Home ຂ່າວຕ່າງປະເທດ ສສ ຫວຽດນາມ-ຣັດເຊຍ ຍູ້ແຮງການຮ່ວມມື ດ້ານການລົງທຶນ

ສສ ຫວຽດນາມ-ຣັດເຊຍ ຍູ້ແຮງການຮ່ວມມື ດ້ານການລົງທຶນ

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ,ໃນຂອບເຂດ ກອງປະຊຸມ ຄະນະກຳມະການ ລະຫວ່າງ ລັດຖະບານ ກ່ຽວກັບ ການຮ່ວມມື ດ້ານເສດຖະກິດ – ການຄ້າ ແລະ ວິທະຍາສາດ-ເຕັກນິກ ຄັ້ງທີ 24 ໃນວັນທີ 06 ເມສານີ້, ຢູ່ນະຄອນຫລວງ ຮ່າໂນ້ຍ, ສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບ ກະຊວງ ອຸດສາຫະກຳ ການຄ້າ ແລະ ກະຊວງ ພັດທະນາ ເສດຖະກິດ ສະຫະພັນ ຣັດເຊຍ ຈັດເວທີ ປາໄສ ວິສາຫະກິດ ສສ ຫວຽດນາມ-ຣັດເຊຍ.​ໃນ​ໂອກາດ​ນີ້ ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກ ລັດຖະມົນຕີ ສສ ຫວຽດນາມ ​ໄດ້​ກ່າວເນັ້ນໜັກວ່າ: ເພື່ອຊຸກຍູ້ ການຮ່ວມມື ໃນຂົງເຂດ ການຄ້າ ແລະ ເສດຖະກິດ ໃຫ້ຫລາຍຂຶ້ນ ກວ່າ​ເກົ່າ ທັງ 2 ຝ່າຍ ຈະກະກຽມ ສ້າງລະບົບ ເຊື່ອມຕໍ່ ເຊິ່ງກັນ ແລະ ກັນ, ສ້າງອະນາຄົດ ຢ່າງໝັ້ນຄົງ ​ແລະ ຈະສ້າງທຸກ ເງື່ອນໄຂ ກ່ຽວກັບ ສະພາບ ແວດລ້ອມ ແຫ່ງການ ລົງທຶນ ແລະ ນິຕິກຳ ແລະ ພິເສດ, ສືບຕໍ່ສ້າງ ການປະຕິຮູບ ລະບຽບ ການບໍລິຫານ ໃຫ້ແກ່ ວິສາຫະກິດ ຕ່າງປະເທດ ເວົ້າລວມ ແລະ ວິສາຫະກິດ ຣັດເຊຍ ແລະ ສສ ຫວຽດນາມ ໃຫ້ສົມບູນ ແບບ ເພື່ອສືບຕໍ່ ພັດທະນາ ໃນໄລຍະ​ໃໝ່. ຈາກ​ນັ້ນ ທ່ານ Dmirty Chernyshenko, ຮອງນາຍົກ ລັດຖະມົນຕີ ຣັດເຊຍ ຢືນຢັນ ບຸລິມະສິດ ແຖວໜ້າ ຂອງ ຣັດເຊຍ ແມ່ນພັດທະນາ ພື້ນຖານ ເສດຖະກິດ, ໜູນຊ່ວຍ ວິສາຫະກິດ ດຳເນີນ ທຸລະກິດ ຢ່າງເສລີ. ຂະນະ​ທີ່ ຣັດເຊຍ ໃຫ້ບຸລິມະສິດ ມຸ່ງໄປເຖິງ ການພັດທະນາໃໝ່ ໃນຂົງ ເຂດ ວິທະຍາສາດ, ການສຶກສາ, ເຕັກໂນໂລຊີ ດີຈີຕອນ ​ແລະ ການທ່ອງທ່ຽວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version