Home ສຶກສາ ສາລະຄະດີຄູຕົວແບບ ທີ່ປະດິດສື່ການຮຽນການສອນຈາກຊັບພະຍາກອນທີ່ຫາໄດ້ໃນທ້ອງຖິ່ນ ໄດ້ເຜີຍແຜ່ຜ່ານສື່ຕ່າງໆແລ້ວ

ສາລະຄະດີຄູຕົວແບບ ທີ່ປະດິດສື່ການຮຽນການສອນຈາກຊັບພະຍາກອນທີ່ຫາໄດ້ໃນທ້ອງຖິ່ນ ໄດ້ເຜີຍແຜ່ຜ່ານສື່ຕ່າງໆແລ້ວ

0

ສາລະຄະດີຄູຕົວແບບ ຕອນທີ 4 ທີ່ເປັນຜູ້ທີ່ດີເດັ່ນໃນການສ້າງສື່ການຮຽນການສອນ ໂດຍນຳໃຊ້ສິ່ງຂອງທີ່ບໍ່ໄດ້ຊື້ ຫຼື ສິ່ງຂອງທີ່ສາມາດນຳກັບມາໃຊ້ຄືນໃໝ່ໄດ້ ແມ່ນໄດ້ອອກອາກາດ ແລະ ເຜີຍແຜ່ຜ່ານທາງໂທລະພາບ, ວິທະຍຸ ແລະ ໜັງສືພິມຂອງກະຊວງສຶກສາທິການ ແລະ ກິລາ, ພ້ອມທັງເຜີຍແຜ່ຜ່ານຊ່ອງທາງຢູທູບແລ້ວ ເພື່ອເປັນການສົ່ງເສີມຫຼັກສູດການຮຽນການສອນ ຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່. ຕາມການລາຍງານຂອງແຜນງານບີຄວາ ເມື່ອວັນທີ 6 ພຶດສະພາ ຜ່ານມາ ໃຫ້ຊາບວ່າ: ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ສົ່ງເສີມຄວາມສຳຄັນຂອງການປະດິດສື່ການຮຽນການສອນຈາກວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ ຊຶ່ງເປັນແນວທາງໜຶ່ງໃນຫຼັກສູດການຮຽນການສອນດ້ວຍການປະຕິບັດຕົວຈິງ.

ສາລະຄະດີຄູຕົວແບບ ຕອນທີ 4, ແມ່ນໄດ້ອອກອາກາດ ແລະ ເຜີຍແຜ່ຜ່ານທາງໂທລະພາບ, ວິທະຍຸ ແລະ ໜັງສືພິມຂອງກະຊວງສຶກສາທິການ ແລະ ກິລາ ໂດຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ). ສະລະຄະດີດັ່ງກ່າວ, ໄດ້ບອກເລົ່າເລື່ອງທີ່ເປັນແຮງບັນດານໃຈຂອງຄູສອນຄົນໜຶ່ງໃນໂຮງຮຽນຂອງລັດແຫ່ງໜຶ່ງ ທີ່ເປັນຜູ້ທີ່ດີເດັ່ນໃນການສ້າງສື່ການຮຽນການສອນ ໂດຍນຳໃຊ້ສິ່ງຂອງທີ່ບໍ່ໄດ້ຊື້ ຫຼື ສິ່ງຂອງທີ່ສາມາດນຳກັບມາໃຊ້ຄືນໃໝ່ໄດ້.

ຄູວາດສະໜາ ແສງສຸລີສຸກ ແມ່ນເປັນຄົນຊົນເຜົ່າພູໄທ, ເກີດໃນໝູ່ບ້ານເຂດຊົນນະບົດ ແລະ ຍັງເປັນບ້ານທີ່ທຸກຍາກ. ລາວມີຄວາມຝັນຢາກເປັນຄູ ເພື່ອປະກອບສ່ວນໃນການພັດທະນາໝູ່ບ້ານຂອງລາວ ແລະ ສັງຄົມ. ໃນປີ 2015, ລາວໄດ້ຮັບທຶນການສຶກສາຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເພື່ອສຶກສາທີ່ວິທະຍາໄລຄູສະຫວັນນະເຂດ. ໃນທີ່ສຸດ ຄວາມຝັນຂອງລາວໄດ້ກາຍເປັນຄວາມຈິງ, ປະຈຸບັນໄດ້ເປັນຄູສອນຫ້ອງ ປ.1 ໃນໝູ່ບ້ານທີ່ຢູ່ເຂດຫ່າງໄກ ໃນເມືອງອາດສະພອນ ແຂວງສະຫວັນນະເຂດ. ທີມງານ ສຄຂ ໄດ້ຂັດເລືອກເອົາລາວເປັນຄູຕົວແບບ ເພື່ອບອກເລົ່າປະສົບການທີ່ໜ້າປະທັບໃຈຂອງລາວ ທີ່ໄດ້ນຳໃຊ້ຄວາມຄິດສ້າງສັນທີ່ໂດດເດັ່ນ ໃນການຊ່ວຍນັກຮຽນຂອງລາວໄດ້ຮຽນຮູ້ ແລະ ມີສ່ວນຮ່ວມໃນການປະຕິບັດການຮຽນການສອນດ້ວຍການປະຕິບັດກິດຈະກຳຕົວຈິງ ໂດຍນຳໃຊ້ວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ.

