Home ຂ່າວໜ້າໜຶ່ງ ລາວ-ຈີນ ພົບປະແລກປ່ຽນວິຊາການ ດ້ານວຽກງານສື່ມວນຊົນ

ລາວ-ຈີນ ພົບປະແລກປ່ຽນວິຊາການ ດ້ານວຽກງານສື່ມວນຊົນ

0

ພິທີພົບປະແລກປ່ຽນວິຊາການ ດ້ານວຽກງານສື່ມວນຊົນ ລະຫວ່າງ ກົມຖະແຫລງຂ່າວ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ກັບກົມໂຄສະນາ ຄະນະໂຄສະນາອົບ ຮົມສູນກາງພັກ ແລະ ສຳນັກຂ່າວສານປະເທດລາວ, ຄະນະພົວພັນຕ່າງປະເທດສູນກາງພັກ, ໜັງສືພິມປະຊາຊົນ, ວາລະສານອະລຸນໃໝ່ ຈັດຂຶ້ນໃນວັນທີ 25 ເມສາ 2023, ຝ່າຍລາວນຳໂດຍ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຜູ້ຕາງໜ້າຈາກສຳນັກຂ່າວຕ່າງໆຂອງລາວ ແລະ ຝ່າຍຈີນ ນຳໂດຍ ທ່ານ ຫູຈ້າວໜິງ ຫົວໜ້າກົມຖະແຫລງຂ່າວ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມຄະນະ. ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້າມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-27 ເມສາ 2023.

ການພົບປະກັນໃນຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນໃນຫລາຍບັນຫາ ເປັນຕົ້ນ ແລກປ່ຽນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ລາວ-ຈີນ ດ້ານວຽກງານສື່ມວນຊົນ ໃນໄລຍະຜ່ານມາ ເຊິ່ງຝ່າຍຈີນ ໄດ້ນຳສະເໜີຜົນສຳເລັດຂອງການຈັດຕັ້ງປະຕິ ບັດກອງປະຊຸມຄັ້ງທີ 20 ຂອງພັກກອມມູນິດຈີນ, ຂໍ້ລິເລີ່ມວ່າດ້ວຍອະລິຍະທຳຂອງໂລກທີ່ສະເໜີໂດຍເລຂາທິການໃຫຍ່ ສີ ຈິ້ນ ຜິງ, ຄຳເຫັນຕໍ່ສະຖານະການຫາງສຽງສາກົນ, ບົດຮຽນໃນການຊີ້ນຳນຳພາແນວຄິດຫາງສຽງ ແລະ ນຳສະເໜີກ່ຽວກັບການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ຂອງ ສປ ຈີນ ໃນໄລຍະໃໝ່. ພ້ອມນັ້ນ, ບັນດາຫົວໜ້າແຕ່ລະສຳນັກຂ່າວ ຂອງ ສປປ ລາວ ກໍໄດ້ຜັດ ປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດ, ພາລະບົດບາດ, ໜ້າທີ່ຮັບຜິດຊອບຂອງຕົນ, ຂອງແຕ່ລະຂະແໜງການ ໃຫ້ຝ່າຍຈີນຮັບຊາບ ໂດຍສະເພາະ ສະພາບການພັດທະນາຂອງສື່ມວນຊົນລາວ ໃນຍຸກໃໝ່, ຍຸກຫັນເປັນທັນສະໄໝເທື່ອລະກ້າວ.

