Home ຂ່າວພາຍໃນ ເຈົ້າແຂວງຄຳມ່ວນຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ

ເຈົ້າແຂວງຄຳມ່ວນຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ

0

ວັນທີ 24 ເມສາ 2023 ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ການນຳຂອງແຂວງຄຳມ່ວນ ໂດຍເປັນກຽດຕ້ອນຮັບມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ໄດ້ແຈ້ງຈຸດປະສົງໃນການມາພົບປະ ແລະ ຢ້ຽມຢາມ ແຂວງຄຳມ່ວນ ໃນໂອກາດທີ່ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ເດີນທາງໄປເຄື່ອນໄຫວ ພົບປະແລກປ່ຽນບົດຮຽນ ກັບຄະນະພົວພັນຕ່າງປະເທດ ສູນກາງພັກຂອງ ສສ ຫວຽດນາມ ແລະ ໄດ້ເດີນທາງກັບມາຜ່ານທາງດ່ານນາເພົ້າ ແຂວງຄຳມ່ວນ ພ້ອມທັງໄດ້ເຂົ້າພົບປະກັບການນຳຂອງແຂວງ ໃນຄັ້ງນີ້ ເນື່ອງຈາກວ່າແຂວງຄຳມ່ວນ ກໍ່ເປັນແຂວງໜຶ່ງທີ່ມີຊາຍແດນຕິດກັບບັນດາແຂວງ ຂອງ ສສ ຫວຽດນາມ ແລະ ໄດ້ມີການພົວພັນຮ່ວມມື ແລກປ່ຽນບົດຮຽນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍໆດ້ານ ຕະຫຼອດໄລຍະຜ່ານມາ.

ໂອກາດນີ້ ທ່ານເຈົ້າແຂວງຄຳມ່ວນ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຂອບໃຈ ໃນການມາພົບປະຢ້ຽມຢາມຂອງຄະນະພົວພັນຕ່າງປະເທດໃນຄັ້ງນີ້ ເຊິ່ງແຂວງຄຳມ່ວນ ແມ່ນໄດ້ມີການພົວພັນກັບບັນດາແຂວງຕ່າງໆ ຂອງ ສສ ຫວຽດນາມ ໄດ້ເຮັດບົດບັນທຶກການຮ່ວມມືໃນຫຼາຍດ້ານ. ໃນແຕ່ລະປີແມ່ນໄດ້ຜັດປ່ຽນກັນ ໄປ-ມາ ພົບປະຢ້ຽມຢາມ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເປັນການພົວພັນທີ່ມີຄວາມສະໜິດສະໜົມ ຮັດແໜ້ນຄວາມສາມັກຄີແບບພິເສດ. ເຊິ່ງໃນໄລຍະການສະເຫຼີມສະຫຼອງປີສາມັກຄີ ລາວ-ຫວຽດນາມ ໃນປີຜ່ານມາ ກໍ່ໄດ້ເຊີນການນຳຂອງບັນດາແຂວງ ຂອງ ສສ ຫວຽດນາມ ມາຮ່ວມໃນພິທີ ເຮັດໃຫ້ບັນຍາກາດຂອງການສະເຫຼີມສະຫຼອງປີສາມັກຄີ ລາວ-ຫວຽດນາມ ມີບັນຍາກາດຟົດຟື້ນ ແລະ ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ບັນດາແຂວງຕ່າງໆ ຈາກ ສສ ຫວຽດນາມ ກໍ່ໄດ້ຊ່ວຍເຫຼືອທາງດ້ານວັດຖຸອຸປະກອນ ແລະ ປັດໃຈຈຳນວນໜຶ່ງ ໃຫ້ແກ່ແຂວງຄຳມ່ວນ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ. ນອກນີ້ ກໍ່ຍັງໄດ້ຊ່ວຍເຫຼືອທາງດ້ານທຶນການສຶກສາໃນແຕ່ລະປີ, ການກໍ່ສ້າງພື້ນຖານໂຄງລ່າງ, ໂຮງຮຽນ, ໂຮງໝໍ, ຊົນລະປະທານ ໃຫ້ແກ່ແຂວງຄຳມ່ວນ ພ້ອມທັງໄດ້ມີການພົວພັນປະສານງານ ລາດຕະເວນຮ່ວມກັນໃນຂອບເຂດຊາຍແດນ ແລະ ວຽກງານອື່ນໆ.

#Medialaos#ມີເດຍລາວ#khammouane News #ແຂວງຄຳມ່ວນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version