Home ຂ່າວຕ່າງປະເທດ ອົສຕຣາລີ ກຽມຫ້າມການໃຊ້ຢາສູບໄຟຟ້າ

ອົສຕຣາລີ ກຽມຫ້າມການໃຊ້ຢາສູບໄຟຟ້າ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 2 ພຶດສະພາ ຜ່ານມາ, ລັດຖະບານອົສຕຣາລີໄດ້ປະກາດແຜນການຄວບຄຸມການໃຊ້ຢາສູບໄຟຟ້າຄັ້ງໃຫຍ່ທີ່ສຸດໃນຮອບ 10 ປີ ເພື່ອປົກປ້ອງບໍ່ໃຫ້ເຍົາວະຊົນໃຊ້ຜະລິດຕະພັນດັ່ງກ່າວ.

ທ່ານ ມາກ ບັດເລີ ລັດຖະມົນຕີກະຊວງສາທາລະນະສຸກອົສຕຣາລີ ກ່າວເຖິງຮ່າງມາດຕະການປະຕິຮູບອຸດສາຫະກຳຢາສູບຄັ້ງໃຫຍ່ທີ່ສຸດໃນຮອບ 1 ທົດສະວັດຂອງປະເທດ ເພື່ອປາບປາມຄວາມພະຍາຍາມຂອງນາຍທຶນໃນອຸດສາຫະກຳນີ້ ທີ່ຕ້ອງການສ້າງໃຫ້ຄົນຮຸ່ນໃໝ່ເສບຕິດສານນິໂກຕິນ (Nicotine). ທ່ານ ມາກ ບັດເລີ ກ່າວເຖິງຢາສູບໄຟຟ້າວ່າ ເຖິງແມ່ນວ່າຫຼາຍປະເທດຖືວ່າເປັນຜະລິດຕະພັນຊ່ວຍໃຫ້ປະຊາຊົນສາມາດເຊົາສູບຢາ ແລະ ຊີ້ໃຫ້ເຫັນວ່າ ມີອັນຕະລາຍນ້ອຍກວ່າ ແຕ່ວັດທະນະທຳທາງສັງຄົມຂອງອົສຕຣາລີກັບຍົກໃຫ້ຢາສູບໄຟຟ້າເປັນຜະລິດຕະພັນເພື່ອການພັກຜ່ອນ ໃນອະນາຄົດຈະມີການບັນຍັດກົດໝາຍຫ້າມການໃຊ້ຢາສູບໄຟຟ້າ ເພື່ອຈຸດປະສົງດັ່ງກ່າວ ການຫ້າມສູບຢາສູບໄຟຟ້າປະເພດທີ່ໃຊ້ແລ້ວຖິ້ມ ຫຼື ໃຊ້ໄດ້ພຽງຄັ້ງດຽວ ການຫ້າມຮ້ານຂາຍຢາຈຳໜ່າຍຢາສູບໄຟຟ້າທຸກປະເພດ ແລະ ການກຳນົດລະດັບ ນິໂກຕິນ ໃນຢາສູບ.

ເຖິງແມ່ນວ່າ ບັນດາຜູ້ປະກອບກິດຈະການໃນອຸດສາຫະກຳຢາສູບຕ່າງກໍອອກມາຄັດຄ້ານ ເຖິງຢ່າງໃດກໍຕາມ, ລັດຖະບານອົສຕຣາລີກ່າວຢືນຢັນວ່າ ຢາສູບໄຟຟ້າ ຄືໄພຄຸກຄາມທາງສາທາລະນະສຸກ ແລະ ສົ່ງຜົນກະທົບໂດຍກົງຕໍ່ເຍົາວະຊົນ ໂດຍຜົນສຳຫຼວດຫຼ້າສຸດຂອງລັດຖະບານລະບຸວ່າ 1 ໃນ 6 ຂອງປະຊາກອນອົສຕຣາລີທີ່ມີອາຍຸລະຫວ່າງ 14-17 ປີເຄີຍໃຊ້ຢາສູບໄຟຟ້າຫຼາຍກວ່າກຸ່ມປະຊາກອນທີ່ມີອາຍຸລະຫວ່າງ 18-24 ປີ ຊຶ່ງມີອັດຕາສ່ວນຄິດເປັນ 1 ໃນ 4.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version