Home ຂ່າວດ່ວນ ຟຟລ ສາຂານະຄອນຫຼວງ2 ແຈ້ງສ້ອມແປງໄຟຟ້າສຸກເສີນກໍແກ້ໄຂ-ສ້ອມແປງ 5 ເມືອງ

ຟຟລ ສາຂານະຄອນຫຼວງ2 ແຈ້ງສ້ອມແປງໄຟຟ້າສຸກເສີນກໍແກ້ໄຂ-ສ້ອມແປງ 5 ເມືອງ

0

ຟຟລ ສາຂານະຄອນຫຼວງ2 ຂໍແຈ້ງເຖິງຜູ້ຊົມໃຊ້ໄຟຟ້າຊາບວ່າ ເນື່ອງຈາກມີພາຍຸລົມແຮງຊ່ວງຫົວຄໍ່າວານນີ້ ເປັນສາເຫດເຮັດໃຫ້ໄຟຟ້າບໍ່ມາເປັນບໍລິເວນກວ້າງ ກວມເອົາທົ່ວ 5ເມືອງຄື: ເມືອງໄຊທານີ, ເມືອງຫາດຊາຍຟອງ, ເມືອງນາຊາຍທອງ, ເມືອງປາກງື່ມ ແລະ ເມືອງສັງທອງ ທາງທີມງານສ້ອມແປງໄຟຟ້າສຸກເສີນກໍແກ້ໄຂ-ສ້ອມແປງ ສະໜອງໄຟຟ້າໃຫ້ຜູ້ຊົມໃຊ້ໄຟສຳເລັດໄດ້ຫຼາຍເຂດ ແລະ ປະຈຸບັນຂອບເຂດທີ່ຈະສືບຕໍ່ສ້ອມແປງໃນມື້ນີ້ມີ:

1. ເມືອງໄຊທານີ: ປ້າຍໂຄສະນາລົ້ມທັບສາຍໄຟ ບ້ານ ດອນໜູນ ແລະ ສາຍຕາຂ່າຍ 22kV ຂາດ ຈຳນວນ 1ຫວ່າງ ບ້ານໜອງພະຍາ.

2.ເມືອງນາຊາຍທອງ: ຄອນສາຍຫັກ ບ້ານ ອ່າງນ້ຳຫຸມ ແລະ ສາຍຫຼຸດຫົວກ໋ອກຟິວ ບ້ານ ນາຍາງ.

3. ເມືອງປາກງື່ມ: ຕົ້ນໄມ້ຫັກທັບສາຍຕາຂ່າຍ22kV ຂາດ ບ້ານທຸນລົວ ແລະ ສາຍຕາຂ່າຍ 22kVຂາດ ບ້ານ ຫ້ວຍນ້ຳຍຸນ.

ເຊີ່ງຄາດວ່າອີກບໍ່ດົນຈະສາມາດສະໜອງໄຟຟ້າໃຫ້ຜູ້ຊົມໃຊ້ຢ່າງເປັນປົກກະຕິ

ດັ່ງນັ້ນ, ຈື່ງຂໍອະໄພໃນຄວາມບໍ່ສະດວກໃນການຊົມໃຊ້ໄຟຟ້າດ້ວຍ.

ພົບເຫັນຈຸດທີ່ມີບັນຫາ ສາມາດແຈ້ງຜ່ານ

Call Center1199 ຕະຫຼອດ 24ຊົ່ວໂມງ

Whatapp: 020 2825 6536

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version