Home ສຶກສາ ແຂ່ງຂັນສິລະປະວັນນະຄະດີນັກຮຽນຊັ້ນມັດທະຍົມສຶກສາທົ່ວນະຄອນຫຼວງວຽງຈັນ

ແຂ່ງຂັນສິລະປະວັນນະຄະດີນັກຮຽນຊັ້ນມັດທະຍົມສຶກສາທົ່ວນະຄອນຫຼວງວຽງຈັນ

0

ການແຂ່ງຂັນສິລະປະວັນນະຄະດີນັກຮຽນຊັ້ນມັດທະຍົມສຶກສາທົ່ວນະຄອນຫຼວງວຽງຈັນ (ນວ) ປະຈຳສົກຮຽນ 2022-2023 ຈັດຂຶ້ນວັນທີ 7 ເມສາ 2023 ທີ່ສູນການຄ້າລາວໄອເຕັກ ມີທ່ານ ຄຳພັດ ເພັດລາສີ ຮອງຫົວໜ້າກົມກີລາມວນຊົນ ແລະ ພາລະສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຄູ-ອາຈານ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຫົງແກ້ວ ທຳມະວົງ ຫົວໜ້າຂະແໜງພາລະ-ສິລະປະສຶກສາ ພະແນກສຶກສາທິການ ແລະ ກີລາ ນວ ກ່າວວ່າ: ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນທີ່ມີຄວາມສາມາດ ພອນສະຫວັນ ແລະ ຮັກມັກໃນດ້ານສິລະປະວັນນະຄະດີປະເພດຕ່າງໆໄດ້ເຂົ້າຮ່ວມແຂ່ງຂັນ ທັງເປັນການແລກປ່ຽນບົດຮຽນ ປະສົບການເຊິ່ງກັນ ແລະ ກັນ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດເພື່ອຫ່າງໄກຈາກຢາເສບຕິດ ພ້ອມກັນນັ້ນຍັງເປັນການຂະຫຍາຍແຜນຍຸດທະສາດທີ່ສອດຄ່ອງກັບ 5 ຫຼັກມູນການສຶກສາແຫ່ງຊາດທີ່ກະຊວງສຶກສາທິການ ແລະ ກີລາວາງອອກ.

ການແຂ່ງຂັນຄັ້ງນີ້ມີ 12 ທີມທີ່ມາຈາກ 9 ຕົວເມືອງຄື ຈັນທະບູລີ ສີໂຄດຕະບອງ ສີສັດຕະນາກ ໄຊເສດຖາ ຫາດຊາຍຟອງ ນາຊາຍທອງ ໄຊທານີ ປາກງື່ມ ສັງທອງ ໂຮງຮຽນມັດທະຍົມສົມບູນລາວ-ຫວຽດນາມ (ມສ ລາວ-ຫວຽດນາມ) ມສ ວຽງຈັນ ມໍປາຍ ວຽງຈັນ-ໂຮ່ຈີມິງ ເຊິ່ງການແຂ່ງຂັນມີ 3 ລາຍການຄື ຟ້ອນ ຮ້ອງເພງ ແລະ ຂັບລຳ.

ຜ່ານການແຂ່ງຂັນລາຍການຟ້ອນ ອັນດັບທີ 1 ເມືອງໄຊເສດຖາ ທີ 2 ເມືອງສີໂຄດ ທີ 3 ເມືອງຫາດຊາຍຟອງ ລາຍການຮ້ອງເພງ ອັນດັບທີ 1 ເມືອງໄຊເສດຖາ ທີ 2 ໄຊທານີ ທີ 3 ເມືອງຈັນທະບູ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version