Home ຂ່າວໜ້າໜຶ່ງ ປະທານປະເທດ ແຫ່ງ ສສ ຫວຽດນາມ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ

ປະທານປະເທດ ແຫ່ງ ສສ ຫວຽດນາມ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ

0

ໃນໂອກາດເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 11 ເມສາ 2023, ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ຄະນະໄດ້ໄປວາງກະຕ່າດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.

ພາຍໃຕ້ບັນຍາກາດອັນຄັ່ງຂຶມ, ສະຫາຍ ຫວໍ ວັນ ເຖືອງ ພ້ອມດ້ວຍຄະນະ ໄດ້ສະແດງຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ເຊິ່ງເປັນນັກຮັກຊາດຜູ້ຍິ່ງໃຫຍ່, ຜູ້ນຳທີ່ດີເດັ່ນ, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວ ບັນດາເຜົ່າ, ເປັນນັກປະຕິວັດທີ່ອົງອາດກ້າແກ່ນ, ນັກເຄື່ອນ ໄຫວປະຕິວັດດີເດັ່ນຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ. ພິເສດ ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບ ປະທານ ໂຮ່ຈິມິນ ແລະ ບັນດາການນຳປະຕິວັດຂອງລາວ ແລະ ຫວຽດນາມ ວາງຮາກຖານໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໃນວັນດຽວກັນ, ສະຫາຍ ຫວໍ ວັນ ເຖືອງ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມ ສະຫາຍ ຈູມມະລີ ໄຊຍະສອນ, ອະດີດເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທີ່ ທຳນຽບປະທານປະເທດ; ຢ້ຽມ ຢາມ ສະຫາຍ ບູນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທີ່ ເຮືອນພັກ ແລະ ຢ້ຽມຢາມ ສະຫາຍ ທອງສິງ ທຳມະວົງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ ອີກດ້ວຍ.

ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version