Home ແຈ້ງການສໍາຄັນ ເມືອງວັງວຽງ ແຈ້ງການ ໃຫ້ປະຊາຊົນ ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະໜາມບິນເກົ່າ

ເມືອງວັງວຽງ ແຈ້ງການ ໃຫ້ປະຊາຊົນ ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະໜາມບິນເກົ່າ

0

ເລີ່ມແຕ່ວັນທີ 19 ເມສາ 2023 ເປັນຕົ້ນໄປ ແລະ ໃຫ້ສຳເລັດຊ້າສຸດບໍ່ໃຫ້ກາຍວັນທີ 30 ເມສາ 2023 ນີ້ ແລ້ວຈະໄດ້ເລີ່ມລົງມືກໍ່ສ້າງແຫຼ່ງທ່ອງທ່ຽວແຫ່ງໃໝ່, ຫ້ອງວ່າການເມືອງວັງວຽງ ຂໍແຈ້ງມາຍັງ ນາຍບ້ານໆ ວັງວຽງ, ບ້ານສະຫວ່າງ, ບ້ານວຽງແກ້ວ, ບ້ານເມືອງຊອງ ແລະ ບ້ານໂພນເພັງ, ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ, ທຸລະກິດບໍລິການຕ່າງໆ ຢູ່ໃນຂອບເຂດສະຫນາມບິນເກົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງຊາບວ່າ ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ ເຊິ່ງໄດ້ສໍາປະທານພື້ນທີ່ສະຫນາມບິນເກົ່າ ຈະໄດ້ເລີ່ມລົງມືກໍ່ສ້າງແຫຼ່ງທ່ອງທ່ຽວຕາມແຜນການຂອງບໍລິສັດທີ່ໄດ້ວາງໄວ້ໃຫ້ສໍາເລັດໂດຍໄວ. ສະນັ້ນ ຈຶ່ງໃຫ້ ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ບໍລິການຕ່າງໆ ໄດ້ຍົກຍ້າຍກິດຈະການອອກ ພ້ອມທັງຮື້ຖອນສິ່ງກໍ່ສ້າງ ຕ່າງໆ ອອກຈາກພື້ນທີ່ຂອງບໍລິສັດໄດ້ສໍາປະທານນໍາລັດ (ສະຫນາມບິນເກົ່າ) ເລີ່ມແຕ່ວັນທີ 19 ເມສາ 2023 ເປັນຕົ້ນໄປ ແລະ ໃຫ້ສໍາເລັດຊ້າສຸດບໍ່ໃຫ້ກາຍວັນທີ 30 ເມສາ 2023; ຈາກນັ້ນ ບໍລິສັດ ຈະໄດ້ອ້ອມຮົ້ວພື້ນທີ່ດັ່ງກ່າວເພື່ອທໍາການ ກໍ່ສ້າງ; ຫາກວ່າຜູ້ປະກອບການທ່ານໃດບໍ່ຍົກຍ້າຍອອກຕາມກໍານົດເວລາ ເມື່ອໄດ້ຮັບຜົນກະທົບຈາການກໍ່ສ້າງທາງບໍລິສັດຈະບໍ່ຮັບຜິດຊອບຕໍ່ມູນຄ່າເສຍຫາຍໃດໆ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version