Home ຂ່າວການເມືອງ ຈະເລັ່ງ ພັດທະນາ ຂະແໜງ ຍທຂ ໃຫ້ເປັນປາຍແຫຼມ

ຈະເລັ່ງ ພັດທະນາ ຂະແໜງ ຍທຂ ໃຫ້ເປັນປາຍແຫຼມ

0

ໂດຍ: ຕະວິນຍານ

ໃນປີ 2023 ນີ້, ກະຊວງ ໂຍທາທິການ ແລະ ຂົນສົ່ງ ຈະສືບຕໍ່ຈັດຕັ້ງ ເສີມຂະຫຍາຍທ່າໄດ້ປຽບດ້ານທີ່ຕັ້ງຂອງປະເທດໃນການພັດທະນາພື້ນຖານໂຄງລ່າງທີ່ສາມາດຮອງຮັບການເຊື່ອມຈອດ-ເຊື່ອມໂຍງຕາມທິດ “ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”.

ເປັນໃຈກາງໃນການຈັດຕັ້ງຜັນຂະຫຍາຍມາດຕະການໃນວຽກງານພັດທະນາພື້ນຖານໂຄງລ່າງເຊື່ອມຈອດເຂົ້າສູ່ແລວທາງເຖດຖະກິດ ແລະ ເຂດການຜະລິດ, ພ້ອມທັງພັດທະນາລະບົບການຂົນສົ່ງ, ເຂດໂລຈີສຕິກ ແລະ ເຂດທ່າບົກທີ່ທັນສະໄໝ ເພື່ອສົ່ງເສີມການຜະລິດ ແລະ ບໍລິການຕາມແລວທາງເສດຖະກິດພາຍໃນ ແລະ ພາກພື້ນ ບົນພື້ນຖານຫຼັກການ, ມີຈຸດສຸມ ແລະ ວ່ອງໄວ, ຂະຫຍາຍພື້ນຖານໂຄງລ່າງທີ່ຈຳເປັນເຊື່ອມຈອດເຂົ້າສູ່ແລວທາງເຖດຖະກິດບົນຫຼັກການສ້າງລະບົບຂົນສົ່ງຫຼາຍຮູບແບບ (Multimodal Transport), ເລັ່ງຈັດຕັ້ງປະຕິບັດບັນດາໂຄງການທີ່ລັດຖະບານໄດ້ຮັບຮອງ, ອະນຸມັດເຂົ້າສູ່ເຂດການຜະລິດກະສິກຳ, ເຂດອຸດສາຫະກຳ ແລະ ເຂດທີ່ມີໂຄງລ່າງພື້ນຖານສຳຄັນແລ້ວເຊັ່ນ: ການຄົມມະນາຄົມທາງບົກ, ທາງນ້ຳ, ທາງລົດໄຟ ແລະ ທາງອາກາດ. ສ້າງເງື່ອນໄຂ ເພື່ອອຳນວຍຄວາມສະດວກ ເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ການພັດທະນາໂຄງການເຂດອຸດສາຫະກຳ, ເຂດຕົວເມືອງ Smart city, ເຂດໂລຈີສຕິກ ແລະ ເຂດທ່າບົກ, ເຂດບໍລິການຄ້າປອດພາສີ ທີ່ມີຄວາມສາມາດຈັດຕັ້ງປະຕິບັດ ໃນ 2 ປີຕໍ່ໜ້າ (2023-2024) ຢູ່ຕາມແລວທາງເສດຖະກິດລາວ-ຈີນ ແລະ ເຂດການຄ້າຊາຍແດນໃຫ້ໄດ້ໄວ.ເລັ່ງພັດທະນາຜູ້ປະກອບການດ້ານການຂົນສົ່ງພາຍໃນໃຫ້ເຂັ້ມແຂງ, ສ້າງເງື່ອນໄຂ ແລະ ນະໂຍບາຍສົ່ງເສີມໃຫ້ຂະແໜງການບໍລິການຂົນສົ່ງ ຍົກປະສິດທິພາບສູງຂຶ້ນ, ຫຼຸດຕົ້ນທຶນ ແລະ ຂອດຂັ້ນທີ່ເປັນອຸປະສັກໃຫ້ແກ່ການບໍລິການຂົນສົ່ງ ເປັນຕົ້ນ: ການປັບປຸງມາດຕະຖານເຕັກນິກ, ການນຳໃຊ້ວັດສະດຸພາຍໃນເຂົ້າໃນການກໍ່ສ້າງ ເພື່ອຫຼຸດຕົ້ນທຶນ ແລະ ຫຼຸດຜ່ອນການນຳເຂົ້າ ແລະ ອື່ນໆ. ໄປຄ່ຽງຄູ່ກັບການຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມຕາມບັນດາແລວທາງເສດຖະກິດ, ໄປພ້ອມກັບການພັດ

