Home ສຶກສາ ສສກ ຖອດຖອນບົດຮຽນວຽກງານຮ່ວມມືກັບອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ-ກິລາ

ສສກ ຖອດຖອນບົດຮຽນວຽກງານຮ່ວມມືກັບອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ-ກິລາ

0

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມທົບທວນຄືນ ແລະ ຖອດຖອນບົດຮຽນປະຈຳປີ ກ່ຽວກັບວຽກງານການຮ່ວມມືກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ ແລະ ກິລາ ໃນລະຫວ່າງວັນທີ 30-31 ມີນາ 2023 ທີ່ສຳນັກງານປົກຄອງເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມທີ່ກ່ຽວຂ້ອງ, ອົງການຈັດຕັ້ງຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືວ່າເປັນກອງປະຊຸມໜຶ່ງທີ່ມີຄວາມໝາຍສຳຄັນຫຼາຍ ທີ່ພວກເຮົາຈະໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດຕົວຈິງ ກ່ຽວກັບວຽກຮ່ວມມືກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ທີ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ ແລະ ກິລາ ຕະຫຼອດປີ 2022 ຜ່ານມາ. ແນວໃດກໍດີ, ການປະກອບສ່ວນຊ່ວຍເຫຼືອຂອງບັນດາປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ໄດ້ຊ່ວຍຫຼຸດຜ່ອນພາລະແບກຫາບການລົງທຶນຂອງລັດຖະບານເຂົ້າໃສ່ການສຶກສາເປັນຈຳນວນຫຼວງຫຼາຍ ກໍຄືຊ່ວຍລັດຖະບານໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມເວົ້າລວມ, ເວົ້າສະເພາະກໍໄດ້ປະກອບສ່ວນຊຸກຍູ້ການປະຕິບັດແຜນພັດທະນາການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ເປັນຕົ້ນແມ່ນໄດ້ຊ່ວຍເຫຼືອເດັກນ້ອຍນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງການສຶກສາຂັ້ນພຶື້ນຖານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ: ອາຄານຮຽນ, ຫໍສະໝຸດ, ຫໍພັກ, ຫ້ອງນໍ້າ, ນໍ້າສະອາດ, ອາຫານທ່ຽງໃນໂຮງຮຽນ, ເຄື່ອງນຸ່ງຫົ່ມ, ອຸປະກອນຮັບໃຊ້ການຮຽນການສອນ, ເຄື່ອງໃຊ້ຫ້ອງການ, ສະໜອງຄູສອນພາສາອັງກິດ, ໃຫ້ທຶນການສຶກສາ, ຊຸກຍູ້ກອງປະຊຸມສຳມະນາຝຶກອົບຮົມເຕັກນິກ ແລະ ທັກສະຕ່າງໆໃຫ້ພະນັກງານວິຊາການ, ຄູ-ອາຈານ ແລະ ນັກຮຽນ, ສົ່ງເສີມກິດຈະກຳກິລາ, ສະໜອງທຶນສ້າງເສດຖະກິດຄອບຄົວ ແລະ ການພັດທະນາຫຼັກສູດໃນການຝຶກອົບຮົມ ຊຶ່ງໄດ້ປະກອບສ່ວນຊ່ວຍຫຼຸດຜ່ອນງົບປະມານຂອງລັດຖະບານເປັນຈຳນວນຫຼວງຫຼາຍ. ພິເສດໃນໄລຍະພະຍາດລະບາດໂຄວິດ-19 ຍັງໄດ້ຮັບການສະໜອງສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນແມ່ນ ຜ້າປິດປາກ, ອ່າງລ້າງມື, ເຈວລ້າງມື, ສະບູ, ເຄື່ອງແທກອຸນຫະພູມ, ນໍ້າສະອາດ, ອາຫານ, ເຄື່ອງນຸ່ງຫົ່ມ, ອຸປະກອນປະກອບການຮຽນການສອນ, ທຶນການສຶກສາໃຫ້ນ້ອງນັກຮຽນ ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ.

ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍຍັງເນັ້ນອີກວ່າ: ເພື່ອສືບຕໍ່ປະສານງານ, ແລກປ່ຽນບົດຮຽນ, ຊຸກຍູ້ການປະຕິບັດກິດຈະໂຄງການຂອງໂຄງການໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ພວກເຮົາຕ້ອງເອົາໃຈໃສ່ການປະຕິບັດກິດຈະກຳໃຫ້ໄດ້ຮັບໜາກຜົນ ແລະ ປະສິດທິພາບສູງ; ຕ້ອງມີກົນໄກການປະສານງານໃນການຈັດຕັ້ງປະຕິບັດກິດຈະກຳຢູ່ເປົ້າໝາຍໂຄງການລະຫວ່າງທ້ອງຖິ່ນ, ສູນກາງ ແລະ ອົງການສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ແມ່ນໃຫ້ຈອດກັນ; ການຄຸ້ມຄອງ, ການຕິດຕາມ, ກວດກາ, ການປະເມີນຜົນກິດຈະກຳໂຄງການ ແລະ ການສົ່ງບົດສະຫຼຸບລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ແຕ່ລະພາກສ່ວນຕ້ອງກຳໄດ້ ແລະ ເຂົ້າໃຈ ພາລະບົດບາດ ແລະ ໜ້າທີ່ຂອງຕົນທີ່ກຳນົດຢູ່ບົດບັນທຶກຄວາມເຂົ້າໃຈ, ຂໍ້ຕົກລົງ ແລະ ກິດຈະກຳຕ່າງໆ ເຊັ່ນ: ຂັ້ນກະຊວງເຮັດຫຍັງ, ຂັ້ນແຂວງເຮັດຫຍັງ, ຂັ້ນເມືອງເຮັດຫຍັງ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິເຮັດຫຍັງ ຕາມໜ້າທີ່ຂອງໃຜລາວ; ການຮັບເອົາການຊ່ວຍເຫລືອຈາກອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ຕ້ອງໄດ້ເອົາໃຈໃສ່ ແລະ ຜ່ານລະບົບປະຕູດຽວ; ກ່ອນຈະດຳເນີນກິດຈະກຳໃດໜຶ່ງຕ້ອງໄດ້ຮັບອະນຸມັດຈາກກະຊວງການຕ່າງປະເທດກ່ອນໂດຍຜ່ານອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງລົງມືຈັດຕັ້ງປະຕິບັດ; ພະນັກງານຊ່ຽວຊານຕ່າງປະເທດ ທີ່ລະບຸໃນບົດບັນທຶກຄວາມເຂົ້າໃຈ ທີ່ການເຂົ້າມາເຄື່ອນໄຫວວຽກຢູ່ ສປປ ລາວ ຈະເປັນເວລາ 1 ຫຼື 2 ວັນ ກໍຕ້ອງໄດ້ຖືວິຊາປະເພດ EB-2; ດ້ານງົບປະມານຈະໄດ້ເພີ່ມເທົ່າໃດກໍຕ້ອງໄດ້ຂໍອະນຸຍາດນຳໃຊ້ນຳພາກສ່ວນກ່ຽວຂ້ອງ ແລະ ກະຊວງຕ່າງປະເທດ.

ກອງປະຊຸມດັ່ງກ່າວ ໄດ້ມີການທົບທວນຄືນໝາກຜົນຂອງວຽກງານການຈັດຕັ້ງປະຕິບັດກິດຈະກຳໂຄງການຮ່ວມກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ໃນໄລຍະສົກປີ 2022 ແລະ ແລກປ່ຽນຄໍາຄິດເຫັນໃນການປັບປຸງກົນໄກການປະສານງານ, ການຕິດຕາມກວດກາ ແລະ ປະເມີນຜົນກິດຈະກຳໂຄງການ ເພື່ອຈະເປັນການສະເໜີຊ່ອງທາງໃນການປັບປຸງແກ້ໄຂວຽກງານການຮ່ວມມືກັບອົງການຈັດຕັ້ງສາກົນສາກົນທີ່ບໍ່ສັງກັດລັດຖະບານ, ສະມາຄົມ, ມູນນິທິ ແລະ ສັນຍາຮ່ວມມື ໃຫ້ມີປະສິດທິຜົນສູງກວ່າເກົ່າ.

ໂດຍ: ສົງການ ພັນແພງດີ

+2

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version