ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ທັງເປັນນັກກິລາແລ່ນອາຊີບ ກາຍເປັນນັກກິລາແລ່ນແມ່ຍິງລາວຄົນທຳອິດ ທີ່ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນໃນວົງການກິລາແລ່ນລາວ ດ້ວຍການສ້າງສະຖິຕິຄອງອັນດັບທີ1 ງານແລ່ນ ວຽງຈັນ ຮາບ ມາຣາທອນ ນານາຊາດ 2023 ເຖິງ 4 ສະໄໝຕິດຕໍ່ກັນ ຊຶ່ງລາຍການດັ່ງກ່າວມີນັກກິລາຈາກ 51 ປະເທດເຂົ້າຮ່ວມແຂ່ງຂັນ. ການແຂ່ງຂັນກິລາແລ່ນ ວຽງຈັນ ຮາບມາຣາທອນ ນານາຊາດຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ (ຄອລ), ທ່ານ ສົມພູ ພົງສາ ຮອງປະທານ ຄອລ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ມີຄະນະບໍລິຫານງານສະຫະພັນກິລາແລ່ນ-ລານ, ບັນດາຜູ້ໃຫ້ການສະໜັບສະໜູນ ແລະ ນັກກິລາທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ການແຂ່ງຂັນໃນຄັ້ງນີ້ສາມາດດຶງດູດນັກກິລາແລ່ນ ຫຼາຍກ່ວາ 3.000 ຄົນເຂົ້າຮ່ວມ ແລະ ໄດ້ແບ່ງອອກເປັນ 3 ໄລຍະທາງແຂ່ງຂັນ ຄື: 21 ກິໂລແມັດ, 10 ກິໂລແມັດ ແລະ 5 ກິໂລແມັດ, ໂດຍສະເພາະໃນໄລຍະ 10 ກິໂລແມັດ ແມ່ນໄດ້ຮັບຄວາມນິຍົມສູງສຸດ ແລະ ມີຜູ້ສະໝັກ ເຂົ້າແລ່ນຫຼາຍກວ່າ 50% ຂອງຈໍານວນນັກແລ່ນທັງໝົດ. ງານແລ່ນ ວຽງຈັນ ຮາບມາຣາທອນ ນານາຊາດ ນອກຈາກມີນັກແລ່ນ ພາຍໃນປະເທດແລ້ວ ຍັງສາມາດດຶງດູດນັກແລ່ນ ຈາກ 51 ປະເທດ ເຂົ້າມາຮ່ວມແລ່ນ ກວມເອົາປະມານ 20% ຂອງຈໍານວນນັກແລ່ນທັງໝົດ ໂດຍສະເພາະນັກແລ່ນຈາກປະເທດໄທ, ຍີ່ປຸ່ນ, ສະຫະລັດອາເມຣິກາ, ຟີລິປິນ ແລະ ສປ ຈີນ.
ສໍາລັບຜົນການແຂ່ງຂັນແລ່ນ ໂດຍສະເພາະ 2 ລາຍການ ໄລຍະ 21 ກິໂລແມັດຊາຍ-ຍິງ ແລະ ໄລຍະ 10 ກິໂລແມັດຊາຍ-ຍິງ ໃນນີ້ໄລຍະ 21 ກິໂລແມັດຊາຍ ອັນດັບທີ 1 ທ້າວ ເຈມ ຄາຣານຊາ ກິຄຸງກາ (James Karanza Gikunga) ອາຍຸ 32 ປີ ຈາກປະເທດເຄນຢາ ໃຊ້ເວລາ 1:10:47. ສ່ວນປະເພດຍິງອັນດັບທີ 1 ນາງ ລົດແກ້ວ ອິນທະກຸມມານ ຈາກ ສປປ ລາວ ໃຊ້ເວລາ 1:27:25; ອັນດັບທີ 1 ແລ່ນ ໄລຍະ 10 ກິໂລແມັດຊາຍ-ຍິງ ທ້າວ ສີສະຫວັນ ທໍາມະວົງຈິດ ແລະ ນາງ ພຸດທະລັດ ອິນນຸດ ນັກກິລາຈາກລາວ.
ຂ່າວ-ພາບ: ສົງການ ພັນແພງດີ