ບົດຄວາມເພື່ອຄໍານັບຮັບຕ້ອນກອງປະຊຸມສຸດຍອດຂອງຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4, ທີ່ນະຄອນຫຼວງວຽງຈັນ ໃນວັນທີ 02-05 ເມສາ 2023 ແມ່ນ້ຳຂອງ ຫຼື ມີຊື່ຮຽກອີກຊື່ໜຶ່ງວ່າ “ແມ່ນ້ຳລ້ານຊ້າງ” ໃນ ສປ ຈີນ ປຽບສະເໝືອນໝາກຫົວໃຈຂອງພາກພື້ນອາຊີຕາເວັນອອກສຽງໃຕ້, ເຊີ່ງມີຂະໜາດອ່າງຮັບນໍ້າໃຫຍ່ເປັນອັນດັບ 10 ຂອງໂລກ ທີ່ມີເນື້ອທີ່ 795,000 ກິໂລຕາແມັດ ແລະ ມີປະລິມານນໍ້າໄຫຼສະເລ່ຍ 475 ກິໂລແມັດກ້ອນຕໍ່ປີ. ແມ່ນ້ຳຂອງ ມີຄວາມຍາວເປັນອັນດັບ 12 ຂອງໂລກ ເຊິ່ງ ໄຫຼຜ່ານ ສປ ຈີນ, ມຽນມາ, ສປປ ລາວ, ໄທ, ກຳປູເຈຍ ແລະ ສສ ຫວຽດນາມ ກ່ອນຈະໄຫຼລົງສູ່ທະເລ.
ແມ່ນໍ້າຂອງ ມີບົດບາດສໍາຄັນຢ່າງຍິ່ງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ບັນດາປະເທດທີ່ຢູ່ໃນອ່າງແມ່ນ້ຳຂອງຕອນລຸ່ມຄື ກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ; ເປັນແຫຼ່ງສະໜອງ ເຂົ້າ ແລະ ປາ, ລວມທັງຮັບໃຊ້ການທ່ອງທ່ຽວ, ການເດີນເຮືອ ແລະ ການຜະລິດພະລັງງານໄຟຟ້າ.
ປະຈຸບັນ, ແມ່ນໍ້າຂອງກໍາລັງພວມປະເຊີນໜ້າກັບໄພຂົ່ມຂູ່ໃນຫຼາຍໆດ້ານ. ຈາກຜົນການແຜ່ລະບາດຂອງພະຍາດໂຄວິດ-19 (COVID-19) ໃນຊ່ວງປີຜ່ານມາ, ທີ່ສ້າງບັນຫາທາງດ້ານເສດຖະກິດໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນ ແລະ ເຮັດໃຫ້ສະພາບແວດລ້ອມໄດ້ຮັບການຊຸດໂຊມໄວຂຶ້ນ; ຜູ້ຄົນທີ່ມີ ລາຍຮັບຫຼຸດລົງ ຍ້ອນການແຜ່ລະບາດຂອງພະຍາດຕ້ອງຫາລາຍຮັບອື່ນມາລ້ຽງຊີບ ໂດຍສະເພາະການຂຸດຄົ້ນຊັບພະຍາກອນທໍາມະຊາດ.
ນອກນັ້ນ, ຊຸມຊົນໃນທົ່ວອ່າງແມ່ນ້ຳຂອງກໍຍັງປະເຊີນກັບສິ່ງທ້າທາຍອື່ນອີກຫຼາຍດ້ານ, ລວມເຖິງການເຊາະເຈື່ອນຂອງຕາຝັ່ງ ແລະ ການຕື້ນເຂີນຂອງແມ່ນໍ້າ ຍ້ອນມີການນຳໃຊ້ນ້ຳຢ່າງຫຼວງຫລາຍ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ເພີ່ມຂຶ້ນ.
ໃນປີ 2019 ໄດ້ເກີດໄພແຫ້ງແລ້ງທີ່ຮ້າຍແຮງ ແລະ ໃນປີ 2020 ລະດັບນ້ຳຂອງ ໄດ້ຫຼຸດລົງເຖິງຈຸດຕໍ່າສຸດເປັນປະຫວັດການ. ຈາກການຄາດຄະເນ ຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ), ທີ່ຕາງໜ້າໃຫ້ 4 ປະເທດພາຄີແມ່ນໍ້າຂອງຕອນລຸ່ມ, ໄດ້ຊີ້ໃຫ້ເຫັນວ່າ ໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມຈະຍັງເກີດຖີ່ຍິ່ງຂຶ້ນໃນອານາຄົດຕໍ່ຫນ້າ.
