Home ຂ່າວພາຍໃນ ໜ່ວຍຊາວໜຸ່ມຫ້ອງເຕັກນິກ ກອງພົນທີ 2 ສໍາເລັດກອງປະຊຸມໃຫຍ່ຄັ້ງທີ ll

ໜ່ວຍຊາວໜຸ່ມຫ້ອງເຕັກນິກ ກອງພົນທີ 2 ສໍາເລັດກອງປະຊຸມໃຫຍ່ຄັ້ງທີ ll

0

ກອງປະຊຸມໃຫຍ່ຄັ້ງທີ Il ຂອງໜ່ວຍຊາວໜຸ່ມຫ້ອງເຕັກນິກ ກອງພົນທີ 2 ໄດ້ຈັດຂື້ນໃນວັນທີ 27 ເມສາ 2023, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສົງກາ ສຸດາລັດ ຮອງຫົວໜ້າພະແນກຊາວໜຸ່ມ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາຫ້ອງເຕັກນິກ, ຄະນະໜ່ວຍຊາວ ໜຸ່ມ, ແຂກຖືກເຊີນ ຕະຫລອດຮອດສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ.

ສະຫາຍ ພັນຕີ ບຸນຫລ່ຽມ ພົນອາສາ ເລຂາໜ່ວຍຊາວໜຸ່ມຫ້ອງເຕັກ ນິກ ກອງພົນທີ 2 ໄດ້ຂຶ້ນຜ່ານບົດສະຫລຸບລາຍງານການເຄື່ອນໄຫວວຽກ ງານ ແລະ ຂະບວນການຕ່າງໆຂອງຊາວໜຸ່ມ ໃນໄລຍະ 5 ປີຜ່ານມາ ຄະນະ ໜ່ວຍຊາວໜຸ່ມໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສໍາຄັນ, ເຮັດໃຫ້ຖັນແຖວສະມາຊິກຊາວໜຸ່ມ-ໄວໜຸ່ມໄດ້ຮັບຮູ້ ເຂົ້າໃຈຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ແລະ ລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ, ຕິດພັນກັບ ການຈັດຕັ້ງປະຕິບັດວຽກງານຂະບວນການ 4 ບຸກ ຢ່າງເປັນຂະບວນການ ຟົດຟື້ນແຂງແຮງ ແລະ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ, ຄຽງຄູ່ ກັນນັ້ນ ໄດ້ເອົາໃຈໃສ່ປະຕິບັດລະບອບດຳເນີນຊີວິດການເມືອງ ແລະ ເສຍເງິນສະຕິຢ່າງເປັນປົກກະຕິ, ໃຫ້ຄຳຕຳນິຕິຊົມຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອປັບປຸງກໍ່ສ້າງສະມາຊິກຊາວໜຸ່ມ ຢູ່ກົມກອງໃຫ້ມີຄວາມ ສາມັກຄີ, ມີຄວາມເຂັ້ມແຂງ ສາມາດເປັນແຂນຂວາຂອງພັກ ເປັນຜູ້ ສືບທອດທີ່ດີຂອງກົມກອງ. ນອກນີ້ຍັງໄດ້ເອົາໃຈໃສ່ຊີ້ນໍາວຽກງານຮັບປະ ກັນແກ້ໄຂຊີວິດການເປັນຢູ່ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ປັດຈຸບັນໜ່ວຍຊາວໜຸ່ມຫ້ອງເຕັກນິກ ມີສະມາຊິກຊາວໜຸ່ມ ທັງໝົດ 35 ສະຫາຍ , ໃນນັ້ນສາມາດຄັກເລືຶອກໄດ້ມີ ສະມາຊິກຊາວໜຸ່ມ 4 ບຸກ 18 ສະຫາຍ, ສະມາຊິກຊາວໜຸ່ມແຂງ 14 ສະຫາຍ, ສະມາຊິກຊາວໜຸ່ມກາງ 3 ສະຫາຍ, ໄລຍະ 5 ປີ ຜ່ານມາ ສາມາດ ສ້າງແຫລ່ງລາຍຮັບໄດ້ທັງໝົດ 38.801.000 ກີບ, ມີເງີນກອງທືນທັງໝົດ 9.226.000 ກີບ.

ກອງປະຊຸມຍັງໄດ້ຄົ້ນຄວ້າຮັບຟັງການປະກອບຄຳເຄິດຄຳເຫັນໃສ່ ບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງດໍາເນີນການ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ- ນໍາພາໜ່ວຍຊາວໜຸ່ມໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໂດຍ: ສຸວັນໂນ ທະລັງສີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version