Home ຂ່າວໜ້າໜຶ່ງ ເຜີຍແຜ່ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ

ເຜີຍແຜ່ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ

0

ກອງປະຊຸມເຜີຍແຜ່ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະ ກິດ ໄດ້ຈັດຂຶ້ນໃນວັນທີ 23 ມີນາ ນີ້ ທີ່ສະຖາບັນທະນາຄານ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ລົງເລິກສະເພາະຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການເງິນ-ເງິນຕາຢູ່ປະເທດເຮົາ” ຢູ່ທະນາຄານແຫ່ງ ສປປ ລາວ ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ, ເນື່ອງຈາກມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ກຳນົດວ່າ: “ພັກປະຊາຊົນ ປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນຳໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຂອງຊົນຊັ້ນກຳມະກອນ” ແລະ ການຄົ້ນຄວ້າ-ເຊື່ອມຊຶມແນວຄິດ ໄກສອນ ພົມວິຫານ ເປັນໜ້າທີ່ຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ, ພວກເຮົາຈະໄດ້ຮັບຟັງຜົນການຄົ້ນຄວ້າທີ່ຕິດພັນກັບໜ້າທີ່ການ ເມືອງຂອງຂະແໜງທະນາຄານ ຊຶ່ງເປັນການສົມທຽບລະຫວ່າງທິດສະດີ ແລະ ພຶດຕິກໍາຕົວຈິງ. ກອງປະຊຸມໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ-ເຊື່ອມຊຶມ ແລະ ປະກອບຄວາມຄິດ ຄວາມເຫັນໃນແຕ່ລະບັນຫາຢ່າງພາວະວິໄສ, ສ້າງສັນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ທ່ານ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນສະເໜີກ່ຽວກັບແນວຄິດທິດສະດີ ປະທານ ໄກສອນ ພົມວິຫານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການເງິນ ແລະ ເງິນຕາ ຢູ່ປະເທດເຮົາ ຊຶ່ງທ່ານໄດ້ສະເໜີປະກອບມີຄື: ພື້ນຖານແນວຄິດທິດສະດີປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານການເງິນ ແລະ ເງິນຕາ; ການປ່ຽນແປງໃໝ່ກົນໄກຄຸ້ມຄອງເສດຖະກິດ; ທັດສະນະປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານການເງິນ ແລະ ເງິນຕາ; ແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ຕໍ່ວຽກງານການເງິນ ແລະ ເງິນຕາຢູ່ປະເທດເຮົາ.

ຂ່າວ: ບຸນຕອມ, ພາບ: ບຸນອຸ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version