Home ຂ່າວພາຍໃນ ພັດທະນາລະບົບການຊໍາລະພາສີ-ອາກອນ ຄ່າທໍານຽມ ຄ່າບໍລິການຜ່ານລະບົບ FINLINK

ພັດທະນາລະບົບການຊໍາລະພາສີ-ອາກອນ ຄ່າທໍານຽມ ຄ່າບໍລິການຜ່ານລະບົບ FINLINK

0

ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການພັດທະນາລະບົບການຊໍາລະພາສີ-ອາກອນ ຄ່າທໍານຽມ ແລະ ຄ່າບໍລິການແບບລວມສູນ ຜ່ານທະນາຄານ (FINLINK) ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ກະຊວງການເງິນ ໂດຍເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ມີທ່ານ ປອ ວິໄລທອງ ສຸດທະວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ທ່ານ ປອ ລິດທິກອນ ພູມມະສັກ ປະ ທານສະພາບໍລິຫານກຸ່ມບໍລິສັດ ເອໄອເອັຟ ພ້ອມດ້ວຍຕາງໜ້າຈາກບັນດາກົມ ທະນາຄານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດການນໍາໃຊ້ລະບົບ FINLINK ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ ພ້ອມທັງລາຍງານສະພາບລວມຄວາມຕ້ອງການ ມາດຖານເຕັກນິກການເຊື່ອມຕໍ່ ລະຫວ່າງ FINLINK ກັບ LAPNet ປັດຈຸບັນລະບົບ FINLINK ໄດ້ສໍາເລັດການພັດທະນາ Application FINLINK ໜ້າຕ່າງການນຳໃຊ້ທີ່ສະດວກ ແລະ ເຂົ້າໃຈງ່າຍ ລະບົບການລົງທະບຽນ Digital Signature ໃຫ້ເຈົ້າໜ້າທີ່ພາສີ ສາມາດທົດລອງນຳໃຊ້ຕົວຈິງ ລະບົບກວດສອບການອະນຸ ມັດລາຍເຊັນແບບເອເລັກໂຕຣນິກ (E-Signature) ການເຊື່ອມຕໍ່ກັບລະບົບ NSWA+ ໃນການແຈ້ງຊຳລະຜ່ານລະບົບ FINLINK ສຳເລັດການຂະຫຍາຍ performance ຂອງລະບົບ ASYCUDA ເພື່ອຮັບຮອງການແຈ້ງພາສີແບບດີຈີຕອນ ໃຫ້ສາມາດເພີ່ມປະສິດທິຜົນໃນການນຳໃຊ້ ເຊື່ອມຕໍ່ລະບົບຊຳລະຄ່າທາງ ແລະ ອື່ນໆ ມີຄວາມພ້ອມຮອງຮັບການຊໍາລະສະສາງ ລາຍຮັບຈາກການນໍາເຂົ້າ-ສົ່ງອອກ ລາຍຮັບຈາກການມອບພັນທະອາກອນຕ່າງໆ (ຍົກເວັ້ນຄ່າທໍານຽມ-ຄ່າບໍລິການ ເຊິ່ງພວມພັດທະນາ).

ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ: ປັດຈຸບັນການເກັບລາຍຮັບເຂົ້າງົບປະມານຂອງຂະແໜງການເງິນ ຍັງບໍ່ທັນລວມສູນ ກະຊວງການເງິນ ຈຶ່ງໄດ້ຕົກລົງໃຫ້ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ຈັດຕັ້ງປະຕິບັດແຜນພັດທະນາວຽກງານຂະແໜງການເງິນ ຫັນໄປສູ່ທັນສະໄໝ ເຊິ່ງການພັດທະນາລະບົບ FINLINK ກໍເປັນໜຶ່ງໃນໂຄງການທີ່ຈະເຮັດໃຫ້ພວກເຮົາສາມາດຄຸ້ມຄອງລາຍຮັບ-ລາຍຈ່າຍຢ່າງລວມສູນ ນອກທ່ານຍັງໄດ້ເຈາະຈີ້ມບາງບັນຫາ ແລະ ແລກປ່ຽນຄໍາຄິດເຫັນກັບແຕ່ລະພາກສ່ວນ ເພື່ອແກ້ໄຂໃຫ້ແທດເໝາະກັບແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ຕື່ມອີກ.

#vientienemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version