ດ້ວຍເຫດດັ່ງກ່າວ, ພວກເຮົາຈໍາເປັນຕ້ອງສັນຫາວິທີການແກ້ໄຂຮ່ວມກັນ ບົນພື້ນຖານຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈເຊິ່ງກັນແລະກັນ ເພື່ອ ເພີ່ມທະວີການຮ່ວມມືໃຫ້ແໜ້ນແຟ້ນ ລະຫວ່າງ ບັນດາປະເທດພາຄີອ່າງແມ່ນໍ້າຂອງຕອນລຸ່ມ ແລະ ດຳເນີນການເພື່ອປົກປັກຮັກສາລະບົບນິເວດທາງນ້ຳໃນອ່າງແມ່ນ້ຳຂອງຮ່ວມກັນ; ໃນວາລະການພັດທະນາຂອງແຕ່ລະປະເທດສະມາຊິກ ຕ້ອງໄດ້ຄໍານຶງເຖິງຄວາມສົມດຸນ ລະຫວ່າງຜົນປະໂຫຍດແຫ່ງຊາດ ແລະ ຜົນປະໂຫຍດລວມຂອງພາກພື້ນ ມາເປັນອັນດັບໜຶ່ງ.
ການຈະ ແກ້ໄຂບັນຫາດັ່ງກ່າວປະກົດຜົນເປັນຈິງ, ພວກເຮົາຕ້ອງສ້າງຄວາມເຂັ້ມແຂງໃນການວາງແຜນການຄຸ້ມຄອງ ໃຫ້ມີການເຊື່ອມສານໃນທົ່ວອ່າງຮັບນໍ້າ ແລະ ວາງແຜນແບບສະດຸ້ງໄວທັນການຍິ່ງຂຶ້ນ. ຖ້າບໍ່ເຮັດດັ່ງນັ້ນ, ອ່າງແມ່ນໍ້າຂອງ ຈະຍິ່ງເຊື່ອມໂຊມ ແລະ ຈະສ້າງຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໃຫ້ແກ່ ປວງຊົນໃນບັນດາປະເທດໃນອ່າງແມ່ນ້ຳຂອງຕອນລຸ່ມ.
ຍ້ອນເຫດຜົນດັ່ງກ່າວມາຂ້າງເທິງນີ້, ໃນປີ 2020 ບັນດາປະເທດສະມາຊິກ ຄມສ ຈຶ່ງໄດ້ຮ່ວມກັນກຳນົດຍຸດທະສາດໃໝ່ໃນທົ່ວອ່າງແມ່ນ້ຳ ກໍຄື ຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ສົກປີ 2021-2030 ເຊິ່ງໄດ້ສະແດງໃຫ້ເຫັນເຖິງວິວັດທະນາການໃໝ່ ທີ່ຫຼຸດພົ້ນຈາກອະດີດ, ໂດຍຄໍານຶງເຖິງການສ້າງຜົນປະໂຫຍດ ສູງສຸດ ຂອງຊາດ ໄປຄຽງຄູ່ກັບ ຜົນປະໂຫຍດໃນພາກພື້ນ. ນີ້ຄື ການສົ່ງເສີມຄວາມຮັບຜິດຊອບຮ່ວມກັນ ຂອງ ບັນດາປະເທດສະມາຊິກ ໃນການພັດທະນາອ່າງແມ່ນໍ້າຂອງຕອນລຸ່ມ.
ໃນຍຸດທະສາດດັ່ງກ່າວ ໄດ້ຮຽກຮ້ອງໃຫ້ ບັນດາຜູ້ມີສ່ວນຮ່ວມທັງໝົດຮ່ວມກັນຈັດຕັ້ງປະຕິບັດ ເພື່ອແນໃສ່ ປັບປຸງ ບົດລາຍງານສະພາບລວມ ຂອງ ອ່າງແມ່ນໍ້າຂອງ ໃນອີກ 10 ປີ ຕໍ່ໜ້າ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສະຫະປະຊາຊາດ. ຍຸດທະສາດສະບັບນີ້ ຍັງໄດ້ວາງແຜນທີ່ສົມດຸນກັນ ລະຫວ່າງ ການຂະຫຍາຍຕົວດ້ານເສດຖະກິດ, ການປັບປຸງດ້ານສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ພວກເຮົາ ໄດ້ກຳນົດ 5 ຂົງເຂດຍຸດທະສາດ ເພື່ອສົ່ງເສິມໃນການສ້າງລະບົບນິເວດໃນອ່າງແມ່ນໍ້າຂອງ ເຊິ່ງໄດ້ຮຽກຮ້ອງໃຫ້ ບັນດາລັດຖະບານ ຂອງ ບັນດາປະເທດສະມາຊິກ ຮ່ວມກັນຈັດຕັ້ງປະຕິບັດ ເພືອປັບປຸງມາດຕະຖານຄ່າຄອງຊີບໃນທົ່ວອ່າງ ໄປພ້ອມກັບ ສົ່ງເສີມການຮ່ວມມືໃນພາກລັດ ແລະ ເອກະຊົນ.
