Home ຂ່າວຕ່າງປະເທດ ພາວະມີລູກຍາກກະທົບປະຊາກອນທົ່ວໂລກເກືອບ 20%

ພາວະມີລູກຍາກກະທົບປະຊາກອນທົ່ວໂລກເກືອບ 20%

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 4 ເມສາ ຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ປະມານ 1 ໃນ 6 ຂອງຜູ້ໃຫຍ່ທົ່ວໂລກພົບກັບພາວະການມີລູກຍາກ ພ້ອມທັງຮຽກຮ້ອງໃຫ້ປະເທດຕ່າງໆຮວບຮວມຂໍ້ມູນທີ່ສອດຄ່ອງຫຼາຍຂຶ້ນກ່ຽວກັບໂຣກນີ້.

ບົດລາຍງານລະບຸວ່າ: ຖ້າວິເຄາະຕາມການສຶກສາທີ່ມີຢູ່ຕັ້ງແຕ່ປີ 1990 ເຖິງປີ 2021 ເປີດເຜີຍໃຫ້ຮູ້ວ່າ ຜູ້ໃຫຍ່ທົ່ວໂລກໃນອັດຕາສ່ວນປະມານ 17,5% ໄດ້ຮັບຜົນກະທົບຈາກການບໍ່ສາມາດມີລູກໄດ້. ທ່ານ ດຣ. ເທໂດຣສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ WHO ກ່າວວ່າ: ອັດຕາສ່ວນທີ່ແນ່ນອນຂອງຜູ້ທີ່ໄດ້ຮັບຜົນກະທົບສະແດງໃຫ້ເຫັນເຖິງຄວາມຈຳເປັນໃນການຂະຫຍາຍການເຂົ້າເຖິງການເບິ່ງແຍງພາວະຈະເລີນພັນ ແລະ ເຮັດໃຫ້ແນ່ໃຈວ່າ ບັນຫານີ້ຈະບໍ່ຖືກເບິ່ງຂ້າມໃນການວິໄຈ ແລະ ນະໂຍບາຍດ້ານສຸຂະພາບອີກຕໍ່ໄປ. ເຖິງຢ່າງໃດກໍຕາມ, ທ່ານ ເຈມ ເຄຍຣີ ຫົວໜ້າຝ່າຍການຄຸມກຳເນີດ ແລະ ການເບິ່ງແຍງພາວະຈະເລີນພັນຂອງ WHO ລະບຸວ່າ: ບໍ່ມີຫຼັກຖານການເພີ່ມຂຶ້ນຂອງອັດຕາການມີລູກຍາກໃນລະຫວ່າງປີ 1990-2021 ແຕ່ອີງຕາມຂໍ້ມູນທີ່ພວກເຮົາມີ ເຮົາບໍ່ສາມາດຕອບໄດ້ວ່າ ພາວະມີລູກຍາກກຳລັງເພີ່ມຂຶ້ນ ຫຼື ຢູ່ໃນລະດັບທີ່ຄົງທີ່ ຊຶ່ງຄະນະເຮັດວຽກຍັງບໍ່ສາມາດຫາຄຳຕອບໄດ້ຢ່າງຊັດເຈນ ໂດຍຂໍ້ມູນທີ່ມີຢູ່ໃນປັດຈຸບັນມີຄວາມຫຼາກຫຼາຍ ແລະ ບໍ່ສອດຄ່ອງກັນ.

ທັງນີ້, ບົດລາຍງານຍັງໄດ້ເນັ້ນເຖິງຄວາມຈຳເປັນ ຊຶ່ງປະເທດຕ່າງໆຕ້ອງຮວບຮວມ ແລະ ແບ່ງປັນຂໍ້ມູນທີ່ມີຄວາມສອດຄ່ອງກ່ຽວກັບພາວະການມີລູກຍາກ ໂດຍແຍກຕາມອາຍຸ ແລະ ສາເຫດ ຕະຫຼອດຈົນຮອດຂໍ້ມູນກ່ຽວກັບຜູ້ທີ່ຕ້ອງການເບິ່ງແຍງພາວະການຈະເລີນພັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version