Home ຂ່າວໜ້າໜຶ່ງ ກົມສ້າງຄູ ສສກ ປະດັບຫລຽນບັ້ນແຂ່ງຂັນຮັກຊາດ-ພັດທະນາ 5 ປີ

ກົມສ້າງຄູ ສສກ ປະດັບຫລຽນບັ້ນແຂ່ງຂັນຮັກຊາດ-ພັດທະນາ 5 ປີ

0

ເມື່ອບໍ່ດົນມານີ້, ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີທີສະຫລຸບ ແລະປະດັບຫລຽນໄຊແຮງງານ ຊັ້ນ 1, ຊັ້ນ 2, ຊັ້ນ 3, ຫລຽນກາແຮງງານ ແລະ ໃບຍ້ອງຍໍຈາກລັດຖະບານ ໃນການຈັດຕັ້ງປະຕິບັດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020), ພ້ອມທັງສືບຕໍ່ເປີດບັ້ນແຂ່ງຂັນຂະບວນຕ້ານ ແລະ ສະກັດກັ້ນຢາເສບຕິດ ແລະ ແຂ່ງຂັນຂະບວນການຮັກຊາດ ແລະ ພັດທະນາ ໄລຍະ 5 ປີຕໍ່ໜ້າ 2021-2025.

ໂອກາດນີ້, ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໃຫ້ຄະນະກົມສ້າງຄູ ເພີ່ມທະວີການສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ພະນັກງານມີຄວາມເຂັ້ມແຂງ ແລະ ຫລາຍກວ່າເກົ່າ ພ້ອມກັນອົດທົນຜ່ານຜ່າ, ມີຄວາມອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ຂອງລັດ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສືບຕໍ່ເພີ່ມທະວີການສົ່ງເສີມການຈັດຕັ້ງປະ ຕິບັດການຮຽນການສອນໃຫ້ສູງຂຶ້ນ, ປັບປຸງຄຸນນະພາບຄູ, ພ້ອມກັນຄົ້ນຄວ້າ ແລະ ຖອດຖອນບົດຮຽນຫລັກສູດຈາກປະເທດເພື່ອນບ້ານ ໂດຍສະເພາະ ສສ ຫວຽດນາມ ເຊິ່ງເປັນຕົວແບບທີ່ດີ.

ໃນໂອກາດດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາ ເນື່ອງໃນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ ໂດຍທ່ານ ນາງ ສີສຸກ ວົງວິຈິດ ທີ່ໄດ້ຍົກໃຫ້ເຫັນປະຫວັດສາດການກໍາເນີດເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາຊົນລາວໃນແຕ່ລະໄລຍະ ໄດ້ຜະເຊີນໜ້າໂດຍກົງກັບສັດຕູ ທີ່ມີກໍາລັງແຮງເໜືອກວ່າຫລາຍທົບທາງດ້ານເສດຖະກິດ, ກຳລັງພົນ ແລະ ອາວຸດຍຸດໂທປະກອນ, ແຕ່ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນສູງສົ່ງ, ມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນເຮົາ, ຊຶ່ງມັນໄດ້ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ກູ້ຊາດ ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກທີ່ສຸດ, ກອງທັບເຮົາໄດ້ສ້າງວິລະກຳອັນລໍ້າເລີດ ແລະ ຈາລຶກໄວ້ໃນໜ້າປະຫວັດສາດຂອງກອງທັບ, ຂອງຊາດລາວເຮົາຈົນມາເຖິງທຸກວັນນີ້ ແລະ ຕະຫລອດໄປ.

ຂ່າວ: ສົງການ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version