Home ຂ່າວພາຍໃນ ສະມາຄົມປ້າຍລາວ ຮ່ວມງານວາງສະແດງປ້າຍ ແລະ ສິ່ງພິມທີ່ບາງກອກ

ສະມາຄົມປ້າຍລາວ ຮ່ວມງານວາງສະແດງປ້າຍ ແລະ ສິ່ງພິມທີ່ບາງກອກ

0

ເມື່ອບໍ່ດົນມານີ້, ທ່ານ ວົງນໍາ ວົງວິໄລ ປະທານບໍລິສັດ ຂຸນຕາປ້າຍ ປະທານສະມາຄົມປ້າຍລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມງານວາງສະແດງເຄື່ອງຈັກ, ເຄື່ອງພິມ ແລະ ອຸປະກອນຮັບໃຊ້ ໃນແວດວົງອຸດສາຫະກຳປ້າຍ, ງານພິມສຳລັບອຸດສາຫະກຳເຄື່ອງນຸ່ງຫົ່ມແຜ່ນແພຕ່າງໆ (Printech 2023) ທີ່ສູນວາງສະແດງອິມແພັກ (IMPACT Exhibition Center) ເມືອງທອງທານີ ບາງກອກ ປະເທດໄທ ໃນລະຫວ່າງວັນທີ 30 ມີນາ ຫາ ວັນທີ 2 ເມສາ 2023 ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ກິດຕິພັດ ສຸດທິສໍາພັດ ຮອງປະທານສາຍງານສົ່ງເສີມ ແລະ ສະໜັບສະໜູນອຸດສາຫະກໍາ ສະພາອຸດສາຫະກໍາການຄ້າໄທ; ທ່ານ ນາງ ມິນທິຕາ ນິຕິກອນກຸລະນັນ ກໍາມະການຜູ້ຈັດການບໍລິສັດວັນທູວັນ (ເຈົ້າຂອງງານປຣິ້ນເທັກ), ມີປະທານບໍລິສັດຕິວານົນ ປຣິ້ນເຊັ້ນເຕີ້ ແລະ ມີບັນດາຫ້າງຮ້ານຜູ້ປະກອບການໃນດ້ານອຸດສາຫະກໍາການພິມ ເຂົ້າຮ່ວມ.

ງານຄັ້ງນີ້, ເພື່ອເປັນການພັດທະນາ ເສີມສ້າງຄວາມຮູ້, ເຕັກນິກການຜະລິດ, ເຄື່ອງກົນຈັກ, ແລະ ສັນຫາໂອກາດ ອາຊີບໃໝ່ໆ ໃນການພັດທະນາຄວາມສຳພັນທາງທຸລະກິດກັບເພື່ອນທຸລະກິດປ້າຍໄທ ຊຶ່ງເປັນການຮີບໂຮມຜູ້ປະກອບການພິມທີ່ຫຼາຍທີ່ສຸດມາລວມກັນ ເພື່ອໃຫ້ຜູ້ສົນໃຈໄດ້ທ່ຽວຊົມງານໃນແຫ່ງດຽວ ລວມເຖິງນໍາສະເໜີີເຕັກໂນໂລຊີທີ່ຈະມາຊ່ວຍຍົກລະດັບມາດຕະຖານພາຍໃຕ້ຫົວຂໍ້ ”Printtech Power Up“ ເປັນການຫຼຸດຕົ້ນທຶນການຜະລິດ ເພີ່ມມູນຄ່າງານ ແລະ ເພີ່ມຜົນກໍາໄລໃຫ້ທຸລະກິດ. ທັງເປັນໂອກາດໃຫ້ບັນດາຫົວໜ່ວຍທຸລະກິດໄດ້ມາພົບປະແລກປ່ຽນແນວຄວາມຄິດ, ຊ່ວຍເພີ່ມຕື່ມຄວາມຮູ້ໃນການຂະຫຍາຍຖານລູກຄ້າໃຫ້ກະຈາຍສິນຄ້າໄດ້ຢ່າງກວ້າງຂວາງ. ການວາງສະແດງສິນຄ້າຄັ້ງນີ້, ມີບໍລິສັດ, ຫ້າງຮ້ານເຂົ້າຮ່ວມຫຼາຍກວ່າ 120 ບໍລິສັດ.

ໃນໂອກາດນີ້, ຄະນະຜູ້ແທນສະມາຄົມປ້າຍລາວ ກໍໄດ້ໄປທັດສະນະສຶກສາ ທີ່ບໍລິສັດ ບໍລິສັດ ຕິວານົນ ປຣິ້ນເຊັ້ນເຕີ້.

(ຂ່າວ: ຍຸພີນທອງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version