Home ຂ່າວໜ້າໜຶ່ງ ປະທານປະເທດ ແຫ່ງ ສສ ຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ

ປະທານປະເທດ ແຫ່ງ ສສ ຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ

0

ໃນໂອກາດນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ເດີນ​ທາງ​​ຢ້ຽມ​ຢາມ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ຢ່າງເປັນທາງການ ແຕ່ວັນທີ 10-11 ເມສາ 2023, ສະ​ຫາຍ ຫວໍ ວັນ ເຖືອງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະທານປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ໃນຕອນແລງຂອງວັນທີ 10 ເມສາ 2023, ທີ່ ໂຮງແຮມຄລາວ ພລາຊາ.

ໃນໂອກາດນີ້, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍ ຕໍ່ສະຫາຍ ຫວໍ ວັນເຖືອງ ທີ່ໄດ້ຮັບຄະແນນສຽງເລືອກຕັ້ງໃຫ້ດໍາລົງຕໍາແໜ່ງປະທານປະເທດແຫ່ງ ສສ ຫວຽດນາມ ແລະ ເຊື່ອໝັ້ນວ່າດ້ວຍຄວາມຮູ້, ປະສົບການ ຂອງສະຫາຍ ຫວໍ ວັນ ເຖືອງ ຈະນໍາພາປະຊາຊົນຫວຽດນາມ ສືບຕໍ່ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງໃນການພັດທະນາ ແລະ ປົກປັກຮັກສາປະເທດຊາດ. ພ້ອມທັງໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ປະທານປະເທດພ້ອມດ້ວຍຄະນະ ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ຂຽວສົດງົດງາມ, ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວ ຂອງ ສະມາຄົມມິດຕະພາບ ລາວ-ຫວຽດນາມ. ອັນພົ້ນເດັ່ນ, ໃນປີ 2022 ​ຜ່ານມາ, ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ຈັດກິດ​ຈ​ະ​ກຳ​ສະ​ເຫຼີມ​ສະຫຼອງ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ເປັນຕົ້ນ ໄດ້ຈັດພົບປະ​ກັບ​ສະ​ມ​າ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ-ລາວ ແລະ ເຂົ້າຮ່ວມ​ພິ​ທີ​ມິດ​ຕິ້ງ​ໃຫຍ່​ ເປີດປີສາມັກຄີ ລາວ-ຫວຽດນາມ, ຈັດງານ​ບຸນ​ມະ​ໂຫລານ​ມິດ​ຕະ​ພາບ​ປະ​ຊາ​ຊົນ ລາວ-ຫວຽດ​ນາມຄັ້ງ​ທີ V ຢູ່​ແຂວງກວາງ​ຈິ ສ​ສ ຫວຽດ​ນາມ ແລະ ແຂວງ​ສະ​ຫວັນ​ນະ​ເຂດ ສປປ ລາວ, ຈັດພິມວາລະສານສະບັບພິເສດ “ສອງຟາກສາຍພູຫຼວງຕາເວັນອອກແລະຕາເວັນຕົກ” ພາສາລາວ ແລະ ຫວຽດນາມ (ສອງພາສາໃນເຫຼັ້ມດຽວ); ແລະ ຈັດປະ​ກວດ​ບົດ​ຄວາມ​ເລົ່າ​ເລື່ອງ “ອາ​ນຸ​ສອນ​ແຫ່ງ​ຄວາມ​ຊົງ​ຈຳ” ຢູ່ ສ​ສ ຫວຽດ​ນາມ. ໃນຕໍ່ໜ້າສອງສະມາຄົມ ມິດຕະພາບ ຈະສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນ ເຮັດໜ້າທີ່ເຜີຍແຜ່ຂໍ້ມູນຂ່າວສານ, ຄວາມເປັນຈິງ ກ່ຽວກັບມູນເຊື້ອສາຍພົວພັນລາວ-ຫວຽດນາມ ໃຫ້ແກ່ປະຊາຊົນຂອງສອງປະເທດໂດຍ ສະເພາະຄົນຮຸ່ນໜຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອໃຫ້ເຂົາເຈົ້າມີຄວາມຮັບຜິດຊອບ ແລະ ເປັນເຈົ້າການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍ​ພົວພັນ​ມິດ​ຕະ​ພາບອັນຍິ່ງ​ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ ສອງປະເທດ ໃຫ້ຂຽວສົດງົດງາມ, ເກີດດອກອອກຜົນ ແລະ ​ໝັ້ນຄົງຂະໜົງ​ແກ່​ນຕະຫຼອດ​ຊົ່ວກາລະນານ.

ໃນໂອກາດດຽວກັນນີ້, ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ ສອງຊາດ ລາວ ແລະ ຫວຽດ​ນາມ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ກໍຄື ການພົວພັນຮ່ວມມືລະຫວ່າງ ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ, ພ້ອມທັງໄດ້ໃຫ້ທິດຊີ້ນໍາ ສອງສະມາຄົມມິດຕະພາບ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ປະຕິບັດພາລະບົດບາດ ແລະ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ອ້າຍນ້ອງ, ກໍຄື ລະຫວ່າງ ສອງສະມາຄົມມິດຕະພາບ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

ຂ່າວ: ກົມຂ່າວກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version