Home ສຶກສາ ໂຮງຮຽນນານາຊາດວຽງຈັນ ມອບເງິນໃຫ້ກົມສາມັນສຶກສາ ເປັນລາງວັນໃຫ້ນັກຮຽນເກັ່ງລະດັບຊາດ

ໂຮງຮຽນນານາຊາດວຽງຈັນ ມອບເງິນໃຫ້ກົມສາມັນສຶກສາ ເປັນລາງວັນໃຫ້ນັກຮຽນເກັ່ງລະດັບຊາດ

0

ໂຮງຮຽນນານາຊາດ ວຽງຈັນ ມອບເງິນ ຈຳນວນ 17.000.000 ກີບ ໃຫ້ກັບກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອເປັນລາງວັນໃຫ້ແກ່ນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2022-2023 ທີ່ສາມາດຍາດໄດ້ລາງວັນອັນດັບທີ 1, 2, 3 ແລະ ລາງວັນຊົມເຊີຍ.

ພິທີມອບ-ຮັບເງິນດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 21 ມີນາ 2023 ທີ່ໂຮງຮຽນນານາຊາດ ວຽງຈັນ, ໂດຍເປັນກຽດກ່າວມອບຂອງ ທ່ານ ນາງ ເອວຊາ ເຮີນານເດດ ໂດນໍຮິວ (Mrs. Elsa Hernandez Donohue) ຫົວໜ້າໂຮງຮຽນນານາຊາດ ວຽງຈັນ ແລະ ກ່າວຮັບແມ່ນ ທ່ານ ມະໂນສິນ ມາສະວົງດີ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີພາກສ່ວນກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ນາງ ເອວຊາ ເຮີນານເດດ ໂດນໍຮິວ ກ່າວວ່າ: ສຳລັບເງິນຈຳນວນ ຈຳນວນ 17.000.000 ກີບ ໃຫ້ກັບກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນສົມທົບທຶນ ສະໜັບສະໜູນການສຶກສາໃນບັ້ນການຈັດຕັ້ງສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈຳສົກຮຽນ 2022-2023 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 4-7 ເມສາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອນຳໄປເປັນລາງວັນໃຫ້ແກ່ນັກຮຽນເກັ່ງລະດັບຊາດ ທີ່ສອບເສັງຍາດໄດ້ອັນດັບທີ 1, 2, 3 ແລະ ລາງວັນຊົມເຊີຍ.

ໂອກາດດຽວກັນ, ທ່ານ ມະໂນສິນ ມາສະວົງດີ ໄດ້ຕາງໜ້າຄະນະນຳກະຊວງສຶກສາທິການ ແລະ ກິລາ ກໍຄືກົມສາມັນສຶກສາ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ນາງ ເອວຊາ ເຮີນານເດດ ໂດນໍຮິວ ຫົວໜ້າໂຮງຮຽນນານາຊາດ ວຽງຈັນ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນ້ອງໆນັກຮຽນພາຍໃນໂຮງຮຽນດັ່ງກ່າວ ທີ່ໄດ້ປະກອບສ່ວນທຶນຮອນເຂົ້າໃນບັ້ນສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2022-2023 ແລະ ສັນຍາວ່າຈະນຳເງິນຈຳນວນນີ້ ໄປນຳໃຊ້ໃຫ້ຖືກກັບວັດຖຸປະສົງຢ່າງແນ່ນອນ ພ້ອມຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກທ່ານຕື່ມອີກໃນໂອກາດໜ້າ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂໍ້ມູນ-ພາບ: ກົມສາມັນສຶກສາ ສສກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version