ໃນການແກ້ໄຂ ເພື່ອ ເອົາຊະນະກັບບັນດາສິ່ງທ້າທາຍເຫຼົ່ານັ້ນ ເປັນຂະບວນການທີ່ສັບສົນຫຼາຍ. ອີງຕາມແຜນຍຸດທະສາດ ຄມສ, ປະເທດພາຄີຈະໄດ້ຮ່ວມມືແບບເລິກເຊິ່ງກັບ ສປ ຈີນ ໃນການແກ້ໄຂບັນຫາ, ເຊິ່ງປະຈຸບັນ ສປ ຈີນ ແມ່ນເປັນພຽງ ຄູ່ຮ່ວມເຈລະຈາ ຂອງ ຄມສ ນັບແຕ່ປີ 1996 ເປັນຕົ້ນມາ.
ບົນພື້ນຖານ ຂອງ ການຮ່ວມມື, ພວກເຮົາ ໄດ້ຮຽກຮ້ອງໃຫ້ ສປ ຈີນ ເຂົ້າມາມີສ່ວນຮ່ວມຢ່າງເຕັມສ່ວນກັບ ຄມສ ໂດຍສະເພາະແມ່ນ ການແລກປ່ຽນຂໍ້ມູນ-ຂ່າວສານ, ການວາງແຜນອ່າງໃນລະດັບພາກພື້ນ ແລະ ການຄຸ້ມຄອງໂດຍມີການປະສານງານ. ພວກເຮົາ ເຫັນໄດ້ເຖິງບາດກ້າວອັນຫຍິ່ງໃຫຍ່ ຂອງ ການຮ່ວມມື ລະຫວ່າງ ຄມສ ແລະ ສປ ຈີນ ເພື່ອແລກປ່ຽນຂໍ້ມູນນໍ້າໄຫຼຕະຫລອດປີກັບ ຄມສ, ແລະ ອີກຫຼາຍກອບການຮ່ວມມືກໍ່ຈະຕ້ອງມີການເສີມຂະຫຍາຍເພີ່ມເຕີ່ມໃນຕໍ່ໜ້າ.
ການນໍາໃຊ້ນໍ້າແບບໝົດເປຶອງ ເຊັ່ນວ່າ ການດູດນໍ້າມາຫົດເນື້ອທີ່ຊົນລະປະທານ ຫຼື ເພື່ອຜະລິດນໍ້າປະປາ ຈະເຮັດໃຫ້ນໍ້າໃນລໍານໍ້າບົກແຫ້ງລົງ. ການນໍ້າໃຊ້ແບບບໍ່ໝົດເປືອງ ເຊັ່ນວ່າ ການເດີນເຮືອ, ການປະມົງຈະມີສ່ວນເຮັດໃຫ້ ຄຸນນະພາບນໍ້າເກີດການປ່ຽນແປງ, ແລະ ເຂື່ອນຜະລິດໄຟຟ້າດ້ວຍພະລັງນໍ້າ ຈະປ່ຽນລະບອບການໄຫຼ.
ຈາກການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຄວາມສີວີໄລໃນບັນດາປະເທດອ່າງແມ່ນໍ້າຂອງ ໄດ້ເນັ້ນຍໍ້າໃຫ້ເຫັນເຖິງສະພາບການປ່ຽນແປງທາງດ້ານອຸທົກກະສາດ ເຊິ່ງເກີດຈາກການພັດທະນາຕ່າງໆທີ່ກໍ່ໃຫ້ເກີດການນໍາໃຊ້ນໍ້າຫຼາຍຂຶ້ນ. ການປ່ຽນແປງຂອງລະບອບການໄຫລ ບໍ່ວ່າຈະຕາມລະດູການ ຫຼື ລາຍວັນ ທີ່ເກີດຈາກການເກັບກັກນໍ້າໄວ້ເພື່ອຊົມໃຊ້ໃນຂະບວນການຜະລິດກະສິກຳ ແລະ ອຸດສາຫະກຳໃນພາກພື້ນ ໄດ້ສ້າງຜົນກະທົບຕໍ່ລະບົບນິເວດໃນອ່າງແມ່ນໍ້າຂອງ ແລະ ເຮັດໃຫ້ປະຊາຊົນທີ່ອາໃສຢູ່ຕົກຢູ່ໃນຄວາມສ່ຽງ.