ນັບແຕ່ປີ 2019 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ມີການພັດທະນາ ແລະ ປະກາດນຳໃຊ້ຫຼັກສູດຂັ້ນປະຖົມ ສະບັບປັບປຸງໃໝ່ຂອງແຕ່ລະຂັ້ນຮຽນໃນແຕ່ລະປີ. ຫຼັກສູດການຮຽນການສອນແບບໃໝ່ນີ້, ແມ່ນໄດ້ຖືເອົານັກຮຽນເປັນໃຈກາງ, ຊຶ່ງເປັນຫຼັກສູດທີ່ໄດ້ພັດທະນາຂຶ້ນໂດຍ ກະຊວງສຶກສາທິການ ແລະ ການ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ປະຈຸບັນ, ນັກຮຽນແມ່ນໄດ້ມີການຮຽນຮູ້ໂດຍຜ່ານກິດຈະກຳ, ຈາກປະສົບການຕົວຈິງ, ລົງມືປະຕິບັດດ້ວຍຕົນເອງ ແລະ ມີສ່ວນຮ່ວມໃນການນຳໃຊ້ສື່ການຮຽນການສອນ ແລະ ໄດ້ນຳໃຊ້ຄວາມຮູ້ຂອງພວກເຂົາ.

ຄູວາດສະໜາ ໄດ້ກ່າວວ່າ: “ຂ້າພະເຈົ້າມັກຫຼັກສູດໃໝ່ຫຼາຍ ແລະ ນັກຮຽນຂອງພວກເຮົາແມ່ນມີຄວາມມ່ວນກວ່າເກົ່າ ແລະ ມີແຮງຈູງໃຈຫຼາຍຂຶ້ນ. ຫ້ອງຮຽນຂອງຂ້າພະເຈົ້າແມ່ນມີຫຼາກຫຼາຍກິດຈະກຳ ແລະ ຂ້າພະເຈົ້າ ໄດ້ສ້າງສື່ການຮຽນການສອນຫຼາຍໆຢ່າງ ເພື່ອໃຫ້ນັກຮຽນໄດ້ນຳໃຊ້ໃນຫ້ອງຮຽນ. ຂ້າພະເຈົ້າເຫັນໄດ້ວ່າ ມັນຊ່ວຍໃຫ້ພວກເຂົາສາມາດຈື່ຈຳບົດຮຽນໄດ້ດີກວ່າເກົ່າ ເມື່ອພວກເຂົາປະຕິບັດກິດຈະກຳ ແລະ ນຳໃຊ້ສື່ເຫຼົ່ານັ້ນເຂົ້າຊ່ວຍການຮຽນ”.

ຄູວາດສະໜາ ໄດ້ປະດິດສື່ການສອນທີ່ມີຄວາມຫຼາກຫຼາຍຈາກວັດສະດຸທີ່ສາມາດຫາໄດ້ໃນໝູ່ບ້ານຂອງລາວ ເຊັ່ນ: ໄດ້ນຳໃຊ້ໃບພ້າວມາສານເປັນໝາກບານ, ການແຕ້ມເປົ້າໃສ່ແກັດເຈັ້ຍເພື່ອໃຫ້ນັກຮຽນດຶກໃສ່ ເພື່ອເປັນການອອກກຳລັງກາຍ ແລະ ການສ້າງນໍ້າສີຈາກດອກໄມ້ ແລະ ຮາກໄມ້ ເພື່ອໃຊ້ໃນວີຊາແຕ້ມຮູບ.

