Home ຂ່າວພາຍໃນ ກຸ່ມເປົ້າໝາຍ ຜູ້ວ່າງງານໄດ້ຮັບການຝຶກອົບຮົມ ການແປຮູບຜະລິດຕະພັນກ້ວຍ.

ກຸ່ມເປົ້າໝາຍ ຜູ້ວ່າງງານໄດ້ຮັບການຝຶກອົບຮົມ ການແປຮູບຜະລິດຕະພັນກ້ວຍ.

0

ໃນວັນທີ 24 ເມສາ 2023 ທີ່ສູນພັດທະນາສີມືແຮງງານແຂວງສະຫວັນນະເຂດ ໄດ້ຈັດຊຸດຝຶກອົບຮົມ ແລະ ພັດທະນາສີມືແຮງງານ ໃຫ້ກຸ່ມເປົ້າໝາຍຜູ້ວ່າງງານ ກ່ຽວກັບການແປຮູບຜະລິດຕະພັນໝາກກ້ວຍນໍ້າ,ໂດຍການເປັນປະທານຂອງທ່ານ ແຖວຄໍາ ພົມມະວົງ ຮອງຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຊິ່ງການຝຶກອົບຮົມສີມືແຮງງານຄັ້ງນີ້ ມີຜູ້ເຂົ້າຮັບການອົບຮົມ 20 ຄົນ,ທີ່ມາຈາກນະຄອນໄກສອນ ພົມວິຫານ,ເມືອງໄຊບູລີ,ອຸທຸມພອນ,ຈໍາພອນ ແລະ ເມືອງທ່າປາງທອງ.

ຈາກນັ້ນຜູ້ຕາງໜ້າໂຄງການ ທີ່ໃຫ້ທຶນ ໄດ້ມີຄໍາເຫັນວ່າ: ການຈັດຊຸດຝຶກອົບຮົມຄັ້ງນີ້ ກໍ່ແມ່ນເພື່ອເຮັດໃຫ້ຜູ້ທີ່ວ່າງງານ ຫຼື ວ່າຜູ້ທີ່ມັກໃນການແປຮູບຜະລິດຕະພັນກ້ວຍ ທີ່ຍັງບໍ່ທັນຊໍານິຊໍານານ ໄດ້ນໍາເອົາບົດຮຽນໄປຜັນຂະຫຍາຍໃຫ້ປະສົບຜົນສໍາເລັດ.

ໂອກາດເຂົ້າຮ່ວມ ທ່ານ ແຖວຄໍາ ພົມມະວົງ ກໍ່ເນັ້ນວ່າ: ຜູ້ທີ່ມີໂອກາດເຂົ້າອົບຮົມ ກໍ່ຕ້ອງຕັ້ງໃຈ ເກັບກໍາເອົາບົດຮຽນອັນໃໝ່ໆ,ອັນໃດທີ່ບໍ່ເຂົ້າໃຈກ່ຽວກັບ ວິທີແປຮູບກ້ວຍນໍ້າ ຫຼືວ່າໂຕໃດ ທີ່ຕະຫຼາດກໍາລັງຕ້ອງການ ກໍ່ຂໍໃຫ້ຖາມ ເພື່ອແລກປ່ຽນບົດຮຽນ,ເຊິ່ງອັນນີ້ຖືວ່າເປັນອາຊີບ ທີ່ຕິດໂຕເຮົາໃນການຊອກຢູ່ຫາກິນ ແລະ ເປັນອາຊີບອິດສະຫຼະ,ທັງເຮັດໃຫ້ເຮົາມີວຽກເຮັດງານທໍາ ນໍາອີກ.

ໂດຍການຝຶກອົບຮົມແປຮູບຜະລິດຕະພັນກ້ວຍໃນຄັ້ງນີ້ ແມ່ນຈະເນັ້ນໃສ່ການເຮັດເຂົ້າໜົມກ້ວຍຕາກ, ເຂົ້າໜົມກ້ວຍອົບເນີຍ, ກ້ວຍມ້ວນ,ເຂົ້ໜົມກ້ວຍກວນ,ເຊິ່ງການອົບຮົມແມ່ນຈະໄດ້ດໍາເນີນໄປເປັນເວລາ 05 ວັນເຕັມ ຄືນັບແຕ່ວັນທີ 24-28 ເມສາ 2023 ຈິ່ງຈະສໍາເລັດ

ນັກຂ່າວເມືອງອຸທຸມພອນ: ບຸນຊູ ພົມມະເທບ

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version