Home ຂ່າວໜ້າໜຶ່ງ ປະທານປະເທດ ອວຍພອນປີໃໝ່ລາວ ຂໍໃຫ້ປະຊາຊົນລາວຈົ່ງມີຄວາມຢູ່ເຢັນເປັນສຸກ

ປະທານປະເທດ ອວຍພອນປີໃໝ່ລາວ ຂໍໃຫ້ປະຊາຊົນລາວຈົ່ງມີຄວາມຢູ່ເຢັນເປັນສຸກ

0

ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ພ.ສ 2565, ຕ້ອນຮັບປີໃໝ່ລາວ ພ.ສ 2566 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອວຍພອນໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງສຸກກາຍ ສະບາຍໃຈ ແລະ ມີຄວາມຢູ່ເຢັນເປັນສຸກ ຊຶ່ງເນື້ອໃນຄຳອວຍພອນມີດັ່ງນີ້:

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ !

ປີຂານ ພ.ສ 2565 ທີ່ກໍາລັງຈະຜ່ານພົ້ນໄປນີ້, ກໍເປັນອີກປີໜຶ່ງ ທີ່ປວງຊົນລາວທັງຊາດ ໄດ້ເປັນຈິດໜຶ່ງໃຈດຽວກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ແລະ ເປັນປີທີ່ປະເທດຊາດ ຂອງພວກເຮົາ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບຮຽບຮ້ອຍທາງດ້ານສັງຄົມ, ການພັດທະນາເສດຖະກິດ ສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະທີ່ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ມີບາດກ້າວທີ່ດີຂຶ້ນ ຍ້ອນປະເທດເຮົາສາມາດເປີດກວ້າງການຮ່ວມມືກັບປະເທດເພື່ອນມິດ, ເປີດກວ້າງການລົງທຶນ ແລະ ການທ່ອງທ່ຽວ, ພາຍຫຼັງ ທີ່ສາມາດຄວບຄຸມການແຜ່ລະບາດຂອງໂຄວິດ-19 ໄດ້ໃນລະດັບອັນແນ່ນອນ… ບັນດາຜົນສໍາເລັດດັ່ງທີ່ກ່າວມານັ້ນ, ກໍຍ້ອນຄວາມເປັນເຈົ້າຂອງປະຊາຊົນບັນດາເຜົ່າ ໃນທົ່ວປະເທດເຮົາ ໄດ້ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດເຮົາ, ສາມັກຄີເປັນປຶກແຜ່ນ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ IX ຢ່າງແຂງແຮງ ແລະ ຕໍ່ເນື່ອງສະເໝີມາ. ຂ້າພະເຈົ້າ ຂໍຖືໂອກາດນີ້ ຍ້ອງຍໍ, ຊົມເຊີຍ ຕໍ່ ຜົນສໍາເລັດ ທີ່ຍາດມາໄດ້ຕະຫຼອດປີຂານທີ່ຜ່ານມານັ້ນ ຢ່າງສຸດອົກສຸດໃຈ!

ບັນດາທ່ານ, ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

ປີເຖາະ ພ.ສ 2566 ທີ່ຈະກ້າວເຂົ້າມານີ້, ກໍເປັນອີກປີໜຶ່ງ ທີ່ພວກເຮົາຍັງຕ້ອງໄດ້ປະເຊີນໜ້າກັບອຸປະສັກ ແລະ ສິ່ງທ້າທາຍທົດສອບຕໍ່ໄປອີກ, ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທຸກຖ້ວນໜ້າ ຕ້ອງໄດ້ພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດເຮົາ, ເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ສຸມທຸກກໍາລັງແຮງ, ກໍາລັງໃຈ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເຮົາ, ຍູ້ແຮງການປະຕິບັດສອງວາລະແຫ່ງຊາດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເພື່ອແນໃສ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ ໃນທຸກຂົງເຂດວຽກງານ ໃນຕະຫຼອດປີເຖາະ ທີ່ຈະມາເຖິງນີ້.

ເນື່ອງໃນໂອກາດ ອັນເປັນສີຣິມຸງຄຸນ ເພື່ອຕ້ອນຮັບປີໃໝ່ (ປີເຖາະ ພ.ສ 2566) ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງ ພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄື ຊາວຕ່າງປະເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງມີຄວາມສຸກກາຍ ສະບາຍໃຈ, ປາສະຈາກໂຣກໄພໄຂ້ເຈັບ, ມີພະລານາໄມສົມບູນ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ ຕະຫຼອດປີໃໝ່ ພ.ສ 2566 ແລະ ຂໍໃຫ້ປີໃໝ່ລາວປີນີ້, ຈົ່ງເປັນປີທີ່ນໍາເອົາຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ຄວາມຢູ່ເຢັນເປັນສຸກ ມາສູ່ປວງຊົນລາວທັງຊາດດ້ວຍເຖີນ!

ສະບາຍດີປີໃໝ່!

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version