Home ບຸນປະເພນີ ດາກຈຶງ ຈັດງານບຸນຊ່ວງເຮືອແພ ແລະ ບຸນປະເພນີບັນດາເຜົ່າປະຈຳ ປີ 2023

ດາກຈຶງ ຈັດງານບຸນຊ່ວງເຮືອແພ ແລະ ບຸນປະເພນີບັນດາເຜົ່າປະຈຳ ປີ 2023

0

ງານບຸນຊ່ວງເຮືອແພ ແລະ ບຸນປະເພນີບັນດາເຜົ່າປະຈຳປີ 2023 ຂອງເມືອງດາກຈຶງ ຈັດຂຶ້ນໃນວັນທີ 29 ມີນາ ຜ່ານມາ ທີ່ອ່າງໂຕ່ງຫ້ວຍປຣີງ ໂດຍມີທ່ານ ຄຳສອນ ກອນເຢີ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມຂັ້ນແຂວງ, ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ, ມີແຂກຖືກເຊີນ, ນັກທ່ອງທ່ຽວພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ທ່ານ ໄລສວນ ມິດສຸວັນ ໄດ້ກ່າວວ່າ: ການຈັດງານບຸນຊ່ວງເຮືອແພ ແລະ ງານບຸນປະເພນີບັນດາເຜົ່າຂອງເມືອງດາກຈຶງຄັ້ງນີ້, ແມ່ນເປັນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນາທຳຮີດຄອງປະເພນີ ອັນດີງາມຂອງຊາດ ກໍຄືຂອງເຜົ່າ ຕິດພັນກັບການໂຄສະນາສົ່ງເສີມການທ່ອງທ່ຽວໃຫ້ກວ້າງຂວາງ ສາມາດສ້າງແຫຼ່ງລາຍຮັບທີ່ດີໃຫ້ແກ່ເມືອງ ກໍຄືປະຊາຊົນບັນດາເຜົ່າ ທັງເປັນການປະກອບສ່ວນທາງດ້ານເສດຖະກິດຂອງຊາດ, ຂອງທ້ອງຖິ່ນທີ່ ໄດ້ນຳເອົາຜົນປະໂຫຍດໂດຍກົງໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ສັງຄົມໃຫ້ດີຂຶ້ນເທື່ອລະກ້າວ.

ງານຊ່ວງເຮືອແພ ແລະ ງານບຸນປະເພນີ ບັນດາເຜົ່າໃນຄັ້ງນີ້, ໄດ້ມີກິດຈະກໍາປະກວດສິລະປະວັນນະຄະດີ, ຊ່ວງເຮືອປະເພດເຮືອແພ, ເຮືອກາບຍິງ-ຊາຍ ຂອງແຕ່ລະບ້ານ ຊຶ່ງມີເຮືອເຂົ້າຮ່ວມທັງໝົດ 18 ທີມ. ໂອກາດນີ້, ເຈົ້າເມືອງດາກຈຶງ ຍັງໄດ້ຮຽກຮອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງດາກຈຶງທຸກທົ່ວໜ້າຈົ່ງພ້ອມພຽງຮຽງ ໜ້າເປັນເຈົ້າພາບທີ່ດີຕ້ອນຮັບເອົາແຂກທີ່ມາຈາກພາຍໃນ ແລະ ຕ່າງປະເທດຢ່າງອົບອຸ່ນ ແລະ ມີຄວາມປອດໄພທຸກປະການ.

(ຂ່າວ-ພາບ: ແຂວງເຊກອງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version