Home ຂ່າວໜ້າໜຶ່ງ ສະຖານທູດລາວ ທີ່ບາງກອກ ຈັດພິທີສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2566

ສະຖານທູດລາວ ທີ່ບາງກອກ ຈັດພິທີສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2566

0

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ. 2565 ແລະ ຕ້ອນຮັບປີໃໝ່ ພ.ສ. 2566 ທີ່ຈະມາເຖິງນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງເນື່ອງໃນໂອກາດດັ່ງກ່າວຂຶ້ນໃນຕອນຄໍ່າຂອງວັນທີ 10 ເມສາ 2023 ໂດຍໄດ້ຮັບກຽດເປັນ ຢ່າງສູງຈາກ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມ ມາຣີ ເປັນປະທານກິດຕິມະສັກ, ຊຶ່ງມີ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ທ່ານ ດອນ ປຣະມັດວິໄນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍ ພັນລະຍາ ລວມທັງບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ໄທ ເຂົ້າຮ່ວມ ໃນພິທີດັ່ງກ່າວ ຢ່າງຟົດຟື້ນ ຕາມປະເພນີທີ່ເຄີຍປະຕິບັດຜ່ານມາ.

ໃນໂອກາດອັນມີຄວາມໝາຍ ແລະ ສໍາຄັນດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ ບຸນປີໃໝ່ລາວ ຫຼື ບຸນກຸດສົງການ ແມ່ນບຸນສໍາຄັນທີ່ປະຊາຊົນສອງຊາດ ລາວ ແລະ ໄທ ໄດ້ສືບທອດປະຕິບັດ ມາແຕ່ບູຮານນະການ, ຊຶ່ງປີ ພສ 2566 ນີ້ກົງກັບປີເຖາະ ຫຼື ປີກະຕ່າຍ ທີ່ມີຄວາມໝາຍເຖິງຄວາມ ຈະເລີນຮຸ່ງເຮືອງ, ຄວາມສະຫງົບສຸກ ແລະ ຄວາມສຸກໂຊກດີ ແລະ ການຈັດພິທີສະເຫຼີມສະຫຼອງ ຢູ່ ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໃນຄັ້ງນີ້ ແມ່ນຈັດຂຶ້ນພາຍຫຼັງໂຈະ ມາເປັນເວລາ 3 ປີ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຖືວ່າການຈັດງານໃນຄັ້ງນີ້ ແມ່ນເປັນໂອກາດອັນດີໃນການພົບປະສັງສັນ ແລະ ອວຍພອນເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນ ແລະ ຂ້າຣາຊະການໄທ ແລະ ລາວ ທີ່ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຮີດຄອງປະເພນີ ແລະ ວັດທະ ນະທໍາທີ່ຄ້າຍຄືກັນ ໄດ້ພົບປະສັງສັນ ແລະ ອວຍພອນ ຊຶ່ງກັນ ແລະ ກັນ. ພ້ອມກັນນີ້, ສິ່ງທີ່ເປັນພິເສດ ຢ່າງຍິ່ງແມ່ນການສະແດງເຖິງຄວາມປິຍິນດີຕໍ່ພະຫາກະລຸນາທິຄຸນຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ ຕໍ່ ສປປ ລາວ, ທ່ານຮອງນາຍົກລັດຖະ ມົນຕີ ຍັງໄດ້ຕ່າງໜ້າໃຫ້ແກ່ບັນດາແຂກທີ່ມີກຽດເຂົ້າຮ່ວມງານໃນຄັ້ງນີ້ ຖວາຍພະພອນເນື່ອງໃນວັນຄ້າຍວັນພະ ຣາຊະສົມພົບ ຄົບຮອບ 68 ພັນສາ ຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ທີ່ຫາກໍ່ຜ່ານພົ້ນໄປເມື່ອບໍ່ດົນມານີ້ (2 ເມສາ 1955) ຈົ່ງມີພະກະເສມສຳລານ, ມີພະລານາໄມສົມບູນ ແລະ ເປັນຮົ່ມໂພຮົ່ມໄຊໃກ້ແກ່ການເພີ່ມທະວີສາຍພົວພັນ ມິດຕະພາບ ຂອງສອງປະເທດ ລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງທີ່ດີ ໃຫ້ໄດ້ຮັບການພັດທະນາ ແລະ ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ເພື່ອຄວາມຈະເລີນຮຸ່ງເຮືອງຄວາມສະຫງົບສຸກ ໃນຊຸມປີຂ້າງໜ້າ.

ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ຄໍາພັນ ອັ່ນລາວັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການຈັດງານສະເຫຼີມສະຫຼອງບຸນປີໃໝ່ໃນຄັ້ງນີ້ ທ່າມກາງ ບັນຍາກາດທີ່ສອງຊາດ ໄດ້ຍົກລະດັບສາຍພົວພັນມິດຕະພາບຂອງປະເທດ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ດ້ວຍບັນຍາກາດອັນອົບອຸ່ນ, ເບີກບານມ່ວນຊື່ນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version