ໂອກາດນີ້, ທ່ານ ໂພເມກ ວິໄລສັກ ໄດ້ຍົກໃຫ້ເຫັນການໂຄສະນາການພົວພັນຮ່ວມມື ລະ ຫວ່າງ ສອງປະເທດ ລາວ-ຈີນ ໃນໄລຍະຜ່ານມາ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ອອກບົດຂ່າວ, ບົດຄວາມ ແລະ ບົດຂ່າວສານຫລາຍສະບັບ ອີງຕາມເຫດການໃນແຕ່ລະໄລຍະ. ນອກນີ້, ຍັງໄດ້ຄົ້ນຄວ້າແນວຄິດຂອງ ສະຫາຍ ສີຈິ້ນຜິງ ຜູ້ນຳທີ່ຍິ່ງໃຫຍ່ຂອງ ສປ ຈີນ ໂດຍສະເພາະ ແມ່ນຂໍ້ລິເລີ່ມດ້ານອະຣິຍະທຳຂອງໂລກ ທີ່ພວມເປັນກະແສແນວຄິດທີ່ສ້າງຄວາມສົນໃຈໃຫ້ຄົນທົ່ວທັງໂລກ ໃນທ່າມກາງຄວາມຂັດແຍ່ງ ຂອງໂລກທີ່ຄາດຄະເນໄດ້ຍາກ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນໜ້າທີ່ຂອງບັນດາອົງການສື່ມວນຊົນຕ່າງໆຂອງ ສປປ ລາວ ທີ່ເຮັດໜ້າທີ່ໃນການໂຄສະນາແນວທາງນະ ໂຍບາຍ ຂອງພັກ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ທົ່ວສັງຄົມເຂົ້າໃຈ ແລະ ປະຕິບັດໃຫ້ເປັນຈິງ ແມ່ນໄດ້ເຮັດຢ່າງຕໍ່ເນື່ອງ ແລະ ມີຫລາຍຮູບຫລາຍສີ, ລວມທັງການໂຄສະນາ ແລະ ນຳສະເໜີບົດຮຽນດ້ານຕ່າງໆ ຂອງປະເທດເພື່ອນມິດຍຸດທະສາດ ໂດຍສະເພາະ ສປ ຈີນ ໄດ້ເຮັດໃຫ້ ສປປ ລາວ ມີການພັດທະນາດີຂຶ້ນ, ແຕ່ວ່າເມື່ອປຽບທຽບກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຍັງຈະຕ້ອງໄດ້ບຸກບືນສູ້ຊົນພັດທະນາໃນຫລາຍດ້ານ ໂດຍສະເພາະ ວຽກງານສື່ມວນຊົນ ເພື່ອໄປໃຫ້ທັນກັບຄວາມກ້າວໜ້າ-ທັນສະໄໝ ຂອງໂລກປັດຈຸບັນ.

ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ກໍໄດ້ມີຄຳເຫັນ ໃນກອງປະຊຸມ ໂດຍທ່ານ ໄດ້ຍົກໃຫ້ເຫັນພາລະບົດບາດ ແລະ ໜ້າທີ່ຂອງສຳນັກຂ່າວສານປະເທດລາວ ໃນການເປັນກະບອກສຽງ ໃຫ້ພັກ, ລັດ, ເປັນອົງການຂ່າວທາງການ, ໄດ້ເຮັດພາລະບົດບາດຂອງຕົນ ຕາມເງື່ອນໄຂຕົວຈິງ, ເຊິ່ງໃນໄລຍະຜ່ານມາ ສຳນັກຂ່າວສານປະເທດລາວ ໄດ້ມີການຮ່ວມມືກັບສື່ຈາກ ສປ ຈີນ ເປັນຕົ້ນ ໄດ້ພົວພັນຮ່ວມມືກັບສຳນັກຂ່າວສານຊິນຮວາ, ວິທະຍຸ ແລະ ໂທ ລະພາບສູນກາງຈີນ (ຊີເອັມຈີ) ໂດຍສະເພາະ ກັບຊີອາໄອ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ເປັນຕົ້ນ ໄດ້ໂຄສະນາສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຫດການຕ່າງໆທີ່ສຳຄັນທີ່ເກີດຂຶ້ນ ຢູ່ສອງປະເທດ ລາວ-ຈີນ, ຈີນ-ລາວ ໃຫ້ສັງຄົມທັງພາຍໃນ ແລະ ຕ່າງ ປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງ.

ໃນວັນດຽວກັນ, ທ່ານ ຫູຈ້າວໜິງ ພ້ອມດ້ວຍຄະນະ ກໍໄດ້ເຂົ້າພົບປະກັບ ທ່ານ ລາວປາວຊົ້ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version