Home ຂ່າວຕ່າງປະເທດ ຕວັກກີ ຄົ້ນພົບແຫລ່ງແກັສທຳມະຊາດ ມູນຄ່າ 1 ຕື້ໂດລາສະຫະລັດ

ຕວັກກີ ຄົ້ນພົບແຫລ່ງແກັສທຳມະຊາດ ມູນຄ່າ 1 ຕື້ໂດລາສະຫະລັດ

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເຣເຈບ ໄຕຢິບ ແອຣໂດອັນ ປະທານາທິບໍດີ ຕັວກກີ ເປີດເຜີຍວ່າ: ຕັວກກີ ຄົ້ນພົບ ປະລິມານ ສຳຮອງ ແກັສທຳມະຊາດ ໃນພື້ນທີ່ ພູກາບາຣ ແຂວງ ຊື່ນັດ ທາງຕາເວັນອອກ ສຽງໃຕ້ ໂດຍມີ ມູນຄ່າ ລະດັບ 1 ຕື້ໂດລາ ສະຫລັດ. ເມື່ອເດືອນ ທັນາ ປີ 2022 ຜ່ານມາ, ຕວັກກີ ປະກາດ ຄົ້ນພົບ ປະລິມານ ສຳຮອງນໍ້າມັນສຸດທິ ໃນພູແຫ່ງ ດຽວກັນນີ້ ຈຳນວນ 150 ລ້ານຖັງ, ດ້ວຍມູນຄ່າ ປະມານ 1,2 ໝື່ນລ້ານໂດລາ ສະຫະລັດ, ເປັນການ ຄົ້ນພົບ ນໍ້າມັນເທິງບົກ 1 ໃນ 10 ອັນດັບທຳອິດ ຂອງ ປີ 2022. ຄາດການວ່າ ເບື້ອງຕົ້ນ ຈະຜະລິດ ນໍ້າມັນ 5.000 ຖັງຕໍ່ວັນ, ໂດຍມີ ບໍ່ນໍ້າມັນ ທີ່ເປີດໃຊ້ງານ 4 ບໍ່. ໂດຍລັດຖະບານ ຕວັກກີ ເປີດໂຕໂຄງການ ພື້ນຖານ ໂຄງລ່າງ ແລະ ໂຄງການ ປ້ອງກັນ ຂະໜາດໃຫຍ່ ກ່ອນໜ້າ ການເລືອກຕັ້ງ ທົ່ວໄປ ທີ່ຈະມີຂື້ນ ໃນວັນທີ 14 ກຸມພານີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version