Home ຂ່າວພາຍໃນ ປຶກສາຫາລື ວຽກງານສ້າງພະນັກງານນຳພາ-ຄຸ້ມຄອງ ເພດຍິງ

ປຶກສາຫາລື ວຽກງານສ້າງພະນັກງານນຳພາ-ຄຸ້ມຄອງ ເພດຍິງ

0

ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ແລະ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຈັດຂຶ້ນໃນວັນທີ 26 ເມສາ ນີ້ ທີ່ຫ້ອງວ່າການແຂວງເຊກອງ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ, ທ່ານ ນາງ ຄໍາເສັງ ທຸມມະວົງສາ ຮອງປະທານສະພາປະຊາຊົນແຂວງ, ທ່ານ ນາງ ວິໄລວັນ ດາລາສິນ ປະທານສະຫະພັນແມ່ຍິງແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ ແລະ ຈຸດປະສົງວຽກງານການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ຊຶ່ງເປັນວຽກງານທີ່ສໍາຄັນ ແລະ ເປັນພື້ນຖານ ຂອງວຽກງານພະນັກງານ ເພື່ອຕອບສະໜອງກັບໜ້າທີ່ການເມືອງ ຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ. ພ້ອມນີ້, ກໍຍັງເປັນການຫັນຍຸດທະສາດ ກ່ຽວກັບວຽກງານພະນັກງານໃຫ້ເປັນອັນລະອຽດ ເພື່ອສ້າງພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບຳລຸງ, ຄາດຄະເນບັນຈຸສັບຊ້ອນ ແລະ ຈັດວາງພະນັກງານເພດຍິງເຂົ້າໃນຕໍາແໜ່ງບໍລິຫານປະເພດຕ່າງໆຢ່າງສົມເຫດສົມຜົນ, ທັງຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ.

ໃນກອງປະຊຸມ, ໄດ້ຮັບຟັງການນຳສະເໜີຜົນຂອງກອງປະຊຸມປຶກສາຫາລືວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ຄັ້ງທີ III, ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ແລະ ການຫັນປ່ຽນຢ່າງແຂງແຮງທຸກຂອດວຽກງານພະນັກງານໃນຄວາມຮັບຜິດຊອບ ຂອງສູນກາງສະຫະພັນແມ່ຍິງໃນໄລຍະຜ່ານມາ, ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນແຂວງ, ແຜນບໍາລຸງສ້າງ ແລະ ບັນຈຸສັບຊ້ອນພະນັກງານນໍາພາ-ຄຸ້ມຄອງເພດຍິງໃນແຕ່ລະຕໍາແໜ່ງບໍລິຫານ, ແຜນຄາດຄະເນເປົ້າໝາຍຄະນະບໍລິຫານງານສະຫະພັນແມ່ຍິງແຂວງໃນຕໍ່ໜ້າ ແລະ ສະພາບການປັບປຸງ, ສັບຊ້ອນບຸກຄະລາກອນຂອງສະຫະພັນແມ່ຍິງແຂວງ. ພ້ອມນັ້ນ, ກໍໄດ້ມີການນໍາສະເໜີ, ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາຄິດເຫັນ ກ່ຽວກັບການບໍາລຸງສ້າງ ແລະ ແຜນຄາດຄະເນຈັດວາງສັບຊ້ອນພະນັກງານເພດຍິງ ແລະ ການເຄື່ອນໄຫວວຽກງານອື່ນໆ ຂອງສະຫະພັນແມ່ຍິງຂັ້ນແຂວງໃນຕໍ່ໜ້າໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນສູງຂຶ້ນ.

ຂ່າວ-ພາບ: ສັນຍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version