ຄູວາດສະໜາ ໄດ້ກ່າວວ່າ: “ເມື່ອເຮົານຳໃຊ້ວັດສະດຸທີ່ຫາໄດ້ຈາກຊຸມຊົນ, ນັກຮຽນຈະສາມາດເຊື່ອມໂຍງເຂົ້າໄປຫາບົດຮຽນ ແລະ ພວກເຂົາຈະເຂົ້າໃຈຫຼາຍຂຶ້ນ”. ສໍາລັບວິຊາຄະນິດສາດ, ຄູ ວາດສະໜາ ໄດ້ນໍາໃຊ້ໄມ້ໄຜ່ມາເຫຼົາເປັນໄມ້ດິ້ວ ຫຼື ນໍາໃຊ້ ແກ່ນໝາກຂາມ ເພື່ອເອົາມາຊ່ວຍນັບເລກ. ສຳລັບການເລົ່າເລື່ອງ, ນັກຮຽນໄດ້ຊ່ວຍໃນການກະກຽມອຸປະກອນ ເຊັ່ນ: ການແຕ້ມຮູບ ແລະ ລະບາຍສີບັດຮູບພາບ. ລາວຍັງໄດ້ບອກອີກວ່າ: “ເມື່ອຂ້າພະເຈົ້າໄດ້ກະກຽມອຸປະກອນ ຈະຄິດຄືນວ່າ ສິ່ງໃດທີ່ເປັນອຸປະສັກໃນການຮຽນຂອງນັກຮຽນໃນຫົວຂໍ້ຕ່າງໆ. ຫຼັງຈາກນັ້ນ, ຈະມາສ້າງກິດຈະກຳ ແລະ ສື່ການສອນເພື່ອຊ່ວຍເຫຼືອພວກເຂົາ. ຂ້າພະເຈົ້າແມ່ນໄດ້ໄປຊອກເອົາບັນດາວັດສະດຸຕ່າງໆ ທີ່ມີໃນໝູ່ບ້ານ ຊຶ່ງສ່ວນຫຼາຍແມ່ນຈາກທຳມະຊາດ ແລະ ບໍ່ໄດ້ເສຍເງິນຊື້”.

ຄູວາດສະໜາ ຍັງໄດ້ກ່າວໃນຕອນທ້າຍວ່າ: “ຂ້າພະເຈົ້າເອງໄດ້ແນວຄວາມຄິດມາຈາກຄູທ່ານອື່ນທີ່ມີປະສົບການຫຼາຍກວ່າຂ້າພະເຈົ້າ ແລະ ຫວັງວ່າຂ້າພະເຈົ້າເອງຈະສາມາດແບ່ງປັນຄວາມຄິດສ້າງສັນ ແລະ ແຮງບັນດານໃຈໃຫ້ແກ່ຄູທ່ານອື່ນໆ. ເປັນຄວາມພູມໃຈໃຫ້ແກ່ຂ້າພະເຈົ້າທີ່ໄດ້ເຫັນນັກຮຽນຮຽນຮູ້ດ້ວຍຄວາມມ່ວນຊື່ນ ແລະ ມີຄວາມກ້າວໜ້າດ້ານການຮຽນຍ້ອນສື່ການຮຽນທີ່ຂ້າພະເຈົ້າໄດ້ປະດິດຂຶ້ນມານີ້”.

ຫາກທ່ານໄດ້ເຫັນຮອຍຍິ້ມຂອງນັກຮຽນຫ້ອງ ປ.1 ຂອງຄູວາດສະໜາ ເມື່ອເຂົ້າມາໃນຫ້ອງຮຽນໃນຕອນເຊົ້າ, ທ່ານຈະຮູ້ວ່າພວກເຂົາມ່ວນຫຼາຍກັບການຮຽນໃນໜຶ່ງມື້ຂອງພວກເຂົາ. ພວກເຂົາໄດ້ຟັງ, ໄດ້ມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ ໂດຍບໍ່ໄດ້ຈຳແນກຄວາມສາມາດຂອງນັກຮຽນແຕ່ລະຄົນ. ຄວາມມັກ ແລະ ການສ້າງໃຫ້ຫ້ອງຮຽນໄດ້ມີສ່ວນຮ່ວມໂດຍເດັກທຸກຄົນ ແມ່ນເປັນການປ່ຽນແປງອັນສຳຄັນສູ່ການສຶກສາທີ່ມີຄຸນນະພາບ ແລະ ສ້າງອະນາຄົດໃຫ້ແກ່ຄົນຮຸ່ນໃໝ່.

ເລື່ອງລາວຂອງຄູວາດສະໜາ ແມ່ນສາມາດຮັບຊົມໄດ້ຜ່ານທາງຊ່ອງຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos ແລະ ທາງໂທລະພາບສຶກສາ ທາງດາວທຽມລາວແຊັດ (Lao Sat) ຊ່ອງ 8. ໂຄງການສ້າງສາລະຄະດີຄູຕົວແບບ ແມ່ນໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ. ຈຸດປະສົງຂອງສາລະຄະດີ ແມ່ນເພື່ອສື່ສານຜ່ານການສຳພາດບຸກຄົນທີ່ດີເດັ່ນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃນປະຕິບັດຕາມແບບວິທີທີ່ດີທີ່ສຸດໃນການສອນດ້ວຍຫຼັກສູດສະບັບປັບປຸງໃໝ່ ແລະ ເພື່ອແບ່ງປັນແນວຄວາມຄິດທີ່ທັນສະໄໝທີ່ນຳສະເໜີການສອນ ແລະ ສິ່ງທ້າຍທາຍໃນການສອນ. ທ່ານສາມາເບິ່ງວິດີໂອໄດ້ທີ່ນີ້: https://www.youtube.com/watch?v=MgAGiHNxEOA&t

ຂໍ້ມູນໂດຍ: ແຜນງານບີຄວາ

ຮຽບຮຽງໂດຍ: ດາວຫວຽດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version