Home ສຶກສາ ແຂວງ ສະຫວັນນະເຂດເປີດບັ້ນສອບເສັງ ລັດຖະກອນຄູປະຈໍາປີ 2023 ທົ່ວຂົງເຂດຂະແໜງສຶກສາທິການ ແລະກິລາ

ແຂວງ ສະຫວັນນະເຂດເປີດບັ້ນສອບເສັງ ລັດຖະກອນຄູປະຈໍາປີ 2023 ທົ່ວຂົງເຂດຂະແໜງສຶກສາທິການ ແລະກິລາ

0

ໃນຕອນເຊົ້າວັນທີ 25 ເມສາ 2023 ນີ້; ທົ່ວ ຂະແໜງສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດໄດ້ເປີດບັ້ນສອບເສັງລັດຖະກອນຄູໃໝ່ປະຈໍາປີ 2023;ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ,ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ,ທ່ານ ນາງ ບົວຄຳ ດາວສະຫວັນ ຜູ້ອຳນວຍການສຳນັກພິມສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາມີ ຄະນະຈັດຕັ້ງແຂວງ, ຄະນະພະແນກພາຍໃນແຂວງ,ຄະນະປະທານອົງການກວດກາລັດແຂວງ ແລະ ຜູ້ເຂົ້າສອບເສັງທັງຫມົດ 710 ຄົນ;ຍິງ 552 ຄົນ;ທົ່ວແຂວງໄດ້ແບ່ງອອກເປັນ 15 ສູນສອບເສັງ.

ການສອບເສັງຄັ້ງນີ້ ແມ່ນລວມມີ 07 ສາຂາວິຊາ ຄື: 1.ວິຊາຄູອະນຸບານ,2.ຄູປະຖົມ,3.ຄູພາສາລາວ-ວັນນະຄະດີ,4. ຄູຄະນິດສາດ,5.ຄູວິທະຍາສາດທຳມະຊາດ, 6.ຄູໄອຊີທີ ແລະ 7.ຄູພາສາຝຣັ່ງ. ສຳລັບໂຄຕ້າບໍລິຫານໄດ້ຈຳນວນ01 ໂຄຕ້າແມ່ນສອບເສັງໃນ 05 ວິຊາຄື:1, ວິຊາບໍລິຫານທົ່ວໄປ,2.ວິຊາການເງິນ-ການບັນຊີ ແລະ ການທະນາຄານ,3.ວິຊາວິສະວະກຳອອກແບບ-ກໍ່ສ້າງ,4.ວິຊາກົດໝາຍແລະ 5.ວິຊາ ໄອຊີທີ; ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ;ຍິງ 9 ຄົນ ເພື່ອຄັດເລືອກເອົາຕົວເລກລັດຖະກອນຄູ ແລະ ບໍລິຫານຄູປີ 2023 ນີ້ແມ່ນມີ 47 ໂຄຕ້າ ໃນນີ້ຈະແບ່ງປັນໃຫ້ແຕ່ລະເມືອງຕາມຄວາມເໝາະສົມເຊັ່ນ; ເມືອງຈຳພອນ,ນະຄອນໄກສອນ ພົມວິຫານ, ເມືອງ ອຸທຸມພອນ, ເມືອງ ໄຊບູລີ, ເມືອງ ພະລານໄຊ,ເມືອງ ອາດສະພອນ,ເມືອງ ອາດສະພັງທອງ, ເມືອງ ພີນ,ເມືອງ ເຊໂປນ,ເມືອງ ຊົນນະບູລີ,ເມືອງ ວິລະບູລີ, ເມືອງ ນອງ, ເມືອງ ໄຊພູທອງ,ເມືອງສອງຄອນ, ເມືອງ ທ່າປາງທອງ ການສອບເສັງແບ່ງອອກເປັນ 2 ພາກ ປະລາໄນ ແລະ ( ປະຕິບັດຕົວຈິງແລະ ສໍາພາດ).

ໂອກາດດັ່ງກ່າວນີ້ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດພ້ອມດ້ວຍຄະນະກຳມະການກໍໄດ້ພ້ອມກັນກວດ ແລະ ເປີດຫົວບົດສອບເສັງລັດຖະກອນຄູ ແລະ ບໍລິຫານປະຈຳປີ2023 ຢ່າງເປັນທາງການພ້ອມທັງເນັ້ນໃຫ້ຜູ້ສອບເສັງຈົ່ງປະຕິບັດຕາມກົດລະບຽບທີ່ຄະນະກຳມະການວາງອອກຢ່າງເຂັ້ມງວດ.

ຂຽນໂດຍ: ຄໍາແພງເພັດ ຂັນຕິວົງ

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version