Home ຂ່າວໜ້າໜຶ່ງ ປະທານປະເທດ ລົງຊຸກຍູ້ວຽກງານ ຢູ່ແຂວງສະຫວັນນະເຂດ

ປະທານປະເທດ ລົງຊຸກຍູ້ວຽກງານ ຢູ່ແຂວງສະຫວັນນະເຂດ

0

ໃນໂອກາດທີ່ ລົງຢ້ຽມຢາມ, ຊຸກຍູ້ວຽກງານດ້ານຕ່າງໆ ຢູ່ແຂວງສະຫວັນນະເຂດ ໃນວັນທີ 23 ມີນາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນໍາຈາກກະຊວງຕ່າງໆ ໄດ້ໄປຢ້ຽມຢາມ ຫໍພິພິດທະພັນໄດໂນເສົາ, ເຂດພັດທະນາແຄມຂອງ, ຢ້ຽມຢາມຫໍວາງສະແດງຂອງແຂວງ ແລະບໍລິ ເວນໄກ້ຄຽງ ທີ່ເປັນເຂດທ່ອງທ່ຽວຕົວເມືອງເກົ່າ ນະຄອນໄກສອນ ພົມວິຫານ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ບັນດາການນໍາຂັ້ນແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງຮ່ວມຕິດຕາມ.

ການລົງຢ້ຽມຢາມຄັ້ງນີ້, ໄດ້ຮັບຟັງລາຍງານກ່ຽວກັບ ປະຫວັດຄວາມເປັນມາ ຂອງແຕ່ລະສະຖານທີ່, ລວມທັງການເຄື່ອນໄຫວ, ການພັດທະນາໃນໄລຍະທີ່ຜ່ານມາ ແລະ ແຜນການທີ່ຈະສືບຕໍ່ໃນຕໍ່ໜ້າ. ໃນນີ້, ກໍມີແຜນພັດທະນາ ສົ່ງເສີມການທ່ອງທ່ຽວ ຈາກພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃນເຂດຫໍວາງສະແດງຂອງແຂວງ ລວມທັງບັນດາກິຈະກໍາທີ່ໄດ້ປະຕິບັດຜ່ານມາ ແລະ ກິຈະກໍາທີ່ກໍາລັງສືບຕໍ່, ແຜນທີ່ຈະພັດທະນາ ເສັ້ນທາງວົງຈອນການທ່ອງທ່ຽວດ້ານວັດທະນະທໍາ ຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍສະເພາະ ເສັ້ນທາງໄປພະທາດອີງຮັງ ນະຄອນໄກສອນ ພົມວິຫານ, ເສັ້ນທາງ ໄປພະທາດໂພ່ນ, ເຮືອນຫີນ ເມືອງໄຊພູທອງ, ທາງໄປຫໍໄຕປີດົກ ແລະ ວົງຈອນທ່ອງທ່ຽວ ເມືອງຈໍາພອນ, ປັດຈຸບັນຫລາຍໂຄງການໄດ້ຈັດຕັ້ງປະຕິບັດແລ້ວ. ທັງນີ້ ກໍເພື່ອເປັນການປັບປຸງ ແລະ ພັດທະນາແຫລ່ງທ່ອງທ່ຽວ ໃຫ້ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ຢູ່ແຂວງສະຫວັນນະເຂດ ໃຫ້ຫລາຍຂຶ້ນ, ທັງມີບັນຍາກາດທີ່ຄຶກຄື້ນກວ່າເກົ່າ.

ໂອກາດດັ່ງກ່າວ, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາຂອງແຂວງ, ພະແນກການກ່ຽວຂ້ອງ ທີ່ໄດ້ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ ແລະ ມີແຜນທີ່ຈະພັດທະນາ ເພາະວ່າວຽກງານການທ່ອງທ່ຽວ ເປັນວຽກທີ່ສໍາຄັນ ສາມາດສ້າງລາຍໄດ້ແກ່ປະຊາຊົນ ແລະ ເປັນການສ້າງລາຍຮັບເຂົ້າງົບປະມານຂອງແຂວງ ຕື່ມອີກ.

ຂ່າວ-ພາບ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version