Home ຂ່າວພາຍໃນ ຖະແຫຼງຂ່າວວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ

ຖະແຫຼງຂ່າວວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ

0

ພິທີຖະແຫຼ່ງຂ່າວວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄຊປປລ ຄົບຮອບ 68 ປີ (ວັນທີ 14 ເມສາ 1955-14 ເມສາ 2023) ໄດ້ຈັດຂຶ້ນໃນວັນທີ 10 ເມສານີ້ ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປປລ) ໂດຍການຖະແຫຼ່ງຂ່າວຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສຊປປລ, ມີບັນດາສື່ມວນຊົນເຂົ້າຮ່ວມ

ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ຖະແຫຼງວ່າ: ປີ 2023 ນີ້ ເປັນປີທີ່ມີຄວາມໝາຍສໍາຄັນຍິ່ງ ໃນຊີວິດການເມືອງ-ສັງຄົມຂອງປະເທດເຮົາ, ທັງເປັນປີເລີ່ມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພ້ອມນີ້ໃນວັນທີ 22 ມີນາ 2023 ກໍເປັນວັນຄົບຮອບ 68 ປີ ຂອງການສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2023 ). ສຳລັບວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຂອງພວກເຮົາປີນີ້ ເປັນປີແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ແລະ ຍັງມີເຫດການທາງປະຫວັດສາດທີ່ສຳຄັນຍິ່ງຂອງ ຄຊປປລ, ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ຊາວໜຸ່ມລາວບັນດາເຜົ່າ, ນັ້ນກໍຄືວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ໃນວັນທີ 14 ເມສາ 2023 ທີ່ຈະມາເຖິງນີ້. ໃນນາມຄະນະເລຂາທິການ, ຄະນະບໍລິຫານງານ ສຊປປລ, ຂໍຮຽກຮ້ອງມາຍັງຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນລາວບັນດາເຜົ່າ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍບົດບາດປະຈັນບານ, ນຳໜ້າ, ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດລາວວິລະຊົນ, ຊາວໜຸ່ມຈົ່ງພ້ອມກັນສືບທອດມູນເຊື້ອທີ່ທະນົງອົງອາດ ສະຫຼາດສ່ອງໃສຂອງພັກ, ປະກອບສ່ວນຕັ້ງໜ້າເຂົ້າໃນການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ, ໂດຍສະເພາະແມ່ນສ້າງຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ຊາດ-ຕໍ່ພັກ, ຕັ້ງໜ້າປັບປຸງກໍ່ສ້າງການຈັດຕັ້ງຂອງຕົນໃຫ້ໜັກ ແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນດຳລົງຊີວິດທີ່ສອດຄ່ອງ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ-ເຍົາວະຊົນໃຫ້ຫຼຸດໜ້ອຍຖອຍລົງ, ພ້ອມນີ້ ຈະຕ້ອງໄດ້ສຸ່ມໃສ່ໃນການພັດທະນາຄຸນນະພາບຊີວິດຂອງຊາວໜຸ່ມ-ເຍົາວະຊົນໃຫ້ນັບມື້ນັບດີຂຶ້ນ, ເພື່ອອຸທິດສະຕິປັນຍາ, ກຳລັງກາຍ ແລະ ເຫື່ອແຮງທັງໝົດຂອງຕົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ສ້າງວຽກເຮັດງານທຳ, ການສຶກສາ, ກິລາກາຍຍະກຳ, ສິລະປະວັດທະນະທຳ ແລະ ສືບທອດປະເພນີອັນດີງາມຂອງຊາດ, ຈົ່ງພ້ອມກັນຄົ້ນຄວ້າຮ່ຳຮຽນຫາຄວາມຮູ້, ຄວາມສາມາດຕ່າງໆ ເປັນຕົ້ນແມ່ນທາງດ້ານເຕັກນິກວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝ ແລະ ການນຳໃຊ້ເຕັກໂນໂລຢີຫັນເປັນເສດຖະກິດດີຈີຕອນ. ທັງໝົດນີ້ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາ, ພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ທັງເປັນຜົນງານ ຫຼື ສົມບັດທີ່ມີຄ່າສູງສຸດໃນຊີວິດທີ່ມີຄວາມໜຸ່ມແໜ້ນ ຂອງພວກເຮົາ.

ໃນໂອກາດບຸນກຸດສົງການປີໃໝ່ລາວ ພ.ສ 2566 ແລະ ທັງແມ່ນມື້ສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ຂໍອວຍພອນໄຊໃຫ້ພອນມາຍັງບັນດາທ່ານການນໍາພັກ-ລັດ, ນັກປະຕິວັດອາວຸໂສ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ຊີ້ນຳໆພາປະຊາຊົນລາວບັນດາເຜົ່າ ພັດທະນາປະເທດຊາດໃຫ້ໝັ້ນຄົງມັ່ງຄັ່ງເຂັ້ມແຂງ-ສັງຄົມ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ. ຂໍອວຍພອນໄຊອັນປະເສີດແດ່ການນຳພັກ-ລັດຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນ-ອານຸຊົນລາວບັນດາເຜົ່າ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ສືບຕໍ່ຈັດຕັ້ງປະຕິະບັດເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ໃຫ້ບັນລຸຜົນເປັນຈິງ, ຕັດສິນໃຈບຸກທະລຸໄດ້ໃນຄາດໝາຍ 4 ບຸກທະລຸ ທີ່ພັກວາງອອກ ໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມພວກເຮົາ ແລະ ຖືເອົາວັນທີ 14 ເມສາ ຊຶ່ງເປັນວັນສ້າງຕັ້ງ ຄຊປປລ ເປັນວັນສຳຄັນຍິ່ງໃຫຍ່, ເປັນວັນເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າ, ເປັນວັນແຫ່ງການສຶກສາຮ່ຳຮຽນ ແລະ ສືບທອດມູນເຊື້ອຊາວໜຸ່ມຮຸ່ນກ່ອນ, ເພື່ອເຮັດໃຫ້ພາລະບົດບາດຂອງອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວກວ້າງຂວາງສູງສົ່ງ ແລະ ໜັກແໜ້ນເຂັ້ມແຂງຂຶ້ນຊັກໃຊ້, ສືບຕໍ່ສ້າງ ຜົນງານຂ່ຳານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ໃນຕໍ່ໜ້ານີ້, ຊາວໜຸ່ມຈົ່ງນຳໜ້າ, ປະຈັນບານເຂົ້າໃນໜ້າທີ່ການງານໃຫ້ສົມກັບ ປະທານ ໄກສອນ ພົມວິຫານ ຂະ ໜາມນາມໄວ້ວ່າ: “ຊາວໜຸ່ມຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝພວກເຮົາ”. “ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມລາວອາດຫານກ້າວຂຶ້ນ”.

(ຂ່າວ: ບຸນຕອມ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version