Home ສາລະໜ້າຮູ້ ໝາກໄມ້ບຳລຸງເລືອດ

ໝາກໄມ້ບຳລຸງເລືອດ

0

ມື້ນີ້ຈະມາແນະນຳໝາກໄມ້ຊະນິດຕ່າງໆ ທີ່ຊ່ວຍບຳລຸງເລືອດ ແລະ ເປັນໝາກໄມ້ທີ່ມີສີແດງ ເປັນຕົ້ນໝາກພິລາ ສະຕໍເບີລີ້ ເຊລີ້ ໝາກມັງກອນ ໝາກໂມ ເຮົາມາເບີ່ງນຳກັນເລີຍວ່າໝາກໄມ້ແຕ່ລະຊະນິດເຮັດໜ້າທີ່ບຳລຸງເລືອດໄດ້ແນວໃດ?

  • ໝາກພິລາ

ໝາກພິລາ ສາມາດຊ່ວຍຮັກສາເຊລເມັດເລືອດແດງໄດ້ ໂດຍສະເພາະຄົນທີ່ມີພະຍາດເບົາຫວານຖ້າກິນໝາກພິລາ ກໍ່ຈະຍີ່ງຊ່ວຍໃຫ້ຮ່າງກາຍມີລະດັບອິນຊູລິນຫຼຸດລົງ ລະບົບໄຫຼວຽນຂອງເລືອດຈະກັບມາເປັນປົກກະຕິ ສາມາດຊ່ວຍຮັກສາອາການຕ່າງໆ ເຊັ່ນ: ຮ່າງກາຍອິດເມື່ອຍຈະຫຼຸດລົງ ຜົມຫຼົ່ນໜ້ອຍລົງ ຜິວສົດໃສຂື້ນ.

  • ສະຕໍເບີລີ້

ເປັນຕະກູນເບີລີ້ມີສີແດງສົດ ລົດຫວານອົມສົ້ມ ແລະ ກີ່ນຫອມ ສະຕໍເບີລີ້ຍັງຊ່ວຍບຳລຸງເຊລເມັດເລືອດແດງ ນອກຈາກນີ້ເມັດນ້ອຍໆ ທີ່ຢູ່ເທີງສະຕໍເບີລີ້ກໍ່ສຳຄັນ ເພາະຊ່ວຍໃນການຂົນສົ່ງອ໊ອກຊີເຈນ ຂະບວນການນີ້ມີຄວາມສຳຄັນຄືການທຳລາຍເລືອດເສຍ ເຮັດໃຫ້ເຊລເມັດເລືອດແດງເພີ່ມຂື້ນ ແລະ ສະອາດຂື້ນ ການສູບສີດເລືອດກໍ່ດີຂື້ນ ແລະ ຍັງຊ່ວຍໃຫ້ຜິວພັນຕືງຕັງສົດໃສນຳອີກ.

  • ເຊີລີ້

ເຊີລີ້ ມີປະລິມານໂພແທັດຊຽມສູງຫຼາຍ ຮ່າງກາຍຂອງເຮົາສາມາດນຳມາໃຊ້ໃນການສ້າງກັບໂຊດຽມ ເຮັດໃຫ້ຄວາມດັນເລືອດເປັນປົກກະະຕິ ລະບົບໄຫຼວຽນເລືອດດີ.

  • ໝາກໂມ

ໝາກໂມໜ່ວຍໃຫຍ່ໆ ຈະມີກົດອະມິໂນອາຣ໌ຈີໂນ ສາມາດເຮັດໃຫ້ຮ່າງກາຍຜະລິດເມັດເລືອດທີ່ສົມບູນຍີ່ງຂື້ນ ຊ່ວຍປ້ອງກັນກ້າມຊີ້ນຫົວໃຈຕາຍໄດ້, ຫຼອດເລືອດແຂງຕົວ ແລະ ຍັງເຮັດໃຫ້ມີຜົນດີຕໍ່ລະບົບການໄຫຼວຽນຂອງເລືອດດີນຳອີກ.

  • ໝາກມັງກອນ

ໝາກມັງກອນເຕັມໄປດ້ວຍໂປຣຕີນ ແລະ ໄຟເບີ ໂປຣຕີນສາມາດຊ່ວຍບຳລຸງຜິວຂອງບັນດາສາວໆ ໃຫ້ງາມໆ ສ່ວນການບຳລຸງເລືອດຕ້ອງເລືອກກິນໝາກມັງກອນທີ່ມີສີແດງ ເພາະໝາກມັງກອນສີແດງຈະຊ່ວຍເລື່ອງລະບົບໝູນວຽນຂອງເລືອດ ແຖມຍັງເຕັມໄປດ້ວຍທາດເຫຼັກທີ່ຈຳເປັນຕໍ່ການສ້າງເຊລເມັດເລືອດແດງ.

  • ກ້ວຍ

ກ້ວຍບໍ່ມີສີແດງຄືໝາກໄມ້ບຳລຸງເລືອດຊະນິດອື່ນໆ ແຕ່ມີການວິໃຈມາແລ້ວວ່າການກິນກ້ວຍເປັນປະຈຳຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດໂລກລູຄິເມຍ ຫຼື ມະເຮັງເມັດເລືອດຂາວໄດ້ ຊື່ງແມັກນີຊຽມທີ່ຢູ່ໃນກ້ວຍກໍ່ຍັງບຳລຸງຜິວໃຫ້ງາມ ສົດໃສຂື້ນຈາກເລືອດຝາດທີ່ມາຫຼໍ່ລ້ຽງຜິວ.

ນອກຈາກໝາກໄມ້ທີ່ຊ່ວຍບຳລຸງເລືອດແລ້ວ ເຮົາຈະເພີ່ມເຄັດລັບໃຫ້ງ່າຍໆ ອີກຢ່າງຄື: ການດື່ມນໍ້າຫຼາຍໆ ຈະຊ່ວຍໃຫ້ເລືອດບໍ່ໜຽວ ຫົວໃຈບໍ່ຕ້ອງເຮັດວຽກໜັກ ລະບົບໄຫຼວຽນຂອງເລືອດເຮັດວຽກໄດ້ດີ ພຽງເທົ່ານີ້ກໍ່ເຮັດໃຫ້ລະບົບພາຍໃນຮ່າງກາຍຂອງທ່ານເຮັດວຽກໄດ້ດີຂື້ນ ສຸຂະພາບຂອງທ່ານກໍ່ສົມບູນແຂງແຮງໄລຍະຍາວ ໃນແບບທີ່ເອີ້ນວ່າສຸຂະພາບດີຈາກພາຍໃນສູ່ພາຍນອກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version