Home ຂ່າວກິລາ ສປປ ລາວ ພ້ອມສົ່ງທັບນັກກິລາຄົນພິການ 7 ປະເພດກິລາ ພ້ອມຕັ້ງເປົ້າ 1 ຫຼຽນຄຳ ອາຊຽນ ພາຣາເກມ 2023

ສປປ ລາວ ພ້ອມສົ່ງທັບນັກກິລາຄົນພິການ 7 ປະເພດກິລາ ພ້ອມຕັ້ງເປົ້າ 1 ຫຼຽນຄຳ ອາຊຽນ ພາຣາເກມ 2023

0

ພິທີຖະແຫຼງຂ່າວການເຂົ້າຮ່ວມງານແຂ່ງຂັນກິລາອາຊຽນ ພາຣາເກມ ຄັ້ງທີ XII ປີ 2023 ທີ່ປະເທດ ກຳປູເຈຍ ໄດ້ມີຂຶ້ນເມື່ອວັນທີ 7 ເມສາ 2023 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານກິລາ-ກາຍະກຳ ພ້ອມດ້ວຍບັນດາຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະບໍລິຫານງານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ຜູ້ຕາງໜ້າຜູ້ໃຫ້ການອຸປະຖໍາ ແລະ ຄະນະບໍລິຫານງານສະຫະພັນກິລາຄົນພິການແຫ່ງຊາດ, ຄູຝຶກ ແລະ ນັກກິລາຄົນພິການຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ກ່າວໃຫ້ຮູ້ວ່າ: ການແຂ່ງຂັນກິລາອາຊຽນພາຣາເກມ ແມ່ນງານແຂ່ງຂັນກິລາສຳລັບຄົນພິການຂອງບັນດາປະເທດ ໃນຂົງເຂດຕາເວັນອອກສ່ຽງໃຕ້ ຊຶ່ງມີ 10 ປະເທດເປັນສະມາຊິກ ແລະ ບັນດາປະເທດສະມາຊິກ ໄດ້ພັດປ່ຽນກັນເປັນເຈົ້າພາບ ຈັດຂຶ້ນສອງປີຕໍ່ໜຶ່ງຄັ້ງ ສປປ ລາວ ແມ່ນໜຶ່ງໃນບັນດາປະເທດ ທີ່ໄດ້ເຂົ້າເປັນສະມາຊິກກິລາຄົນພິການໃນລະດັບອາຊຽນ (APSF) ແຕ່ປີ 2001 ເປັນຕົ້ນມາ ໂດຍການມີສ່ວນຮ່ວມ ແລະ ເຄື່ອນໄຫວວຽກງານຕ່າງໆ ໃນນາມສະມາຊິກ, ນຳພານັກກິລາຄົນພິການລາວ ເຂົ້າຮ່ວມການແຂ່ງຂັນກິລາ, ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ໃນລະດັບອາຊຽນ. ນອກຈາກນັ້ນ ຍັງໄດ້ປະຕິບັດພັນທະສະມາຊິກ ຕາມພາລະບົດບາດ, ໜ້າທີ່, ສິດຂອບເຂດ ທີ່ກຳນົດໄວ້ໃນ ທຳມະນູນຂອງຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ຄະນະກຳມະການພາຣາແລມປິກອາຊຽນ (APSF) ທີ່ໄດ້ກຳນົດໄວ້.

ການເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ XI ໃນປີ 2022 ທີ່ນະຄອນໂຊໂລ ປະເທດອິນໂດເນເຊຍ ຜ່ານມາ ນັກກິລາຄົນພິການທີມຊາດລາວ ສາມາດສ້າງຜົນງານ ໄດ້ 2 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 9 ຫຼຽນ ແລະ ນອກຈາກຜົນສຳເລັດໃນການເຂົ້າຮ່ວມແຂ່ງຂັນຄັ້ງທີ່ຜ່ານມາແລ້ວ ພວກເຮົາຍັງສືບຕໍ່ສົ່ງນັກກິລາຄົນພິການທີມຊາດລາວ ເຂົ້າຮ່ວມການແຂ່ງຂັນໃນລາຍການຕ່າງໆ ໃນປີ 2023 ຊຶ່ງມີຫຼາຍປະເພດກິລາກໍໄດ້ເຂົ້າຮ່ວມແຂ່ງຂັນໄປແລ້ວ ສາມາດຍາດໄດ້ອັນດັບທີ່ດີມາສູ່ປະເທດຊາດ ເປັນຕົ້ນ ແມ່ນນັກກິລາຍົກນ້ຳໜັກ ເຂົ້າຮ່ວມແຂ່ງຂັນຊີງແຊ໋ມໂລກ ທີ່ UAE ກໍສາມາດຍາດໄດ້ຫຼຽນທອງ, ກິລາບານເຕະຄົນພິການຕາ ເຂົ້າຮ່ວມຊີງແຊ໋ມອາຊີປາຊີຟິກ ຢູ່ປະເທດໄທ ຍາດໄດ້ອັນດັບທີ 2, ກິລາແລ່ນ-ລານເຂົ້າຮ່ວມຊີງແຊ໋ມອາຊີ-ປາຊີຟິກ ເພື່ອສະສົມຄະແນນ ຍາດໄດ້ 1 ຫຼຽນເງິນ, 2 ຫຼຽນທອງ; ກິລາບານບ້ວງລໍ້ເລື່ອນທີມຍິງ ສາມາດແຂ່ງຂັນຜ່ານການຄັດເລືອກເຂົ້າໄປຮ່ວມແຂ່ງຂັນກິລາເອຊຽນພາຣາເກມຄັ້ງທີ 4 ທີ່ສປ ຈີນ ໃນເດືອນຕຸລາ 2023 ແລະ ປະເພດອື່ນໆ ທີ່ພວມເດີນທາງເຂົ້າແຂ່ງຂັນໃນໄລຍະນີ້ ກໍສາມາດສ້າງຜົນງານໄດ້ດີ.

