Home ຂ່າວໜ້າໜຶ່ງ ກະຊວງການຕ່າງປະເທດເລັ່ງປັບປຸງການເຮັດໜັງສືຜ່ານແດນໃຫ້ສະດວກຂຶ້ນ

ກະຊວງການຕ່າງປະເທດເລັ່ງປັບປຸງການເຮັດໜັງສືຜ່ານແດນໃຫ້ສະດວກຂຶ້ນ

0

ໃນວັນທີ 6 ເມສາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ມິດສະນີ ເຈີປ່າວທ່າວ ຫົວໜ້າພະແນກໜັງສືຜ່ານແດນ, ກົມກົງສຸນ, ກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບບັນຫາທີ່ປະຊາຊົນສ່ອງແສງ ແມ່ນຜູ້ທີ່ຈ່າຍເງິນເພີ່ມໃຫ້ນາຍໜ້າແມ່ນໄດ້ລັດຄິວສໍາພາດຮ່ວມມື້ ແລະ ໄດ້ຮັບປື້ມຜ່ານແດນໄວ ກົງກັນຂ້າມກັບຜູ້ບໍ່ຈ່າຍເງິນແມ່ນໄດ້ຮັບຊ້າ. ຕໍ່ບັນຫານີ້, ທ່ານ ມິດສະນີ ເຈີປ່າວທ່າວ ໄດ້ຊື້ແຈງວ່າ: ຕໍ່ບັນຫາດັ່ງກ່າວ, ເຫັນວ່າພາຍຫລັງໄດ້ປະຕິບັດການແຈກຄິວ ຜ່ານອອນລາຍຊຶ່ງເລີ່ມແຕ່ວັນທີ 6 ກຸມພາ 2023 ເປັນຕົ້ນມາ, ສະພາບຢູ່ດ້ານໜ້າຂອງກົມກົງສຸນກໍມີຄົນ ຫລື ນາຍໜ້າເບົາບາງລົງ, ການຂໍແກ້ໄຂນະໂຍບາຍ ຂອງ ພະນັກງານໃຫ້ແກ່ໝູ່ເພື່ອນ, ຍາດພີ່ນ້ອງຈາກບັນດາກົມກອງ, ສໍານັກງານອົງການທັງພາກລັດ ແລະ ເອກະຊົນແມ່ນມີ ຈໍານວນເພີ່ມຂຶ້ນ ຊຶ່ງຈໍານວນດັ່ງກ່າວນີ້ແມ່ນເຮົາບໍ່ສາມາດຮູ້ໄດ້ລ່ວງໜ້າວ່າມີຈຳນວນເທົ່າໃດ. ສະນັ້ນ, ຖ້າມື້ໃດມີ ຫລາຍກໍໄດ້ແກ້ໄຂລ່ວງເວລາໄປຮອດ 17:00-18:00 ຈຶ່ງແລ້ວ. ການແກ້ໄຂນະໂຍບາຍ ແລະ ແກ້ໄຂເອົາໜັງສືຜ່ານແດນ ກ່ອນກຳນົດແມ່ນ ມີຄື: ແກ້ໄຂຕາມໜັງສືສະເໜີຂໍຂອງ ພະນັກງານຈາກກົມກອງ, ສຳນັກງານ, ອົງການທັງພາກລັດ ແລະ ເອກະຊົນ; ແກ້ໄຂຕາມໃບສະເໜີ, ຂໍ້ຕົກລົງ, ແຈ້ງການ ແລະ ໜັງສືຢັ້ງຢືນອຶ່ນໆ ໂດຍສະເພາະແມ່ນການໄປຝຶກອົບຮົມ, ໄປທັດສະນະສຶກສາ, ໄປແຂ່ງຂັນກິລາ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານຕາມ MOU, ພະ-ຄູບາ-ອາຈານ ໄປ ສະແຫວງບຸນຢູ່ຕ່າງປະເທດ ແລະ ພະນັກງານບຳນານ, ພະນັກງານລັດ, ຜູ້ເຖົ້າ ແລະ ເດັກນ້ອຍທີ່ມີຄວາມ ຈຳເປັນ; ແກ້ໄຂໄປກວດສຸຂະພາບ ແລະ ປິ່ນປົວຕ່າງໆໂດຍອີງໃສ່ໃບຢັ້ງຢືນຈາກໂຮງໝໍທັງພາຍໃນ ແລະ ຕ່າງປະເທດ. ປັດຈຸບັນ, ສັງເກດເຫັນວ່າຈໍານວນຄົນທີ່ຕ້ອງການຂໍເຮັດໜັງສືຜ່ານແດນແມ່ນຍັງມີຫລາຍ ເຮັດໃຫ້ການຈອງຄິວທາງອອນລາຍແມ່ນເຕັມຮອດວັນທີ 10 ພຶດສະພາ 2003 ແລ້ວ, ວິທີການຈອງຄິວແມ່ນໄດ້ມີ ປ້າຍແນະນຳຢູ່ທາງປະຕູເຂົ້າ ກົມກົງສູນ. ສ່ວນການຈອງຄິວແມ່ນໃຫ້ຜູ້ໃດຈອງໃຫ້ກໍໄດ້, ແຕ່ໄດ້ກໍານົດວ່າໂທລະສັບ 1 ເຄື່ອງສາມາດຈອງໄດ້ 5 ຄົນຕໍ່ມື້ເທົ່ານັ້ນ. ທັງນີ້, ກໍເພື່ອຫລີກລ່ຽງການສວຍໃຊ້ເພື່ອຮຽກເງິນຈາກປະຊາຊົນຂອງນາຍໜ້າ.

ພ້ອມນີ້, ທ່ານ ມິດສະນີ ເຈີປ່າວທ່າວ ຍັງໃຫ້ຮູ້ອີກວ່າ: ໃນທິດທາງຕໍ່ໜ້າຈະມີການແກ້ໄຂບັນຫາເພື່ອໃຫ້ການເຮັດ ໜັງສືຜ່ານແດນ ສະດວກສະບາຍຕື່ມ ໂດຍກົມກົງສູນ ກໍຄື ການຈັດຕັ້ງຂັ້ນເທິງກໍໄດ້ພະຍາຍາມທຸກຄວາມສາມາດ ແລະ ທຸກວິທີທາງເພື່ອເຮັດ ໃຫ້ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ສ້າງຄວາມສະດວກ ຄວາມທັນສະໄໝ ໃນການອອກໜັງສືຜ່ານແດນ-ບໍ່ວ່າດ້ານເວລາ, ດ້ານວິທີການ, ດ້ານເຕັກນິກ ແລະ ເຄື່ອງມືຮັບໃຊ້ຕ່າງໆ. ປັດຈຸບັນນີ້, ພວກເຮົາພວມປັບປຸງສະຖານທີ່ເພື່ອຕິດຕັ້ງເຄື່ອງພິມໃໝ່ຈຳນວນໜຶ່ງບວກໃສ່ເຄື່ອງພິມທີ່ມີ ແລະ ຄາດວ່າໃນ ໄລຍະເດືອນ 5-6 2023 ນີ້, ກໍຈະໄດ້ຮັບຄວາມສະດວກຂຶ້ນຕື່ມ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version