Home ຂ່າວພາຍໃນ ສວສ ທົດລອງການນໍາໃຊ້ປຶ້ມຄູ່ມືຄູສຶກສາພົນລະເມືອງໂລກ ຊັ້ນມັດທະຍົມສຶກສາ

ສວສ ທົດລອງການນໍາໃຊ້ປຶ້ມຄູ່ມືຄູສຶກສາພົນລະເມືອງໂລກ ຊັ້ນມັດທະຍົມສຶກສາ

0

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສູນການສຶກສາເພື່ອຄວາມເຂົ້າໃຈສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ (APCEIU) ໄດ້ຈັດກອງປະຊຸມທົດລອງການນໍາໃຊ້ປຶ້ມຄູ່ມືຄູສຶກສາພົນລະເມືອງໂລກ ຊັ້ນມັດທະຍົມສຶກສາ ໃນລະຫວ່າງວັນທີ 1-3 ເມສາ 2023 ທີ່ໂຮງແຮມໂຊກບຸນມາ ເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຮອງຜູ້ອຳນວຍການ ສວສ, ທ່ານ ໜູໄກ ລາດຊະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ບໍລິຄຳໄຊ, ທ່ານ ນາງ ຈອງມິນ ອອມ (Jeongmin Eom) ຫົວໜ້າການຄົ້ນຄວ້າ ແລະ ການພັດທະນາ ການສຶກສາເພື່ອຄວາມ ເຂົ້າໃຈສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ, ມີຄະນະທີມງານພັດທະນາຫຼັກສູດ (ຊ່ຽວຊານ) ແລະ ຜູ້ແທນກອງປະຊຸມທີ່ມາຈາກສອງເມືອງເປົ້າໝາຍຂອງແຂວງບໍລິຄໍາໄຊເຂົ້າຮ່ວມ.

ໂຄງການທົດລອງດັ່ງກ່າວເລີ່ມແຕ່ປີ 2021 ພັດທະນາຫຼັກສູດແຊກຊ້ອນການສຶກສາ ພົນລະເມືອງໂລກເຂົ້າໃນວິຊາສຶກສາພົນລະເມືອງຂອງຊັ້ນມັດທະຍົມສຶກສາ (ມ.ຕົ້ນ ແລະ ມ.ປາຍ), ປະກອບມີ 7 ໂມດຸນ ຄື: ສ້າງຄວາມເຂັ້ມແຂງໃຫ້ຜູ້ພັດທະນາຫຼັກສູດ ແລະ ຄູ່ຮ່ວມພັດທະນາ, ທົບທວນຄືນຫຼັກສູດສຶກສາພົນລະເມືອງ ທຽບກັບຫຼັກສູດຂອງ GCE, ພັດທະນາໂຄງຮ່າງຫຼັກສູດຂອງ GCED ຂອງ ມ.ຕົ້ນ ແລະ ມ.ປາຍ, ທົບທວນຄືນຫຼັກສູດແຫ່ງຊາດ ສົບທຽບໃສ່ GCED ໂດຍອີງໃສ່ 9 ອົງປະກອບ, ກວດແກ້ໂຄງຮ່າງຫຼັກສູດແຊກຊ້ອນເນື້ອໃນ GCED, ຮັບຮອງໂຄງຮ່າງຫຼັກສູດແຊກຊ້ອນເນື້ອໃນ GCED (CACIM) ແລະ ຍົກລະດັບຄວາມສາມາດຂອງນັກພັດທະນາຫຼັກສູດໃນການແຊກຊ້ອນເນື້ອໃນສຶກສາພົນລະເມືອງ.

ໃນການທົດລອງຮ່າງຄູ່ມືຄູດັ່ງກ່າວມີ 2 ໄລຍະ ຄື: ໄລຍະທີ 1 ຈະໄດ້ດໍາເນີນກອງປະຊຸມສ້າງຂີດຄວາມສາມາດ ແລະ ທົດລອງກັບຄູສອນ 7 ທ່ານ (ມ.1-ມ.7) ຊັ້ນລະ 1 ທ່ານ, ຜູ້ອຳນວຍການ ຈາກໂຮງຮຽນໃນແຂວງບໍລິຄໍາໄຊ. ສ່ວນໄລຍະທີ 2 ຈະມີຄູສອນ ມ.1-ມ.7 ຈາກ 3 ແຂວງເຂົ້າຮ່ວມ ຄື: ແຂວງຊຽງຂວາງ, ບໍລິຄຳໄຊ ແລະ ສະຫວັນນະເຂດ ປະມານ 60 ທ່ານເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນ ແລະ ບົດບາດຂອງການທົດລອງການນໍາໃຊ້ປຶ້ມຄູ່ມືຄູສຶກສາພົນລະເມືອງໂລກ ສຳລັບຊັ້ນມັດທະຍົມສຶກສາ ໃນໄລຍະທີ 1 ແມ່ນການນໍາສະເໜີຮ່າງຄູ່ມືຄູທີ່ສ້າງຂຶ້ນໃຫ້ພາກສ່ວນກ່ຽວຂ້ອງ ເຊັ່ນ: ຜູ້ອໍານວຍການໂຮງຮຽນ, ຄູ ແລະ ພະນັກງານພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ, ປະກອບຄໍາເຫັນໃຫ້ແກ່ຮ່າງຄູ່ມືຄູ ເພື່ອເສີມຂະຫຍາຍຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມໃຫ້ສາມາດແຊກຊ້ອນເນື້ອໃນການສຶກສາພົນລະເມືອງໂລກເຂົ້າໃນການພັດທະນາແຜນການສອນ, ແນະນໍາຄູໃນການສ້າງແຜນການສອນ ໂດຍອີງໃສ່ເນື້ອໃນປຶ້ມຄູ່ມືຄູ ແລະ ເພື່ອທົດລອງປຶ້ມຄູ່ມືຄູ ສະບັບຮ່າງ ໂດຍຜ່ານການພັດທະນາ ແລະ ການນໍາໃຊ້ແຜນການສອນດັ່ງກ່າວ. ພ້ອມກັນນັ້ນ, ທ່ານຍັງຮຽກຮ້ອງໃຫ້ຄູອາຈານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນວາງແຜນຈັດຕັ້ງປະຕິບັດແຕ່ລະໄລຍະ ໂດຍໃຫ້ມີການຕິດຕາມ, ກວດກາ, ຖອດຖອນບົດຮຽນຮ່ວມກັນຢ່າງເປັນປົກກະຕິ ນຳເອົາຮ່າງປຶ້ມຄູ່ມືສະບັບດັ່ງກ່າວນີ້ໄປທົດລອງນໍາໃຊ້, ປັບປຸງ ແລະ ຮັບຮອງ ເພື່ອໃຫ້ສາມາດນຳໄປໃຊ້ຢ່າງກວ້າງຂວາງໃນ ສປປ ລາວ.

ຂ່າວ: ສີສຸພັນ ສີສົມພອນ (ສກຂ ບໍລິຄໍາໄຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version