Home ຂ່າວພາຍໃນ ມູນນິທິ GO&DO ສ. ເກົາຫລີ ຊ່ວຍເຫລືອລົດຮັບສົ່ງຄົນເຈັບ ແກ່ອົງການກາແດງລາວ

ມູນນິທິ GO&DO ສ. ເກົາຫລີ ຊ່ວຍເຫລືອລົດຮັບສົ່ງຄົນເຈັບ ແກ່ອົງການກາແດງລາວ

0

ມູນນິທິ Gyeonggi Provincial Fire and Disaster Headquarters ແລະ Social Welfare Foundation GO&DO ສາທາລະນະລັດເກົາຫລີ ມອບລົດຮັບສົ່ງຄົນເຈັບ 4ຄັນ ແລະລົດດັບເພີງ 1ຄັນ ມູນຄ່າ 16.220 ໂດລາ ໃຫ້ອົງການກາແດງແຫ່ງຊາດລາວ, ພິທີມອບ-ຮັບລົດຮັບສົ່ງຄົນເຈັບ ແລະລົດດັບເພີງ ດັ່ງກ່າວ ຈັດຂຶ້ນຕອນເຊົ້າວັນທີ 25 ເມສາ 2023 ທີ່ສໍານັກງານອົງການກາແດງແຫ່ງຊາດລາວ.ຕາງໜ້າຮັບໂດຍ ທ່ານ ຮຈ ດຣ ພູທອນ ເມືອງປາກ ປະທານ ອົງການກາແດງແຫ່ງຊາດລາວ, ມີທ່ານ ຈ່ອງ ຢ່ອງຊຸ (JUNG Yung Soo) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ກ່າວວ່າ: ສໍາລັບລົດກູ້ໄພທີ່ໄດ້ຮັບການຊ່ວຍເຫລືອຄັ້ງນີ້ແມ່ນຈະມອບໃຫ້ແຂວງທີ່ມີຄວາມຈໍາເປັນ , ສ່ວນລົດດັບເພີງແມ່ນຈະນໍາໃຊ້ຢູ່ໃນນະຄອນຫລວງວຽງຈັນເພື່ອການຮຽນຮູ້. ປະຈຸບັນອົງການກາແດງແຫ່ງຊາດລາວ ໄດ້ຂະຫຍາຍລົດກູ້ໄພໃຫ້ 7ແຂວງແລ້ວ ຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ຄໍາມ່ວນ ແລະແຂວງຈໍາປາສັກ ເຊິ່ງໃນຕໍ່ໜ້າຍັງຈະຂະຫຍາຍໄປແຂວງຫລວງນໍ້າທາ, ອຸດົມໄຊ ແລະແຂວງອື່ນໆຕື່ມອີກ.

ນອກຈາກໃຫ້ການຊ່ວຍເຫລືອລົດກູ້ໄພ ແລະ ລົດດັບເພີງແລ້ວ ໄລຍະຜ່ານມາ ມູນນິທິຂອງສາທາລະນະລັດເກົາຫລີ ຍັງໄດ້ໃຫ້ການຊ່ວຍເຫລືອເຄື່ອງບັນເທົາທຸກແກ່ ສປປ ລາວ ເປັນຕົ້ນ: ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນໃຫ້ແກ່ຫລາຍເຂດທີ່ຫ່າງໄກສອກຫລີກຕື່ມອີກ.

ໂດຍ: ຄໍາກອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version