ຄຽງຄູ່ກັນນັ້ນ, ພວກເຮົາຕ້ອງຍັງໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອກະກຽມເຂົ້າຮ່ວມແຂ່ງຂັນກິລາຄົນພິການອາຊຽນພາຣາເກມ ຄັ້ງທີ XII, ການແຂ່ງຂັນກິລາເອຊຽນພາຣາເກມ ໃນເດືອນຕຸລາ 2023 ທີ່ສປ ຈີນ (ທີ່ເລື່ອນມາຈາກປີ 2022) ແລະ ກະກຽມເຂົ້າຮ່ວມແຂ່ງຂັນພາຣາແລມປິກ ເກມ ປີ 2024 ຢູ່ທີ່ ປະເທດຝຣັ່ງ. ເຖິງຢ່າງໃດກໍຕາມ, ໃນການເຂົ້າຮ່ວມ ອາຊຽນພາຣາເກມ ຄັ້ງທີ XII ຄະນະຮັບຜິດຊອບໄດ້ມີການກະກຽມຄວາມພ້ອມ ແລະ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ການກະກຽມນິຕິກຳຕ່າງໆ, ສຳເລັດການລົງທະບຽນລາຍຊື່ຜູ້ເຂົ້າຮ່ວມການແຂ່ງຂັນ, ການເຂົ້າຮ່ວມກອງປະຊຸມ CDM, ການປະສານງານວຽກງານຮອບດ້ານກັບເຈົ້າພາບ, ກະກຽມຄວາມພ້ອມຮອບດ້ານ ໃຫ້ນັກກິລາແຕ່ລະປະເພດເຂົ້າສູນຝຶກຊ້ອມຢ່າງເປັນລະບົບ ມີທັງໝົດ 7 ປະເພດກິລາ ຄື: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ບັອດເຊຍ ແລະ ບານເຕະຄົນພິການຕາ, ມີຄະນະນໍາ, ຄູຝຶກ ແລະ ນັກກິລາຄົນພິການ ເຂົ້າຮ່ວມທັງໝົດ 89 ທ່ານ, ຍິງ 35 ທ່ານ; ແຕ່ລະປະເພດກິລາ ເຂົ້າສູນຝຶກຊ້ອມເລີ່ມແຕ່ວັນທີ 13 ມີນາ 2023 ເຖິງວັນທີ 28 ພຶດສະພາ 2023, ສະຖານທີ່ຝຶກຊ້ອມແມ່ນກຳນົດເອົາ ສະໜາມກິລາເຈົ້າອານຸວົງ, ສະໜາມກິລາແຫ່ງຊາດ (ຫຼັກ 16), ສະໜາມກິລາມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ແລະ ເດີ່ນກິລາສູນຝຶກແຫ່ງຊາດ (ສີເກີດ). ໄດ້ຮັບການອະນຸມັດງົບປະມານຮັບໃຊ້ການກະກຽມ ແລະ ເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ XII ປີ 2023 ມີທັງໝົດ 4 ຕື້ກີບ.

ທ່ານຮອງລັດຖະມົນຕີ ສສກ ກ່າວອີກວ່າ: ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ຄະນະນັກກິລາຄົນພິການທີມຊາດລາວ ໄດ້ກຳນົດຄາດໝາຍໄວ້ ໃຫ້ໄດ້ 1 ຫຼຽນຄຳ ແລະ ຫຼຽນເງິນ, ຫຼຽນທອງ ໃຫ້ຫຼາຍກ່ວາຄັ້ງທີ ຜ່ານມາ. ແນວໃດກໍດີ, ເຊື່ອໝັ້ນສູງ ຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ຈະພ້ອມພຽງກັນ ຮ່ວມແຮງຮ່ວມໃຈກັນເປັນຈິດໜຶ່ງໃຈດຽວ ໃນການກະກຽມນັກກິລາເຂົ້າສູນຝຶກຊ້ອມໃຫ້ມີຄຸນນະພາບ ແລະ ເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ XII ໃນຄັ້ງນີ້ໃຫ້ໄດ້ຜົນງານທີ່ດີ ແລະ ຂໍຮຽກຮ້ອງມາຍັງຫົວໜ່ວຍທຸລະກິດ, ອົງການຈັດຕັ້ງທາງສັງຄົມ, ບຸກຄົນ, ນິຕິບຸກຄົນ, ບໍລິສັດ, ນັກທຸລະກິດຜູ້ປະກອບການ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອ ດ້ານວັດຖຸປັດໃຈ, ອາຫານ, ເຄື່ອງນຸ່ງ, ຢາຮັບໃຊ້ ໃຫ້ຄະນະນັກກິລາທີ່ຈະເດີນທາງເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້. ອີກເທື່ອໜຶ່ງ ຂ້າພະເຈົ້າຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຂອບໃຈ ມາຍັງອົງການຈັດຕັ້ງທາງສັງຄົມ, ບັນດາບໍລິສັດ, ນັກທຸລະກິດບຸກຄົນ ທີ່ຈະມີເຈດຈຳນົງໃນການອຸປະຖໍາຊ່ວຍເຫຼືອໃນຄັ້ງນີ້.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version