Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງຊັບພະຍາກອນນໍ້າ ສປ ຈີນ

ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງຊັບພະຍາກອນນໍ້າ ສປ ຈີນ

0

ວັນທີ 5 ເມສາ 2023 ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີ ກົວ ຢີ່ງ ລັດຖະມົນຕີກະຊວງຊັບພະຍາກອນນໍ້າ ແຫ່ງ ສປ ຈີນ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ MRC ທີ່ ສປປ ລາວ ເປັນເຈົ້າພາບ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ລີ ກົວ ຢີ່ງ ພ້ອມດ້ວຍຄະນະ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມ MRC ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມ ຂອງກອງປະຊຸມສະພາປະຊາຊົນຈີນ ໃນກາງເດືອນມີນາ ທີ່ຜ່ານມາ ໂດຍສະເພາະ ການເລືອກຕັ້ງ ແລະ ຮັບຮອງຄະນະລັດຖະບານຊຸດໃໝ່ຂອງ ສປ ຈີນ; ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນໂອກາດທີ່ທ່ານ ປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມທາງລັດຖະກິດ ຢູ່ ສປ ຈີນ ໃນທ້າຍປີ 2022 ທີ່ຜ່ານມາ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຊຶ່ງເຫັນໄດ້ຢ່າງຈະແຈ້ງວ່າ ການພົວພັນຮ່ວມມືລະຫວ່າງສອງຝ່າຍໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເກີດດອກອອກຜົນຕົວຈິງຫລາຍດ້ານ; ພ້ອມທັງສະແດງຄວາມຍິນດີ ໃນວັນທີ 13 ເມສາ 2023 ທີ່ຈະມາເຖິງນີ້ ຂະບວນລົດໄຟ ສາຍສາກົນ ວຽງຈັນ-ຄຸນໝິງ, ຄຸນໝິງ-ວຽງຈັນ ຈະໄດ້ເປີດສາຍສາກົນເປັນຂະບວນທຳອິດ ຊຶ່ງພາກສ່ວນກ່ຽວຂອງຝ່າຍ ລາວ ແລະ ຈີນ ກຳລັງກະກຽມຄວາມພ້ອມຢ່າງຮອບດ້ານ ຊຶ່ງເປັນເຫດການໜຶ່ງທີ່ສຳຄັນຕໍ່ການພົວພັນ ລາວ-ຈີນ; ໃນຕໍ່ໜ້າ ຫວັງຢ່າງຍິ່ງວ່າ ລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫລືອສະໜັບສະໜູນວຽກງານ ໃນຂອບການຮ່ວມມື MRC, ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ແລະ ຂອບການຮ່ວມມືອື່ນໆ ເປັນຕົ້ນ ໃນຂະແໜງພະລັງງານນໍ້າ, ການນໍາໃຊ້ຊັບພະຍາກອນທາງນໍ້າ, ການຄຸ້ມຄອງບຳລຸງຮັກສານໍ້າ, ການແລກປ່ຽນດ້ານວິຊາການ, ການຈັດຊຸດຝຶກອົບຮົມ ຫລື ສະໜອງທຶນເຂົ້າໃນການສຶກສາສະເພາະດ້ານ ໃຫ້ແກ່ບຸກຄະລາກອນຂອງຝ່າຍລາວ ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ. ນອກຈາກນັ້ນ, ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ມີຄວາມປິຕິຊົມຊື່ນ ຕໍ່ທ່ານນາຍົກລັດຖະມົນຕີ ລີ ສຽງ ທີ່ໄດ້ຮັບການເລືອກຕັ້ງ ແລະ ໄວ້ວາງໃຈຈາກພັກ-ລັດ ແລະ ປະຊາຊົນຈີນ ໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປ ຈີນ.

ໃນໂອກາດດຽວກັນ, ທ່ານ ລີ ກົວ ຢີ່ງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຜົນສຳເລັດ ໃນການພົບປະສອງຝ່າຍ ລະຫວ່າງ ກະຊວງຊັບພະຍາກອນນໍ້າ ແຫ່ງ ສປ ຈີນ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ MRC ທີ່ ສປປ ລາວ ຄັ້ງນີ້. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນນໍ້າ ທີ່ພົ້ນເດັ່ນ, ລວມທັງ ການວາງນະໂຍບາຍ ໃນຂົງເຂດວຽກງານດັ່ງກ່າວ ຂອງ ສປ ຈີນ.

ຂ່າວ: ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version