Home ຂ່າວໜ້າໜຶ່ງ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າທຸກປະເພດ ໄລຍະປີໃໝ່ລາວ

ຫ້າມສວຍໂອກາດຂຶ້ນລາຄາສິນຄ້າທຸກປະເພດ ໄລຍະປີໃໝ່ລາວ

0

ຕາມການໃຫ້ສຳພາດຂອງ ທ່ານ ວິໄລກອນ ທອງສີອັກສອນ ຮອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນອງ, ຜູ້ຊີ້ນຳວຽກງານການຄ້າ-ພາຍໃນ ໃນວັນທີ 6 ເມສາ 2023 ວ່າ: ໃນໄລຍະເທສະການ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566 ທີ່ຈະມາເຖິງນີ້, ຜູ້ດຳເນີນທຸລະກິດ, ຜູ້ປະກອບການ ລວມ ທັງພໍ່ ຄ້າຊາວຂາຍ ໃນທົ່ວເມືອງນອງ ແຂວງສະຫວັນນະເຂດ ຫ້າມສວຍໂອກາດກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າ ຕາມລຳພັງໃຈ, ຖ້າຫາກພົບເຫັນຈະຖືກປັບໃໝຕາມລະບຽບກົດໝາຍ.

ອີງໃສ່ແຈ້ງການພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ສະບັບເລກທີ 1739 ວ່າດ້ວຍການເອົາໃຈໃສ່, ຄຸ້ມຄອງຕິດຕາມ, ກວດກາສິນຄ້າ ແລະ ລາຄາພາຍໃນເມືອງຂອງຕົນ ໃນໄລຍະເທສະການ ສະເຫລີມສະຫລອງບຸນປີໃໝ່ລາວ ທີ່ຈະມາເຖິງນີ້ ເພື່ອເຮັດໃຫ້ລາຄາສິນຄ້າໃນທ້ອງຕະຫລາດ ມີສະຖຽນລະພາບ ໂດຍສະເພາະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ແລະ ຜົນປະໂຫຍດຂອງລັດ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງພໍ່ຄ້າຊາວຂາຍ, ຫົວໜ່ວຍທຸລະກິດ ທັງຂາຍສົ່ງ-ຂາຍຍ່ອຍ ໃນທົ່ວເມືອງນອງ ຫ້າມສວຍໂອ ກາດຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນ ໂດຍສະເພາະແມ່ນລາຄາສິນຄ້າ ສະບຽງອາຫານ, ເຄື່ອງດື່ມເຊັ່ນ: ຊີ້ນໝູ, ຊີ້ນງົວ, ໄກ່, ເປັດ, ພືດຜັກ, ເຫລົ້າ, ເບຍ ລວມທັງສິນຄ້າອຸປະໂພກຕ່າງໆ.

ພ້ອມນີ້, ບັນດາຫົວໜ່ວຍທຸລະກິດ, ພໍ່ຄ້າຊາວຂາຍ ຕ້ອງສະໜອງສິນຄ້າໃຫ້ພຽງພໍ ຕໍ່ກັບຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ ແລະ ຫ້າມບໍ່ໃຫ້ຫົວໜ່ວຍທຸລະກິດ, ພໍ່ຄ້າຊາວຂາຍ ກັກຕຸນສິນຄ້າປະເພດຕ່າງໆ ເພື່ອຫວັງຜົນກຳໄລ ຫລື ຂຶ້ນລາຄາສິນຄ້າ ໃນໄລຍະເທສະການປີໃໝ່ລາວຢ່າງເດັດຂາດ; ສິນຄ້າທຸກປະເພດທີ່ນຳເຂົ້າ ຕ້ອງຕິດສະຕິກເກີ ຫລື ກາໝາຍສິນຄ້າເປັນພາສາລາວ, ພ້ອມທັງ ຕິດລາຄາ ແລະ ຄ່າບໍລິການເປັນເງິນກີບ, ຫ້າມຜູ້ປະກອບການທີ່ເຮັດທຸລະກິດ ຂາຍນ້ຳມັນເຊື້ອໄຟ ໃນທົ່ວເມືອງ ຂຶ້ນລາຄານ້ຳມັນເຊື້ອໄຟ ຕາມລຳພັງໃຈ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version