Home ທ່ອງທ່ຽວ ແຂວງຫຼວງພະບາງ ຂວັນໃຈນັກທ່ອງທ່ຽວ

ແຂວງຫຼວງພະບາງ ຂວັນໃຈນັກທ່ອງທ່ຽວ

0

ແຂວງຫຼວງພະບາງ ເມືອງງາມ ອາຮາມຮຸ່ງ ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເມືອງກ້ຽວ ຄໍາຫວານ ຕໍານານເມືອງຂັບທຸ່ມ ງາມພູຕັ້ງກາງເມືອງ ເລືອງລືວັດທະນະທໍາ ເອາະຫຼາມໃສ່ສະຄານ ງາມຊ່ວງເຮືອເດືອນເກົ້າ ວັດເກົ່າແກ່ມາກມີ ຕາດກວາງຊີ ຖໍ້າຕິ່ງ ເປັນມິ່ງເມືອງ ເມືອງມໍລະດົກໂລກ ແຂວງຫຼວງພະບາງ ເປັນໜຶ່ງໃນບັນດາແຂວງທີ່ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ ມີເນື້ອທີ່ທັງ ໝົດປະມານ 18.000 ກິໂລຕາແມັດ, ມີພົນລະເມືອງປະມານ 4 ກວ່າແສນຄົນ ແລະ ປະກອບດ້ວຍນະ ຄອນ-ຫຼວງພະບາງ, ເມືອງຊຽງເງິນ, ເມືອງນານ, ເມືອງປາກອູ, ເມືອງນ້ຳບາກ, ເມືອງງອຍ, ເມືອງປາກແຊງ, ເມືອງໂພນໄຊ, ເມືອງຈອມເພັດ, ເມືອງວຽງຄໍາ, ເມືອງໂພນທອງ ແລະ ເມືອງພູຄູນ. ຫຼວງພະບາງເປັນແຂວງທີ່ເຕັມໄປດ້ວຍມົນສະເໜ່ ບໍ່ວ່າໃຜໆທີ່ໄດ້ມີໂອກາດໄປຢ້ຽມຢາມຕ່າງກໍພາກັນ ຫຼົງໄຫຼ, ຕິດໃຈ ແລະ ຢາກຫວນກັບຄືນໄປອີກ.

ເຖິງວ່າແຂວງຫຼວງພະບາງຈະນ້ອຍແຕ່ສິ່ງທີ່ເຮັດໃຫ້ແຂວງຫຼວງພະບາງແຕກຕ່າງຈາກແຂວງອື່ນ ແມ່ນມີປະເພນີວັດທະນະທໍາ ແລະ ວິຖີດຳລົງຊີວິດແບບດັ່ງເດີມຂອງຊາວເມືອງຫຼວງ ລວມທັງສະຖາ ປັດຕະຍະກໍາອັນເກົ່າແກ່ທີ່ຍັງຖືກປົກປັກຮັກສາໄວ້ຢ່າງດີ. ເມື່ອນັກທ່ອງທ່ຽວໄດ້ເດີນທາງໄປຮອດແຂວງ ຫຼວງພະບາງແລ້ວເຂົາເຈົ້າກໍຈະຮູ້ສຶກວ່າເວລາແລ່ນຊ້າລົງ, ສໍາຜັດໄດ້ເຖິງກິ່ນອາຍແຫ່ງອະດີດ ແລະ ບັນຍາກາດທີ່ເປັນເອກະລັກ ຊຶ່ງບໍ່ແປກໃຈເລີຍທີ່ແຂວງຫຼວງພະບາງໄດ້ຖືກຮັບຮອງໃຫ້ເປັນແຂວງມໍລະ ດົກໂລກ ໂດຍອົງການອຸຍແນັສໂກ ແຕ່ປີ 1995 ເປັນຕົ້ນມາ. ບໍ່ພຽງແຕ່ເທົ່ານັ້ນ, ແຂວງຫຼວງພະ ບາງຍັງມີອາຫານພື້ນເມືອງທີ່ເປັນເອກະລັກ ແລະ ມີຊື່ສຽງໂດ່ງດັງ ບໍ່ວ່າຈະເປັນເອາະຫຼາມ, ແຈ່ວບອງ, ໄຄແຜ່ນ, ເຂົ້າໜົມຂີ້​ໜູ ແລະ ​ໄສ້ອົ່ວແຊບໆ ທີ່ບໍ່ວ່າໃຜໆໄດ້ກິນກໍຕ້ອງຕິດໃຈ ແລະ ຊື້ຕິດໄມ້ຕິດ ມືກັບມານຳ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version