Home ຂ່າວຕ່າງປະເທດ ສິງກະໂປຈັດງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20

ສິງກະໂປຈັດງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20

0

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ, ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 20 ຈັດ​ຂຶ້ນສິງກະໂປ ​ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫລືອວິສາຫະກິດກໍາແໜ້ນ ໂອກາດການສໍາເລັດການເຈລະຈາພາຍຫລັງການຍົກລະດັບ ສັນຍາການຄ້າເສລີ ລະຫວ່າງຈີນ ​ແລະ ສິງກະໂປ, ຮັບໃຊ້ສາຍພົວພັນຄູ່ຮ່ວມມືທີ່ມີລັກສະນະເບິ່ງກວ້າງ ເຫັນໄກ ມີຄຸນນະພາບສູງ ແລະ ຮອບດ້ານ ລະຫວ່າງສອງ​ປະ​ເທດ, ໂດຍໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຟື້ນຟູເສດຖະກິດຂອງພາກພື້ນ ແລະ ຮັບປະສິດທິຜົນເປັນຢ່າງດີ.

ສຳລັບງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງນີ້ໄດ້ເປີດ ການວາງສະແດງຢູ່ຕ່າງປະເທດ ແລະ ຈັດເອົາສິງກະໂປ ເປັນປະເທດທໍາອິດ ​ເພື່ອເປັນເວທີຮ່ວມມືແຫ່ງການແລກປ່ຽນ ແລະ ການຄົ້ນພົບໂອກາດໃໝ່ ສໍາລັບວິສາຫະກິດຂອງສອງປະເທດ. ​ໂດຍ​ມີຍອດມູນຄ່າການຮ່ວມມືໃນງານວາງສະແດງຄັ້ງນີ້ບັນລຸເຖິງ 145 ລ້ານໂດລາສະຫະລັດ. ນອກຈາກນີ້ຍັງຈະຈັດງານວາງສະແດງສິນຄ້າຢູ່ລາວ ແລະ ມາເລເຊຍ ພາຍ​ໃນ​ປີ​ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version