Home ຂ່າວຕ່າງປະເທດ ອົງການອະນາໄມໂລກ ຈະຍົກເລີກສະຖານະການສຸກເສີນ ໂຄວິດ-19ໃນປີນີ້

ອົງການອະນາໄມໂລກ ຈະຍົກເລີກສະຖານະການສຸກເສີນ ໂຄວິດ-19ໃນປີນີ້

0

ຕາມ​ຂ່າວ​ຈາກ ອົງການ​ ອະນາ​ໄມ​ໂລກ (WHO), ທ່ານ ​ເທ​​ໂດຣສ ອາ​ຮານ​ອມ ​ເກ​ເບຣ​ເຢຊຸ​ສ (Tedros Adhanom Ghebreyesus),ຜູ້ອຳນວຍການ ອົງການ​ ອະນາ​ໄມ​ໂລກ ປະກາດ ຈະ​ຍົກ​ເລີກ​ ສະຖານະ​ການ​ ສຸກ​ເສີນ​ ຂອງ​ພະຍາດ ​ໂຄ​ວິດ-19 ພາຍ​ໃນ​ປີ​ນີ້ ຫລັງ​ຈາກ ​ເດັກ ​ແລະ ​ໄວ​ໝຸ່ມ ທີ່​ມີ​ສຸຂະ ພາບ ​ແຂງ​ແຮງ ອາດ​ບໍ່​ຈຳ​ເປັນ ຕ້ອງ​ສັກ​ວັກ​ຊິນ ​ປ້ອງ​ກັນ​ ໂຄ​ວິດ-19 ອີກ​ຕໍ່​ໄປ ​ເນື່ອງ​ຈາກ ທົ່ວ​ໂລກ ​ໄດ້​ປັບ​ຕົວ ​ໃຫ້​ສາມາດ ​ໃຊ້​ຊີວິດ​ ຢູ່​ຮ່ວມ​ກັບ​ ເຊື້ອ​ພະຍາດ​ ດັ່ງກ່າວ ​ໄດ້​ຢ່າງ​ຖາວອນ. ​ແຕ່​ປະຊາກອນ ຜູ້​ສູງ​ອາຍຸ ​ແລະ ຜູ້​ມີ​ຄວາມ​ສ່ຽງ​ສູງ ລວມທັງ ​ຜູ້​ມີ​ພະຍາດ ​ປະຈຳ​ຕົວ ຄວນ​ໄດ້​ຮັບ​ ວັກ​ຊິນ ​ເຂັມ​ກະ​ຕຸ້ນ ​ໂຄ​ວິດ-19 ພາຍ​ໃນ 6-12​ເດືອນ ຫລັງ​ສັກ​ວັກ​ຊິນ ​ເຂັມ​ຫລ້າ​ສຸດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version