຮັບການມອບໝາຍ, ມີນ້ຳໃຈເສຍສະຫຼະເພື່ອຊາດເພື່ອສຸມສະຕິປັນຍາ ແລະ ກຳລັງວັງຊາຂອງຕົນ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ດຳລົງຊີວິດດ້ວຍຄວາມບໍລິສຸດ, ສັດຊື່, ປອດໃສ, ດຸໝັ່ນ, ອົດທົນ, ປະຢັດ, ມີຄວາມສຸພາບຮຽບຮ້ອຍ ມີຄວາມຮູ້ພື້ນຖານແນວຄິດມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ເຮັດວຽກມີແຜນການ, ມີໂຄງການ, ມີການຊຸກຍູ້, ຕິດຕາມ, ກວດ ກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ມີການສ່ອງແສງລາຍງານເປັນປົກກະຕິ.ທັງນີ້ກໍ່ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວສະໄໝທີ XI. ຈາກນັ້ນໃນກອງປະຊຸມກໍໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ບຸກຄົນ ແລະ ຕໍ່ການນໍາພາລວມຂອງຄະນະບໍລິຫານງານພັກເມືອງໄຊພູທອງ ໃນຮອບທີ 1 ແລະ ຮອບທີ 2 ຢ່າງເປັນທາງການ./

ພາບ-ຂ່າວ ພັນທະມິດ ວົງສຸທິ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version