Home ຂ່າວຕ່າງປະເທດ ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ

ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຂອງຈີນຄາດຄະເນວ່າ ໃນປີ 2023, ຈຳນວນນັກທ່ອງທ່ຽວພາຍໃນປະເທດຈະບັນລຸເຖິງ 4,55 ຕື້ເທື່ອຄົນ ເພີ່ມຂຶ້ນປະມານ 80% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ແລະ ຈະສ້າງລາຍຮັບໄດ້ປະມານ 4.000 ຕື້ຢວນ ເພີ່ມຂຶ້ນ 95% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຄຽງຄູ່ກັບອາກາດຄ່ອຍໆອົບອຸ່ນຂຶ້ນ, ການອອກໄປທ່ອງທ່ຽວໄດ້ກາຍເປັນທາງເລືອກຂອງຄົນຈຳນວນຫຼວງຫຼາຍ, ເຮັດໃຫ້ຕະຫຼາດການທ່ອງທ່ຽວນັບມື້ນັບຄຶກຄັກຟົດຟື້ນ. ໂຕເລກຈາກບໍລິສັດທ່ອງທ່ຽວທາງອອນລາຍໄດ້ສະແດງໃຫ້ເຫັນວ່າ: ໃນທ້າຍອາທິດຜ່ານມາ, ແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບເຊັ່ນ: ພະຣາຊະວັງກູ້ກົ່ງ, ສວນສາທາລະນະຫໍໄຫວ້ຟ້າທ່ຽນຖານເປັນຕົ້ນ ມີນັກທ່ອງທ່ຽວໄປທ່ຽວຊົມຢ່າງຄັບຄາໜາແໜ້ນ. ນັບແຕ່ວັນທີ 6 ເມສາ ເປັນຕົ້ນມາ, ຜູ້ຈອງປີ້ໄປທ່ຽວແຫຼ່ງທ່ອງທ່ຽວແຫ່ງຕ່າງໆຢູ່ນະຄອນຫຼວງປັກກິ່ງ ໄດ້ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ, ຂະນະທີ່ໂຮງແຮມໄດ້ຮັບການສັ່ງຈອງເພີ່ມຂຶ້ນຫຼາຍກວ່າ 30%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version