ທະນາເສັ້ນທາງເຊື່ອມຈອດພາຍໃນຕິດພັນກັບການພັດທະນາຕົວເມືອງ, ສືບຕໍ່ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ 3 ແຫ່ງ, ໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອສີເກີດ-ໂພນໂຮງ, ໂຄງການປັບປຸງ ແລະສ້ອມແປງທາງ 13 ໃຕ້ ແຕ່ ກມ 71 ຫາ 346 ລວມ​ທັງ​ໜົດ 4 ສັນ​ຍາໃຫ້ສໍາເລັດຕາມແຜນການທີ່ວາງໄວ້, ປະສານສົບທົບກັບ ຍທຂ ແຂວງ, ນະຄອນຫຼວງ ແລະ ຫ້ອງການ ຍທຂ ເມືອງ ຈັດຕັ້ງປະຕິບັດວຽກງານບູລະນະທາງຫຼວງແຫ່ງຊາດ ສົກປີ 2022-2024 ຈຳນວນ 18 ໂຄງການ, 109 ສັນຍາ ໃຫ້ສຳເລັດຕາມແຜນການທີ່ວາງໄວ້, ຮັບປະກັນໃຫ້ເສັ້ນທາງທຽວໄດ້ສະດວກຕະຫຼອດປີ, ສູ້ຊົນຍາດແຍ່ງການລົງທຶນແບບ BOT ເພື່ອກໍ່ສ້າງທາງດ່ວນທີ່ໄດ້ກໍານົດໄວ້ໃນແຜນການຂອງກະຊວງ.ພັດທະນາການບໍລິການຜ່ານ ແລະ ຂົນສົ່ງຂ້າມແດນ, ສ້າງລະບົບຂົນສົ່ງສິນຄ້າໂລຈີສຕິກ ແລະ ຂົນສົ່ງໂດຍສານທີ່ທັນສະໄໝ, ໂດຍປັບປຸງຍົກລະດັບການບໍລິການໃຫ້ມີຄວາມປອດໄພສູງ, ສະດວກ ແລະ ທັນສະໄໝ; ກໍານົດ​ເງື່ອນ​ໄຂ ​ແລະ ມາດຕະຖານຂອງ​ພາຫະນະ​ຂົນ​ສົ່ງ​ໂດຍສານ; ເອື້ອອໍານວຍການຂົນສົ່ງໂດຍສານໃຫ້ມີຄວາມສະດວກ ແລະ ຕິດຕາມການສະເໜີປັບປຸງໂຮມ 2 ຄະນະຂົນສົ່ງແຫ່ງຊາດ ເຂົ້າກັບ ຄະນະອໍານວຍຄວາມສະດວກທາງການຄ້າ. ຕິດຕາມການບໍລິການທ່າບົກທີ່ມີຢູ່ແລ້ວໃຫ້ເຂົ້າສູ່ລະບົບ, ຖືກຕ້ອງຕາມລະບຽບການ, ສ້າງສະມາຄົມຂົນສົ່ງແຫ່ງຊາດລາວໃຫ້ມີຄວາມເຂັ້ມແຂງ. ພັດທະນາເສັ້ນທາງລົດໄຟ ເພື່ອເຊື່ອມຈອດກັບບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ແລະ ຊີ້ນໍາແກ້ໄຂຂໍ້ຄົງຄ້າງຈາກການກໍ່ສ້າງໂຄງການລົດໄຟລາວ-ຈີນ; ການ​ບໍລິການແລ່ນລົດໄຟຮ່ວມກັບການລົດໄຟໄທໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຕິດຕາມການຈັດຕັ້ງຜັນຂະຫຍາຍໂຄງການຮ່ວມມືພັດທະນາເສັ້ນທາງລົດໄຟລາວ-ຫວຽດນາມ ທີ່ບໍລິສັດຝ່າຍ ລາວ ແລະ ຫວຽດນາມ ໄດ້ເຊັນຮ່ວມນໍາກັນຜ່ານມາ. ພັດທະນາທ່າເຮືອ, ປັບປຸງຄອງເດີນເຮືອຕາມລຳແມ່ນໍ້າຂອງ, ປັບປຸງລະບົບການຂົນສົ່ງທາງນໍ້າໃຫ້ມີຄວາມປອດໄພ ໄດ້ມາດຕະຖານສາກົນ, ຄຸ້ມ​ຄອງ ​ແລະ ຊຸກຍູ້​ນຳໃຊ້ການຄົມມະນາຄົມ-ຂົນສົ່ງທາງນ້ຳຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຕິດພັນກັບການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ; ຕິດຕາມຊຸກຍູ້ການໂອນຮຸ້ນໄດ້ສໍາເລັດພັດທະນາທ່າເຮືອຫວຸ້ງອ່າງເພື່ອໃຫ້ການຂົນສົ່ງທາງທະເລມີປະສິດທິພາບ; ສືບ​ຕໍ່ປະຕິບັດບັນດາໂຄງ ການກໍ່ສ້າງປ້ອງກັນຕາຝັ່ງຕາມແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ, ​ເກັບ​ກຳ​ຂໍ້​ມູນ​ການ​ອະນຸຍາດ​ຂຸດ​ຄົ້ນ​ຫີນແຮ່​-ຊາຍ-ດິນດໍາ ແລະ ຈັດຕັ້ງປະຕິບັດໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ. ການສ້າງແຜນຍຸດທະສາດ, ແຜນພັດທະນາ ແລະ ນະໂຍບາຍຂົນສົ່ງທາງອາກາດຂອງຂະແໜງການບິນພົນລະເຮືອນ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດ ໃຫ້ກາຍເປັນຮູບປະທຳ ຢ່າງມີປະສິດທິຜົນ ກໍຄືການອໍານວຍຄວາມສະດວກ ໃຫ້ແກ່ການຂົນສົ່ງຜ່ານນ່ານຟ້າ ແລະ ຂົນສົ່ງ ເຂົ້າ-ອອກ ສປປ ລາວ ໃຫ້ມີຄວາມປອດໄພ ຕາມມາດຕະຖານສາກົນ, ຕິດຕາມ ແລະ ຊຸກຍູ້ແກ້ໄຂຂໍ້ຄົງຄ້າງ ຈາກການກວດກາຂອງອົງການການບິນພົນລະເຮືອນສາກົນ ທີ່ຕິດພັນກັບ ກົມ, ກອງວິຊາການ ແລະ ບໍລິສັດ ສາຍການບິນ ໃຫ້ສໍາເລັດຕາມແຜນການ, ສືບຕໍ່ປັບປຸງ ຂໍ້ກໍານົດ, ລະບຽບການ ແລະ ຄູ່ມື ກ່ຽວກັບການຄຸ້ມຄອງມາດຕະຖານ, ການປ້ອງກັນຄວາມປອດໄພການບິນ ແລະ ຄວາມປອດໄພການບິນ, ການຄຸ້ມຄອງສະໜາມບິນ, ການຄຸ້ມຄອງຈາລະຈອນທາງອາກາດ, ສາຍການບິນ ແລະ ຜູ້ປະກອບການ. ປະຕິບັດໂຄງການກໍ່ສ້າງ ແລະ ປັບປຸງສະໜາມບິນໃຫ້ສຳເລັດຕາມແຜນການ. ພັດທະນາຕົວເມືອງຕາມທິດໜ້າຢູ່,​ ສີຂຽວ​ຍືນຍົງ; ກໍານົດທິດທາງສ້າງຕົວເມືອງທັນສະໄໝ, ຕົວເມືອງຕາມແລວເສດຖະກິດ; ນໍາພາຄົ້ນຄວ້າສ້າງຍຸດທະສາດການພັດທະນາເຄຫາສະຖານ ແລະ ຕົວເມືອງ ຮອດປີ 2035 ແລະ ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດເໜືອ-ໃຕ້ GMS4 ຢູ່ຕົວເມືອງປາກຊັນ ແລະ ຕົວເມືອງທ່າແຂກ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້. ປະຕິບັດນະໂຍບາຍສະໜອງນໍ້າປະປາໃຫ້ປະຊາຊົນທຸກຂົງເຂດໃຫ້ໄດ້ນໍາໃຊ້ນໍ້າປະປາຢ່າງກວ້າງ ຂວາງ ແລະ ທົ່ວເຖິງ, ພ້ອມທັງສືບຕໍ່ນໍາພາ-ຊີ້ນຳປະຕິບັດນະໂຍບາຍຂະຫຍາຍ ແລະ ປັບປຸງ ລະບົບນໍ້າປະປາ ໃນບັນດາເທດສະບານແຂວງ ແລະ ເມືອງ, ຊຸມຊົນ ແລະ ກຸ່ມບ້ານຊົນນະບົດ ທີ່ຍັງບໍ່ທັນມີລະບົບນໍ້າປະປາ; ສືບຕໍ່ ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງນໍ້າປະປາຕ່າງໆ ຢ່າງເປັນປົກກະຕິ ແລະ ໃຫ້ສໍາເລັດຕາມແຜນການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version