Home ຂ່າວກິລາ ທັບນັກກິລາເຕະບານຄົນພິການຕາ ຮັບການຍ້ອງຍໍ ພ້ອມເງິນສະໜັບສະໜູນເກືອບ 100 ລ້ານກີບ

ທັບນັກກິລາເຕະບານຄົນພິການຕາ ຮັບການຍ້ອງຍໍ ພ້ອມເງິນສະໜັບສະໜູນເກືອບ 100 ລ້ານກີບ

0

ທັບນັກກິລາເຕະບານຄົນພິການຕາທີມຊາດລາວ ທີ່ສ້າງຜົນງານພົ້ນເດັ່ນຄວ້າອັນດັບທີ 2 ໃນລາຍການ ໄທແລນ ໂອເພັນ 2023 ຫຼື “2023 Asia & Pacific Invitational Blind Football Tournament 13-19 March” ໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ ພ້ອມໄດ້ຮັບເງິນສະໜັບສະໜູນຈາກ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ 57 ລ້ານກວ່າກີບ, ທ່ານ ນາງ ພິຈິກາ ປະດາວົງ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ 30 ລ້ານກີບ ແລະ ຈາກຜູ້ບໍລິຫານງານສະໜາມກິລາຫຍ້າທຽມເຟີຣາຣີ ຈຳນວນ 6 ລ້ານກີບ.

ພິທີສະຫຼຸບຜົນງານຂອງທັບນັກກິລາເຕະບານຄົນພິການຕາທີມຊາດລາວ ໄດ້ມີຂຶ້ນ ໃນວັນທີ 10 ເມສາ 2023 ທີ່ຮ້ານອາຫານເຟີຣາຣີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການພາລາແລມປິກແຫ່ງຊາດລາວ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ພ້ອມດ້ວຍບັນດາພະນັກງານ, ວິຊາການທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໄດ້ລາຍງານໃຫ້ຮູ້ວ່າ: ໃນການເຂົ້າຮ່ວມ ລາຍການ ໄທແລນ ໂອເພັນ 2023 ຈັດຂຶ້ນ ລະຫວ່າງວັນທີ 13-19 ມີນາ ຜ່ານມາ ທີ່ປະເທດໄທ ເປັນການທົດສອບຄວາມພ້ອມຂອງທັບນັກກິລາເຕະບານຄົນພິການຕາທີມຊາດລາວ ທີ່ຈະເຂົ້າຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນລະຫວ່າງວັນທີ 3-9 ມິຖຸນາ 2023 ຊຶ່ງຜົນງານຂອງທັບນັກກິລາພວກເຮົາແມ່ນສາມາດເຮັດໄດ້ດີ ແລະ ເປັນທີ່ໜ້າປະທັບໃຈ ລົງສະໜາມ 3 ນັດ ໃນຮອບຄັດເລືອກ ສາມາດເອົາຊະນະ ທີມຊາດອິນເດຍ 1-0, ຊະນະ ທີມຊາດຄາຊັກສະຖານ 2-0 ແລະ ເສຍ ທີມຊາດໄທ 0-2 ຜ່ານເຂົ້າຮອບຊີງຊະນະເລີດ ພົບກັບ ເຈົ້າພາບ ໄທ. ຊຶ່ງໃນເກມ ສະເໝີກັນ 0-0 ຕ້ອງມາດວນຈຸດໂທດ ແລະ ໄທ ແມ້ນກວ່າເປັນຝ່າຍເອົາຊະນະ 3-2 ປະຕູ ສົ່ງຜົນງໃຫ້ໄທ ໄດ້ແຊ໋ມໄປຄອງ ສ່ວນ ລາວເຮົາ ໄດ້ອັນດັບທີ 2 ແລະ ອັນດັບທີ 3 ເປັນຂອງ ອິນເດຍ ແລະ ທີ 4 ຄາຊັກສະຖານ ຊຶ່ງຜົນງານໃນຄັ້ງນີ້ ກໍຍັງເປັນການສະສົມຄະແນນ ທີ່ນັກກິລາຈະໄດ້ເຂົົ້າຮ່ວມ ລາຍການສຳຄັນທີ່ ສປ ຈີນ ອີກດ້ວຍ. ແຕ່ຢ່າງໃດກໍຕາມ, ໃນການເຂົ້າຮ່ວມ ອາຊຽນ ພາຣາເກມ ຄັ້ງນີ້ ຂໍໃຫ້ຄຳໝັ້ນສັນຍາວ່າພວກເຮົາຈະພະຍາຍາມຝຶກຝົນຫຼໍ່ຫຼອມ ສ້າງຜົນງານໃຫ້ດີທີ່ສຸດ ເພື່ອເປັນກຽດຊື່ສຽງ ແລະ ສັກສີມາສູ່ປະເທດຊາດ.

ໃນພິທີກໍຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຄະນະນຳພາ, ຄະນະຄູຝຶກ ແລະ ທັບນັກກິລາບານເຕະຄົນພິການຕາທີມຊາດ ຕະຫຼອດຮອດບັນດາຜູ້ໃຫ້ການສະໜັບສະໜູນ ແລະ ໃນໂອກາດດັ່ງກ່າວທ່ານປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ກໍຍັງມອບເງິນສະໜັບສະໜູນໃຫ້ທັບນັກກິລາ ຈຳນວນ 57 ລ້ານກວ່າກີບ ສ່ວນ ທ່ານ ນາງ ພິຈິກາ ປະດາວົງ ຮອງປະທານ ມອບເງິນ 30 ລ້ານກີບ ແລະ ທາງຜູ້ບໍລິຫານສະໜາມກິລາຫຍ້າທຽມເຟີຣາຣີ ກໍຍັງມອບເງິນໃຫ້ອີກ 6 ລ້ານກີບ.

ໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version