Home ຂ່າວຕ່າງປະເທດ ເດືອນກຸມພາ ມຽນມາຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນ 288%

ເດືອນກຸມພາ ມຽນມາຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນ 288%

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງການໂຮງແຮມ ແລະ ການທ່ອງທ່ຽວຂອງມຽນມາໄດ້ເປີດເຜີຍບົດລາຍງານປະລິມານນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາຢ້ຽມຢາມມຽນມາໃນໄລຍະເດືອນກຸມພາ ຢູ່ທີ່ 50.181 ຄົນ. ບົດລາຍງານລະບຸວ່າ ໂຕເລກຂ້າງເທິງເພີ່ມຂຶ້ນ 288% ຈາກໄລຍະເວລາດຽວກັນຂອງປີຜ່ານມາ ຊຶ່ງຢູ່ທີ່ 12.925 ຄົນ ໂດຍນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າມຽນມາດ້ວຍຍົນຈຳນວນ 22.623 ຄົນ, ເຮືອ 11 ຄົນ ແລະ ຜ່ານດ່ານຊາຍແດນທາງບົກ 27.547 ຄົນ. ອີກຢ່າງໜຶ່ງ, ປະລິມານນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາມຽນມາຕະຫຼອດປີ 2022 ຢູ່ທີ່ 233.487 ຄົນ. ມຽນມາເຄີຍຮັບນັກທ່ອງທ່ຽວຕ່າງປະເທດສູງກວ່າ 4,36 ລ້ານຄົນໃນປີ 2019 ຊຶ່ງເປັນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ໂຕເລກດັ່ງກ່າວຫຼຸດລົງຢ່າງວ່ອງໄວເຫຼືອ 9 ແສນຄົນໃນປີ 2020 ແລະ 130.000 ຄົນໃນປີ 2021.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version