Home ຂ່າວໜ້າໜຶ່ງ ປະທານກາແດງແຫ່ງຊາດ ຕ້ອນຮັບຊ່ຽວຊານວຽກງານເລືອດຂອງກາແດງອົດສະຕາລີ ແລະ ຮົງກົງ

ປະທານກາແດງແຫ່ງຊາດ ຕ້ອນຮັບຊ່ຽວຊານວຽກງານເລືອດຂອງກາແດງອົດສະຕາລີ ແລະ ຮົງກົງ

0

ວັນທີ 21 ເມສາ 2023, ທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວໄດ້ຕ້ອນຮັບທ່ານນາງ. ມິເຊວ ໂວເລັກ (Ms.Michelle Wsolak) ຄະນະກອງເລຂາ ຫົວໜ້າຝ່າຍວິຊາການໜ່ວຍງານເລືອດ ສະພາກາແດງອົດສະຕາລີ, ທ່ານ ດຣ. ຊຶກວົງ ລີ (Cheuk-Kwong lee)ຜູ້ປະສານງານ ປະຈຳພາກພື້ນອາຊີ-ປາຊີຟິກ, ຫົວໜ້າໜ່ວຍງານບໍລິການເລືອດ ອົງການກາແດງຮົງກົງໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-25 ເມສາ 2023 ເພື່ອໃຫ້ຄຳປຶກສາ ແລະ ແນະນຳດ້ານການບໍລິການເລືອດທີ່ປອດໄພໃນກະກຽມເພື່ອທົດສອບເອົາໃບຢັ້ງຢືນຄຸນນະພາບສາກົນ (AABB Fundamental Standard Certificatione) ໃຫ້ແກ່ສະຖາບັນເລືອດແຫ່ງຊາດ ພ້ອມທັງປັບປຸງວຽກງານຄຸນນະພາບເລືອດຕື່ມອີກ ເພື່ອໃຫ້ມີມາດຕະຖານສາກົນ, ປະລິມານຂອງວຽກງານເລືອດອົງການກາແດງລາວ, ເພື່ອບັນລຸເປົ້າໝາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈບໍ່ຮຽກຮ້ອງສີ່ງຕອບແທນ ທັງເປັນການຮັບປະກັນການສະໜອງເລືອດປອດໄພ, ພຽງພໍ ແລະ ທັນເວລາໃຫ້ແກ່ຄົນເຈັບທີ່ຕ້ອງການໃສ່ເລືອດເຊິ່ງກຳລັງປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ.

ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຜູ້ແທນກາແດງອົດສະຕາລີ ແລະຮົງກົງ ທີ່ໄດ້ໃຫ້ການຊ່ວຍເຫລືອວຽກງານການບໍລິຈາກເລືອດໃຫ້ມີຄວາມເຂັ້ມແຂງຂື້ນຕື່ມ ແນໃສ່ ຮັບປະກັນຕອບສະຫນອງເລືອດ ທີ່ພຽງພໍ, ປອດໄພ ແລະ ທັນເວລາ ໃຫ້ແກ່ຄົນເຈັບທີ່ຕ້ອງການ ນັບທັງລະດັບສູນກາງ, ລະດັບແຂວງ ແລະ ລະດັບເມືອງ ໃນຂອບເຂດທົ່ວປະເທດ ເຊີ່ງເຫັນວ່າ ມີຄວາມສໍາຄັນ ແລະຈໍາເປັນ, ຖ້າບໍ່ມີການຕອບສະຫນອງເລືອດທີ່ທ່ວງທັນໃນເວລາຄົນເຈັບຕ້ອງການແລ້ວ ບາງທີ ເຂົາເຈົ້າເຫລົ່ານັ້ນ ອາດເສຍຊີວິດໄດ້.

ໂດຍ: ສຸກສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version