Home ຂ່າວໜ້າໜຶ່ງ ນາຍົກລາວ-ຫວຽດນາມ ພົບປະສອງຝ່າຍ

ນາຍົກລາວ-ຫວຽດນາມ ພົບປະສອງຝ່າຍ

0

ໃນຕອນບ່າຍຂອງວັນທີ 5 ເມສາ ນີ້ ທີ່ ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍ ກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດທີ່ສະຫາຍ ພ້ອມຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ຢູ່ ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມດີໃຈ ທີ່ໄດ້ພົບປະ ກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ອີກຄັ້ງ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສະຫາຍ ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະ ໃນເດືອນມັງກອນ 2023 ຜ່ານມາ. ສອງຝ່າຍ ໄດ້ທົບທວນຄືນຜົນການຢ້ຽມຢາມ ໃນເດືອນມັງກອນຜ່ານມາ ແລະ ເຫັນດີສືບຕໍ່ຊຸກຍູ້, ຈັດຕັ້ງຜັນຂະຫຍາຍບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆຂອງສອງລັດຖະບານ ລາວ – ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນກອງປະຊຸມ ຄັ້ງທີ 45 ກໍຄື ເນື້ອໃນບົດບັນທຶກ ແລະ ແຜນການຮ່ວມມື ປະຈໍາປີ 2023 ໃຫ້ປະກົດຜົນເປັນຈິງ, ພ້ອມທັງສືບຕໍ່ຊຸກຍູ້ບັນດາໂຄງການຮ່ວມມື ແລະ ໂຄງການລົງທຶນຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຕອນທ້າຍ, ສອງຝ່າຍ ໄດ້ອວຍພອນໄຊອັນປະເສີດຊຶ່ງກັນ ແລະ ກັນ ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້, ທັງອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

(ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version