Home ຂ່າວໜ້າໜຶ່ງ ແຜນປະຕິບັດງານພາຍໃຕ້ຂອບການຮ່ວມມືດ້ານພະລັງງານ ລະຫວ່າງຍີ່ປຸ່ນ-ສ.ອາເມລິກາ-ປະເທດແມ່ນໍ້າຂອງ (JUMPP)

ແຜນປະຕິບັດງານພາຍໃຕ້ຂອບການຮ່ວມມືດ້ານພະລັງງານ ລະຫວ່າງຍີ່ປຸ່ນ-ສ.ອາເມລິກາ-ປະເທດແມ່ນໍ້າຂອງ (JUMPP)

0

ກອງປະຊຸມເຈົ້າໜ້າທີ່ອາວຸໂສປະເທດເພື່ອນແມ່ນໍ້າຂອງ ໄດ້ຖືກຈັດຂຶ້ນ ໃນວັນທີ 6 ເມສາ 2023 ຜ່ານມາ, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ໃນກອງປະຊຸມ, ສະຫະລັດ ອາເມລີກາ ແລະ ຍີ່ປຸ່ນ ພ້ອມດ້ວຍ ຣາຊະອານາຈັກ ກໍາປູເຈຍ, ສປປ ລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ໄດ້ປະກາດແຜນປະຕິບັດງານ ພາຍໃຕ້ຂອບການຮ່ວມມືດ້ານພະລັງງານ ລະຫວ່າງ ຍີ່ປຸ່ນ- ສ.ອາເມລິກາ-ປະເທດແມ່ນໍ້າຂອງ (JUMPP), ເຊິ່ງແມ່ນເອກະສານລາຍລະອຽດທີ່ກໍານົດບັນດາໂຄງການ ແລະ ກິດຈະກໍາບູລິມະສິດ ໃນການຮ່ວມມືດ້ານວິຊາການ ເພື່ອຊ່ວຍໃຫ້ບັນດາປະເທດແມ່ນໍ້າຂອງ ບັນລຸເປົ້າໝາຍ ກ່ຽວກັບ ການນໍາໃຊ້ພະລັງງານສະອາດ, ການສົ່ງຂາຍພະລັງງານໄຟຟ້າຂ້າມແດນ ແລະ ການພັດທະນາຕະຫຼາດພະລັງງານພາຍໃນປະເທດ ແລະ ພາກພື້ນ. ການຊ່ວຍເຫຼືອດ້ານວິຊາການທີ່ໄດ້ກໍານົດໄວ້ໃນຂອບການຮ່ວມມື JUMPP ປະກອບດ້ວຍ: ການປະເມີນດ້ານເຕັກນິກ ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານການເຊື່ອມສານພະລັງງານລົມ, ແສງອາທິດ ແລະ ການກັກເກັບພະລັງງານໄຟຟ້າດ້ວຍແບັດເຕີລີ ເຂົ້າລະບົບສາຍສົ່ງ, ການວິເຄາະຕະຫຼາດພະລັງງານ ແລະ ແຜນເພີ່ມທະວີການນໍາໃຊ້ພະລັງງານສະອາດ, ການໃຫ້ຄໍາປຶກສາ ເພື່ອນໍາໃຊ້ຕາຂ່າຍໄຟຟ້າຂ້າມແດນ ທີ່ມີໃນປະຈຸບັນ ໃຫ້ເກີດປະໂຫຍດສູງສຸດ, ການສ້າງຄວາມອາດສາມາດ, ການແລກປ່ຽນດ້ານລະບຽບການຄຸ້ມຄອງຈາກຄູ່ຮ່ວມງານ, ຄໍາແນະນໍາດ້ານວິຊາການ ກ່ຽວກັບສັນຍາສໍາປະທານ ເພື່ອດຶງດູດການລົງທຶນໂຄງລ່າງພື້ນຖານດ້ານພະລັງງານສະອາດ ແລະ ການໄປທັດສະນະແລກປ່ຽນທີ່ສະຫະລັດອາເມລິກາ ເພື່ອຮຽນຮູ້ວິທີການປະຕິບັດທີ່ດີທີ່ສຸດ ຈາກບັນດາຕະຫຼາດພະລັງງານ, ບໍລິສັດ ແລະ ໜ່ວຍງານຄຸ້ມຄອງຂອງ ສະຫະລັດ ອາເມລິກາ.

ຂອບການຮ່ວມມື JUMPP ໄດ້ເປີດໂຕໃນ ປີ 2019 ເພື່ອສະໜັບສະໜູນການຮ່ວມມື ລະຫວ່າງ ປະເທດແມ່ນໍ້າຂອງ-ສະຫະລັດ ອາເມລິກາ ແລະ ໂຄງການລິເລີ່ມ Clean EDGE (ເສີມຂະຫຍາຍການພັດທະນາ ແລະ ການຂະຫຍາຍຕົວ ໂດຍຜ່ານ ວຽກງານດ້ານພະລັງງານ) ຢູ່ອາຊີ, ຂອບການຮ່ວມມື JUMPP ເສີມຂະຫຍາຍຄວາມອາດສາມາດໃຫ້ອົງກອນ ເພື່ອຊຸກຍູ້ການກ້າວເຂົ້າສູ່ພະລັງງານສະອາດ, ການຄ້າຂາຍພະລັງງານໄຟຟ້າໃນພາກພື້ນ ແລະ ການປະຕີຮູບຕະຫຼາດພະລັງງານ ເພື່ອສ້າງການແຂ່ງຂັນໃນຕະຫຼາດ, ສ້າງເງື່ອນໄຂການນໍາໃຊ້ພະລັງງານສະອາດ ແລະ ການລະດົມການລົງທຶນ ເພື່ອຊ່ວຍໃຫ້ບັນດາລັດຖະບານຄູ່ຮ່ວມມືຂອງບັນດາປະເທດແມ່ນໍ້າຂອງ ມີຄວາມເຊື່ອໝັ້ນໃນການເຊື່ອມສານພະລັງງານທາງເລືອກ, ພາຫະນະໄຟຟ້າ ແລະ ການກັກເກັບພະລັງງານໄຟຟ້າດ້ວຍແບັດເຕີລີ; ດຶງດູດການລົງທຶນທີ່ມີຄຸນນະພາບສູງ; ເພີ່ມການຄ້າຂາຍໄຟຟ້າຂ້າມແດນ; ແລະ ພັດທະນາຄວາມສາມາດຂອງຊັບພະຍາກອນມະນຸດ, ແຜນງານຮ່ວມມື JUMPP ສ້າງຄວາມກ້າວໜ້າ ໃນການບັນລຸບັນດາເປົ້າໝາຍຮ່ວມ ຄືການເພີ່ມຄວາມໝັ້ນຄົງ ແລະ ຄວາມຮັ່ງມີດ້ານພະລັງງານໃນພາກພື້ນ. ເປົ້າໝາຍເຫຼົ່ານີ້ແມ່ນຄໍາໝັ້ນສັນຍາຮ່ວມ ທີ່ ທ່ານຮອງປະທານາທິບໍດີຄາມາລາ ແຮຣິສ ໄດ້ເນັ້ນໜັກໃນເວລາທີ່ທ່ານໄດ້ເດີນທາງມາຢ້ຽມຢາມປະເທດໄທ ໃນເດືອນພະຈິກ, ປີ 2022.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version