ການຂະຫຍາຍຕົວຂອງປະຊາກອນ ກໍເປັນອີກໜື່ງສິ່ງທ້າທາຍໃນການຄຸ້ມຄອງອ່າງແມ່ນໍ້າຂອງ. ຈໍານວນປະຊາກອນທີ່ມີຊີວິດການເປັນຢູ່ພົວພັນກັບ ອ່າງແມ່ນໍ້າຂອງທັງໝົດຄາດຄະເນໄດ້ 72.1 ລ້ານຄົນໃນປີ 2020 ແລະ ຄາດວ່າຈະເພິ້ມຂຶ້ນເປັນ 100 ລ້ານຄົນໃນປີ 2040. ເຖິງແມ່ນວ່າຈະມີການສົ່ງເສີມການຫຼຸດຜ່ອນຄວາມທຸກຍາກ, ແລະ ຊຸກຍູ້ການຂະຫຍາຍຕົວແລ້ວກໍຕາມ, ແຕ່ຄວາມແຕກໂຕນກັນກໍຍັງຄົງມີຢູ່.
ບັນດາຜົນກະທົບທີ່ພວກເຮົາພວມປະສົບຢູ່ເຫຼົ່ານີ້ ເປັນສິ່ງທີ່ຄອຍເຕືອນໃຫ້ ບັນດາປະເທດ ຄມສ, ເຖິງວ່າ ຈະຢູ່ ຕອນເທິງ ຫຼື ຕອນລຸ່ມແມ່ນໍ້າຂອງກໍ່ຕາມ; ພວກເຮົາບໍ່ຄວນລະເລີຍ ຕ້ອງຮ່ວມກັນປົກປັກຮັກສາ ແລະ ຮັບຜິດຊອບຮ່ວມກັນເພື່ອຢຸດຢັ້ງຜົນກະທົບຕໍ່ສິ່ງແວດລ້ອມ ທີ່ກໍາລັງສົ່ງຜົນກະທົບຕໍ່ແມ່ນໍ້າຂອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ນັບຕັ້ງແຕ່ການລົງນາມເຊັນສັນຍາແມ່ນ້ຳຂອງປີ 1995 ພວກເຮົາ ໄດ້ຈັດຕັ້ງປະຕິບັດສໍາເລັດຫລາຍວຽກງານຮ່ວມກັນ, ເຖິງວ່າ ຜົນປະໂຫຍດສໍາລັບພາກພື້ນໃນປັດຈຸບັນຈະສູງກວ່າທີ່ຜ່ານມາ ແຕ່ກໍຍັງບໍ່ສາມາດບັນລຸເປົ້າໝາຍ ຂອງ ການພັດທະນາແບບຍືນຍົງໃນອ່າງແມ່ນ້ຳຂອງ.
ດ້ວຍເຫດນີ້ ຈຶ່ງຮຽກຮ້ອງໃຫ້ມີຄໍາຫມັ້ນສັນຍາທາງດ້ານການເມືອງຂອງການນໍາຂັ້ນສູງ ແລະ ການເຂົ້າຮ່ວມຂອງບັນດາຜູ້ມີສ່ວນຮ່ວມຢ່າງຕັ້ງໜ້າ ໃນການເຮັດວຽກຮ່ວມກັນໃນນາມ ບຸກຄົນ, ພົນລະເມືອງ, ປະເທດ ຫຼື ອົງການຈັດຕັ້ງແຫ່ງຊາດ, ການຈັດຕັ້ງຍຸດທະສາດໃໝ່ຈະສາມາດປະສົບຜົນສໍາເລັດໄດ້.
ຍ້ອນວ່າ ແມ່ນໍ້າຂອງເປັນຂອງໝົດທຸກຄົນ ພວກເຮົາຈະຕ້ອງຊ່ວຍກັນກໍານົດອະນາຄົດຂອງພາກພື້ນທີ່ມີຄວາມສຳຄັນ ແລະ ກຳລັງພັດທະນາ.
ແນ່ນອນວ່າ ກອງປະຊຸມສຸດຍອດຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ທີ່ຈະຈັດຂຶ້ນຢູ່ວຽງຈັນ ໃນວັນທີ 2-5 ເມສາ 2023 ນີ້ ຈະເປັນອີກໜຶ່ງເວທີເພື່ອຢືນຢັນຈິດວິນຍານແມ່ນໍ້າຂອງ ເພື່ອການຮ່ວມມືພັດທະນາແບບຍືນຍົງ ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນຄັ້ງນີ້.